![]() |
ຂະບວນຂຶ້ນພິຊິດຈອມພູເບ້ຍໃນຄັ້ງນີ້, ໄດ້ເລີ່ມເຄື່ອນຍ້າຍ ຈາກໂຮງແຮມ ສວນໄຜ່ ອານພິນ ຮີສອດ ຊຶ່ງເປັນຈຸດເຕົ້າໂຮມທຳອິດ ໂດຍນຳໃຊ້ລົດເປັນພາຫະນະເຄື່ອນຂະບວນ ຈຸດຊົມວິວປ້ອມປ່າກ້ວຍ. ຈາກນັ້ນ, ໄດ້ສຶບຕໍ່ເຄື່ອນຍ້າຍຂະບວນ ໄປຫາຈຸດຊົມວິວສີລານໍແຮດ ຊຶ່ງເປັນຈຸດສຸດທ້າຍ ຂອງການນຳໃຊ້ລົດເປັນພາຫະນະ. ໃນການຂຶ້ນພິຊິດຈອມພູເບ້ຍ ຊຶ່ງເປັນພູທີ່ສູງທີ່ສຸດ ໃນ ສປປ ລາວ ຊຶ່ງມີຄວາມສູງ 2,820 ແມັດ ທຽບໃສ່ລະດັບໜ້ານໍ້າທະເລ, ເປັນພູທີ່ມີທິວທັດທຳມະຊາດສວຍສົດງົດງາມ, ມີຄວາມອຸດົມສົມບູນດ້ວຍພືດຊີວະນານາພັນ ແລະ ທີ່ສໍາຄັນພື້ນທີ່ເທິງເນີນພູ ຖືກປົກຄຸມໄປດ້ວຍມ່ານໝອກ ທີ່ໜ້າຕິດຕາຕິດໃຈ ບວກກັບສະພາບອາກາດອັນບໍລິສຸດປອດໂປ່ງ, ໜາວເຢັນຕະຫຼອດປີ ແລະ ອ້ອມຮອບໄປດ້ວຍຕົ້ນໄມ້ທີ່ຖືກປົກຫຸ້ມດ້ວຍຂົນ ແລະ ຕົ້ນດອກກຸຫຼາບລ້ານປີ ທີ່ເກີດຕາມທຳມະຊາດ ເປັນຈໍານວນຫຼວງຫຼາຍ.
![]() |
ການຂຶ້ນພິຊິດຈອມພູເບ້ຍໃນຄັ້ງນີ້, ແມ່ນເພື່ອເປັນການທົດສອບຄວາມມານະອົດທົນ, ຄວາມພາກພຽນພະຍາຍາມ ທັງຍັງເປັນການພິສູດໃຫ້ເຫັນເຖິງຄວາມເຂັ້ມແຂງ ແລະ ຄວາມມຸ່ງໝັ້ນ ຂອງແຕ່ລະສະຫາຍ ເພື່ອກ້າວໄປເຖິງໄຊຊະນະຂັ້ນສຸດທ້າຍ.
![]() |
(ພາບ.ຂ່າວ: ຫັດໄຊຍະວົງ)



ຄໍາເຫັນ