ອະດີດຮອງນາຍົກລັດຖະມົນຕີ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ

ອະດີດຮອງນາຍົກລັດຖະມົນຕີ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ

ອະດີດຮອງນາຍົກລັດຖະມົນຕີ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ
ວັນທີ 11 ພະຈິກຜ່ານມານີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ຢ້ຽມຊົມສະຖານທີ່ທ່ອງທ່ຽວບຶງໜອງເທົາ ແລະ ຖໍ້າປາເຊືອມ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຂັມເພັດ ແກ້ວເພຍຈັນ ປະທານບໍລິສັດ ເພັດມະນີ ເຄພີຊີ ຈໍາກັດຜູ້ດຽວ ໃນນາມຜູ້ສໍາປະທານ ແລະ ພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວ.

ອະດດຮອງນາຍກລດຖະມນຕ ຢຽມຊມສະຖານທທອງທຽວ ບງໜອງເທາ ແລະ ຖາປາເຊອມ - image 1
 

ແຫຼ່ງທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ ເປັນແຫຼ່ງທ່ອງທ່ຽວທີ່ອຸດົມສົມບູນໄປດ້ວຍທຳມະຊາດ ທີ່ສວຍສົດງົດງາມ ຊຶ່ງຕັ້ງຢູ່ບ້ານນາຂ້າງຊ້າງ ເມືອງທ່າແຂກ ແຂວງຄຳມ່ວນ ຢູ່ຫ່າງອອກໄປທາງທິດຕາເວັນອອກ ຈາກຕົວເມືອງທ່າແຂກປະມານ 17 ກິໂລແມັດ, ໂດຍແມ່ນບໍລິສັດ ເພັດມະນີ ເຄພີຊີ ຈຳກັດຜູ້ດຽວ ເປັນຜູ້ສໍາປະທານ ແລະ ພັດພັດທະນາ, ມີເນື້ອທີ່ເຂດພັດທະນາ 9.89 ເຮັກຕາ ແລະ ເນື້ອທີ່ເຂດອະນຸລັກ 404 ເຮັກຕາ. ໃນນັ້ນ, ປະກອບມີການປຸກສ້າງສະຖານທີ່ຮອງຮັບ ແລະ ສູນບໍລິການ, ສູນຂໍ້ມູນດ້ານການທ່ອງທ່ຽວ, ຕິດຕັ້ງອຸປະກອນ, ສິ່ງອໍານວຍຄວາມສະດວກໃນການທ່ອງທ່ຽວ, ກິດຈະກຳຂີ່ເຮືອ, ຍ່າງປ່າ, ຍ່າງຂົວທ່ຽວຊົມພາຍໃນຖໍ້າ ທີ່ມີຫີນງອກ ຫີນຍ້ອຍ ມີຄວາມສວຍງາມຢ່າງໜ້າຕື່ນຕາຕື່ນໃຈ ແລະ ມີກິດຈະກໍາອື່ນໆອີກຫຼາກຫຼາຍ.

ອະດດຮອງນາຍກລດຖະມນຕ ຢຽມຊມສະຖານທທອງທຽວ ບງໜອງເທາ ແລະ ຖາປາເຊອມ - image 2
 

ມູນຄ່າການລົງທຶນທັງໝົດ 3 ລ້ານໂດລາສະຫະລັດ ໂດຍແມ່ນການລົງທຶນຂອງນັກລົງທຶນພາຍໃນ 100% ແລະ ມີໄລຍະການສໍາປະທານ 50 ປີ. ຊຶ່ງໄດ້ເປີດໃຫ້ນັກທ່ອງທ່ຽວໄດ້ເຂົ້າທ່ຽວຊົມ ນັບແຕ່ເດືອນ ພຶດສະພາ 2025 ເປັນຕົ້ນມາ ຊຶ່ງໄດ້ຮັບການຕອບຮັບຈາກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໄດ້ເປັນຢ່າງດີ ໂດຍສະເລ່ຍໃນວັນປົກກະຕິ ຈະມີນັກທ່ອງທ່ຽວປະມານ 100 ກວ່າຄົນ ແລະ ໃນວັນພັກຜ່ອນ ເສົາ-ອາທິດ ສະເລ່ຍມີປະມານ 300 - 500 ຄົນ.

ອະດດຮອງນາຍກລດຖະມນຕ ຢຽມຊມສະຖານທທອງທຽວ ບງໜອງເທາ ແລະ ຖາປາເຊອມ - image 3
 

(ຂ່າວ-ພາບ: ກອງຄໍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພິທີເປີດນໍ້າ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນສັດແຫ່ງຊາດ

ພິທີເປີດນໍ້າ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນສັດແຫ່ງຊາດ

ວັນທີ 11 ພະຈິກຜ່ານມາ, ຫ້ອງການກະສີກຳ ແລະ ສິ່ງແວດລ້ອມ ເມືອງ ມຸນລະປາໂມກ ແຂວງ ຈຳປາສັກ ໄດ້ຈັດພິທີເປີດນໍ້າ ວັນຊົນລະປະທານແຫ່ງຊາດ 3 ພະຈິກ ແລະ ວັນສັກຢາປ້ອງກັນພະຍາດສັດ ແຫ່ງຊາດ 11 ພະຈິກ ຂຶ້ນຢູ່ທີ່ກຸ່ມ ນາດີ ບ້ານ ຊານຫວ້າ ໂດຍການເປັນປະທານຂອງທ່ານ ວັນລະເດດ ແກ້ວຈັນທາ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີສຸພັນ ແວງທີສານ ຕ່າງໜ້າພະແນກກະສີກຳ ແລະ ສິ່ງແວດລ້ອມແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ອົງການກາແດງແຫ່ງຊາດລາວ ວາງພວງມະລາ ແລະ ວາງກະຕ່າດອກໄມ້ໃນໂອກາດຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ

ອົງການກາແດງແຫ່ງຊາດລາວ ວາງພວງມະລາ ແລະ ວາງກະຕ່າດອກໄມ້ໃນໂອກາດຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ

ໃນວັນທີ 12 ພະຈິກ 2025 ນີ້, ການນໍາຂອງອົງການກາແດງແຫ່ງຊາດລາວໄດ້ເຂົ້າວາງພວງມະລາຢູ່ອານຸສາວະລີນັກຮົບນິລະນາມ (ດາວແດງ)ແລະ ວາງກະຕ່າດອກໄມ້ຢູ່ໜ້າຮູບປັ້ນ ປະທານໄກສອນ ພົມວິຫານ
ພະແນກການເງິນລົງຊຸກຍູ້ວຽກງານຮອບດ້ານຢູ່ ເມືອງ ບໍ່ແຕນ

ພະແນກການເງິນລົງຊຸກຍູ້ວຽກງານຮອບດ້ານຢູ່ ເມືອງ ບໍ່ແຕນ

ໃນວັນທີ 10ພະຈິກຜ່ານມານີ້້, ຄະນະພະແນກການເງິນແຂວງໄຊຍະບູລີໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງບໍ່ແຕນ ຊຶ່ງນຳໂດຍທ່ານ ປະຖົມ ບຸນຍາວົງຮອງຫົວໜ້າພະແນກ ການເງິນແຂວງ ພ້ອມດ້ວຍທີມງານ ໄດ້ລົງຕິດຕາມຊຸກຍູ້ການຈັດຕັງປະຕິບັດແຜນງົບປະມານແຫ່ງລັດຢູ່ເມືອງບໍ່ແຕນໃນໄລຍະ 10 ເດືອນ ແລະ 2 ເດືອນທ້າຍປີ 2025.
ກອງປະຊຸມສະຫຼຸບຜົນການຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ

ກອງປະຊຸມສະຫຼຸບຜົນການຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ

ເພື່ອຈັດຕັ້ງປະຕິບັດ ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 98/ສພຊ, ລົງວັນທີ 18 ກໍລະກົດ 2023 ວ່າດ້ວຍ ການຮັບຮອງເອົາຜົນການປະເມີນການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທໍາ 4 ສະບັບ ແລະ ຂໍ້ຕົກລົງຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ສະບັບເລກທີ 192/ອອປສ, ລົງວັນທີ 12 ມີນາ 2025 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ແລະ ແຜນການເຄື່ອນໄຫວ ຂອງຄະນະຮັບຜິດຊອບຄົ້ນຄວ້າ ແລະ ປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
ພິທີສະຫຼຸບຜົນງານຕະຫຼາດທຶນລາວ ຄົບຮອບ 15 ປີ

ພິທີສະຫຼຸບຜົນງານຕະຫຼາດທຶນລາວ ຄົບຮອບ 15 ປີ

ວັນທີ 11 ພະຈິກ 2025 ທີ່ຫ້ອງປະຊຸມຕະຫຼາດຫຼັກຊັບລາວ, ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ຈັດພິທີສະຫຼຸບຜົນງານຕະຫຼາດທຶນລາວ ຄົບຮອບ 15 ປີ (10/2010–10/2025) ພາຍໃຕ້ການເປັນປະທານ ແລະ ມອບໃບຍ້ອງຍໍຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງຫຼັກຊັບ (ຄຄຊ),ທ່ານ ນາງ ບຸນຄຳ ວິລະຈິດ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ພ້ອມດ້ວຍຮອງປະທານ ຄຄຊ ບັນດາອະດີດພະນັກງານ ແລະ ບັນດາພະນັກງານທີ່ປະກອບສ່ວນໃນວຽກງານສ້າງຕັ້ງຕະຫຼາດທຶນ, ບັນດາຜູ້ມີສ່ວນຮ່ວມ ແລະ ອົງການຈັດຕັ້ງສາກົນກ່ຽວຂ້ອງ ເຂົ້າຮ່ວມ.
ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ໃນວັນທີ 11 ພະຈິກ 2025 ນີ້, ທ່ານ ປະຖົມ ບຸນຍາວົງ ຮອງຫົວໜ້າພະແນກການເງິນແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຊຸກຍູ້ການເກັບລາຍຮັບທ້າຍປີ 2025 ຢູ່ເມືອງແກ່ນທ້າວ, ໂດຍມີ ທ່ານ ບຸນຊູ ບຸນພັກດີ ຫົວໜ້າຫ້ອງການ-ການເງິນເມືອງ, ມີຫົວໜ້າ, ຮອງຫົວໜ້າໜ່ວຍງານ ແລະ ພະນັກງານຫ້ອງການ-ການເງິນເມືອງເຂົ້າຮ່ວມ.
ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຫຼວງນໍ້າທາ ແຂວງຫຼວງນໍາທາ ໄດ້ຈັດພິທີເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ ປະຈຳປີ 2025 ຂຶ້ນໃນຕອນເຊົ້າຂຶ້ນວັນທີ 11 ພະຈິກນີ້ ທີ່ບ້ານພຽງງາມ ເມືອງຫຼວງນໍ້າທາ ໂດຍມີທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮອງເລຂາພັກເມືອງ ຮັກສາການເຈົ້າເມືອງ, ທ່ານ ວິລະຊົນ ແດນຫັນສາ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ,ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໃນອາທິດຜ່ານມາ,ໜ່ວຍພັກກົມເລຂານຸການ-ການນຳ, ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມດໍາເນີນຊີວິດການເມືອງທ້າຍສະໄໝແລະ ທາບທາມເນື້ອໃນ ແລະ ບຸກຄະລາກອນ ຮອບທີ II ຂຶ້ນ; ໂດຍການເປັນປະທານ ຂອງ ສະຫາຍ ຜາຄໍາ ອິນແສງ, ຄະນະປະຈຳພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາກົມ ເຊິ່ງມີບັນດາສະຫາຍຕາງໜ້າກົມພາຍໃນຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານສະມາຊິກພັກພາຍໃນກົມເຂົ້າຮ່ວມ
ສະຫາຍ ຫົວໜ້າຫ້ອງວ່າການສູນກາງພັກ ພົບປະເຮັດວຽກກັບກົມເລຂານຸການ-ການນຳ

ສະຫາຍ ຫົວໜ້າຫ້ອງວ່າການສູນກາງພັກ ພົບປະເຮັດວຽກກັບກົມເລຂານຸການ-ການນຳ

ເມື່ອບໍ່ດົນມານີ້ ,ສະຫາຍ ເພັດ ພົມພີພັກ, ກໍາມະການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ໄດ້ພົບປະຢ້ຽມຢາມ ແລະ ໂອ້ລົມ-ໃຫ້ທິດຊີ້ນໍາຕໍ່ກົມເລຂານຸການ-ການນໍາ, ໂດຍມີສະຫາຍ ຜາຄໍາ ອິນແສງ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາກົມ, ຕາງໜ້າບັນດາກົມພາຍໃນຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານພາຍໃນກົມເຂົ້າຮ່ວມ
ກອງປະຊຸມການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານຂອງ ບໍລິສັດໄຟຟ້າຫົງສາ

ກອງປະຊຸມການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານຂອງ ບໍລິສັດໄຟຟ້າຫົງສາ

ເມື່ອບໍ່ດົນມານີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງໆເງິນແຂວງໄຊຍະບູລີ, ໄດ້ເປີດກອງປະຊຸມ ການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານ ຂອງບໍລິສັດໄຟຟ້າຫົງສາ ຈໍາກັດ, ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ຍຸດທະນາ ຈຸນພັນທອງ ຜູ້ອໍານວຍການສາຍງານກິດຈະການອົງກອນບໍລິສັດໄຟຟ້າຫົງສາ ຈໍາກັດ.
ເພີ່ມເຕີມ