ຂ່າວລະບຸວ່າ: ຕາມການອັບເດດປະຈຳວັນຂອງອົງການ WHO, ສປ ກົງໂກ ຮັບຮູ້ມີ 452 ກໍລະນີ, ໃນນັ້ນ ມີ 82 ກໍລະນີເສຍຊີວິດ. ໃນຂະນະດຽວກັນ, ຢູ່ປະເທດອູກັນດາ ມີ 19 ກໍລະນີ ແລະ ເສຍຊີວິດ 2 ກໍລະນີ. ເປັນອັນວ່າ, ຢູ່ ສປ ກົງໂກ ແລະ ອູກັນດາ ມີທັງໝົດ 471 ກໍລະນີຕິດເຊື້ອໄວຣັດດັ່ງກ່າວ ແລະ ເສຍຊີວິດ 84 ກໍລະນີ, ຕິດເຊື້ອເພີ່ມຂຶ້ນ 100 ກໍລະນີ ແລະ ເສຍຊີວິດ 20 ກໍລະນີ ເມື່ອທຽບໃສ່ມື້ກ່ອນ.
ອົງການ WHO ໄດ້ຖະແຫຼງວ່າ: ການລະບາດຂອງພະຍາດອີໂອລາ ຢູ່ ສປ ກົງໂກ ແລະ ອູກັນດາ ແມ່ນ “ສະພາວະການແພດຊຸມຊົນສຸກເສີນ ກໍ່ຄວາມວິຕົກກັງວົນສາກົນ”, ຍ້ອນຄວາມສ່ຽງແຜ່ລາມຂ້າມຊາຍແດນຂອງພະຍາດລະບາດນີ້. ອົງການດັ່ງກ່າວໄດ້ກ່າວເຕືອນວ່າ, ຖ້າບໍ່ມີມາດຕະການຄວບຄຸມທີ່ເຂັ້ມງວດ, ອາດຈະກາຍເປັນການລະບາດຂອງອີໂບລາຄັ້ງໃຫຍ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ.
ຄໍາເຫັນ