ການທົດສອບດັ່ງກ່າວ, ຈັດຂຶ້ນຮ່ວມກັນລະຫວ່າງ Nikkei ແລະ ບໍລິສັດ LifePrompt startup AI ຂອງຍີ່ປຸ່ນ, ໂດຍນໍາ Model ລ້າສຸດຈາກບໍລິສັດ AI ຂະໜາດໃຫຍ່ເຊັ່ນ: OpenAI ແລະ Google ມາສອບເສັງໃນ 15 ວິຊາຫຼັກຂອງການສອບເສັງເຂົ້າມະຫາວິທະຍາໄລທີ່ຈັດຂຶ້ນໃນວັນທີ 17-18 ມັງກອນ ຜ່ານມາ ຊຶ່ງ Chat GPT 5.2 Thinkingຂອງ OpenAI ເຮັດຄະແນນສະເລ່ຍໃນທຸກວິຊາສູງເຖິງ 96.9 ຈາກ 100 ໃນ 15 ວິຊາ ແລະ ມີຄະແນນເຕັມໃນ 9 ວິຊາ. ຂະນະທີ່ Gemini 3.0 Pro ຂອງ Google ໄດ້ຄະແນນ 91.4.
ການສອບເສັງເຂົ້າມະຫາວິທະຍາໄລຂອງຍີ່ປຸ່ນກວມເອົາ 21 ວິຊາໃນ 7 ສາຂາວິຊາ. ໂດຍຄະແນນສະເລ່ຍສຳລັບຜູ້ເຂົ້າສອບເສັງໃນ 15 ວິຊາທີ່ນິຍົມທີ່ສຸດໃນປີ 2026 ຄາດວ່າຈະຢູ່ທີ່ປະມານ 58.1 ຄະແນນ.
ກ່ອນໜ້ານີ້, Model ລຸ້ນກ່ອນຂອງ OpenAI ເຄີຍເຂົ້າທົດສອບການສອບເສັງດັ່ງກ່າວແລ້ວ, ໂດຍມີຄະແນນສະເລ່ຍເພີ່ມຂຶ້ນຈາກ 66 ໃນປີ 2024 ເປັນ 91 ໃນປີ 2025, ສະທ້ອນໃຫ້ເຫັນເຖິງຄວາມກ້າວໜ້າຢ່າງໄວວາຂອງປະສິດທິພາບປັນຍາປະດິດ.
ທັງນີ້, ການວິເຄາະຍັງຊີ້ໃຫ້ເຫັນວ່າ Model AI ລຸ້ນລ້າສຸດມີປະສິດທິພາບດີເປັນພິເສດໃນວິຊາຄະນິດສາດ, ຟີຊິກສາດ, ເຄມີສາດ ແລະ ຊີວະສາດ, ແຕ່ໄດ້ຄະແນນຕ່ຳໃນວິຊາພາສາຍີ່ປຸ່ນ ແລະ ພູມສາດ.
ເຖິງແມ່ນວ່າ AI ຈະສາມາດຕີຄວາມຮູບຮ່າງເລຂາຄະນິດໃນຄຳຖາມສອບເສັງຄະນິດສາດໄດ້ຢ່າງຖືກຕ້ອງ, ແຕ່ຍັງເຮັດຜິດພາດໃນຄຳຖາມທີ່ກ່ຽວຂ້ອງກັບແຜນທີ່ໂລກ ຊຶ່ງສະທ້ອນໃຫ້ເຫັນວ່າ AI ຍັງມີຂໍ້ຈຳກັດໃນການຈົດຈຳ ແລະ ແລະ ຕີຄວາມຂໍ້ມູນພາບທີ່ມີລັກສະນະບໍ່ສະໝໍ່າສະເໝີ ແລະ ສັບສົນ.
ຄໍາເຫັນ