ສຳນັກຂ່າວສານຊິນຮວາລາຍງານ ໃນວັນທີ 8 ກັນຍາ ຜ່ານມາວ່າ: ບໍລິສັດ JLL ຊຶ່ງເປັນບໍລິສັດຄຸ້ມຄອງຊັບສິນຊັ້ນນໍາຂອງໂລກ, ຄາດຄະເນວ່າຄວາມຕ້ອງການພະລັງງານໄຟຟ້າຂອງສູນຂໍ້ມູນໃນພາກພື້ນອາຊີປາຊີຟິກຈະບັນລຸ 57 ກິກະວັດພາຍໃນປີ 2030, ເພີ່ມຂຶ້ນເກືອບສອງເທົ່າຈາກ 32 ກິກະວັດໃນປັດຈຸບັນ. ຍ້ອນການຂະຫຍາຍຕົວຂອງລະບົບການປະມວນຜົນແບບຄລາວຂະໜາດໃຫຍ່ ແລະ ຄວາມຕ້ອງການທີ່ເພີ່ມຂຶ້ນສໍາລັບປັນຍາປະດິດ (AI) ຊຶ່ງກໍາລັງຊຸກຍູ້ການກໍ່ສ້າງສູນຂໍ້ມູນທົ່ວໂລກ.
ບົດລາຍງານຊີ້ໃຫ້ເຫັນວ່າ: ບໍລິສັດສາທາລະນຸປະໂພກຄາດວ່າຄວາມຕ້ອງການໄຟຟ້າຈະເພີ່ມຂຶ້ນເກືອບສອງເທົ່າຈາກການຄາດຄະເນກ່ອນໜ້ານີ້, ໃນຂະນະທີ່ໄລຍະລໍຖ້າສໍາລັບການເຊື່ອມຕໍ່ຕາຂ່າຍໄຟຟ້າໃນບາງພາກພື້ນກໍາລັງຂະ ຫຍາຍອອກໄປເຖິງສີ່ປີ ຫຼື ຫຼາຍກວ່ານັ້ນ, ຍ້ອນວ່າການກໍ່ສ້າງສູນຂໍ້ມູນກໍາລັງມີຄວາມຄືບໜ້າໄວກວ່າການວາງແຜນພັດທະນາຕາຂ່າຍໄຟຟ້າໃນຫຼາຍຕະຫຼາດອາຊີປາຊີຟິກ.
ຄໍາເຫັນ