AI ແລະ ລະບົບອັດຕະໂນມັດ ກຳລັງຫັນປ່ຽນສະຖານທີ່ເຮັດວຽກໃນແຟັງລັງ

AI ແລະ ລະບົບອັດຕະໂນມັດ ກຳລັງຫັນປ່ຽນສະຖານທີ່ເຮັດວຽກໃນແຟັງລັງ

AI ແລະ ລະບົບອັດຕະໂນມັດ ກຳລັງຫັນປ່ຽນສະຖານທີ່ເຮັດວຽກໃນແຟັງລັງ
ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ຜົນການສໍາຫຼວດໂດຍຫ້ອງການການຄ້າຂອງແຟັງລັງເປີດເຜີຍວ່າ, ປັນຍາປະດິດ (AI) ແລະ ລະບົບອັດຕະໂນມັດກໍາລັງຫັນປ່ຽນບ່ອນເຮັດວຽກຂອງແຟັງລັງຢ່າງໄວວາ, ໂດຍເຂົ້າມາແທນທີ່ທັງວຽກທີ່ໃຊ້ແຮງງານ ແລະ ວຽກລະດັບຜູ້ຊ່ຽວຊານ ໃນຂະນະດຽວກັນກໍຊ່ວຍເພີ່ມປະສິດທິພາບຂອງການເຮັດວຽກ.

 

ຜົນການສໍາຫຼວດລະບຸວ່າ: 22% ຂອງບໍລິສັດໄດ້ປະສົບບັນຫາການໃຊ້ແຮງງານຄົນຫຼຸດລົງ ຍ້ອນ AI ຊຶ່ງເພີ່ມຂຶ້ນຈາກ 15% ເມື່ອປີກ່ອນ, ໃນຂະນະທີ 10% ລາຍງານວ່າ: ການຫຼຸດລົງຂອງວຽກຜູ້ຊ່ຽວຊານເພີ່ມຂຶ້ນຈາກ 5% ເມື່ອປີກ່ອນ. ແຕ່ປະສິດທິພາບທີ່ຂັບເຄື່ອນດ້ວຍ AI ແມ່ນຍັງຊ່ວຍສ້າງຮູບແບບການເຮັດວຽກ ແລະ ຕຳແໜ່ງງານປະເພດໃໝ່ດ້ວຍເຊັ່ນດັນ.

ທ່ານ ຊູວີ ພລູກຄິເນນ ທີ່ປຶກສາອາວຸໂສຂອງສະພາການຄ້າແຟງລັງໃຫ້ຮູ້ວ່າ: ການປ່ຽນແປງເຫຼົ່ານີ້ແມ່ນມີຜົນດີເປັນສ່ວນໃຫຍ່, ໂດຍເພີ່ມທະວີປະສິດທິພາບການເຮັດວຽກ ແລະ ເປີດໂອກາດໃຫ້ການນຳໃຊ້ຊັບພະຍາກອນມະນຸດໃນດ້ານອື່ນໆຫຼາຍຂຶ້ນ. ຢ່າງໃດກໍຕາມ, ແຕ່ຍັງຄົງມີສິ່ງທ້າທາຍທ່າມກາງການວ່າງງານທີ່ສູງ ແລະ ລະດັບທັກສະທີ່ຫຼຸດລົງ.

ທ່ານ ພລູກຄິເນນ ເນັ້ນໜັກວ່າ: ຜູ້ຊອກຫາວຽກເຮັດງານທຳຈຳເປັນຕ້ອງໄດ້ຮັບໂອກາດໃນການພັດທະນາທັກສະໃໝ່ໆ ເພື່ອໃຫ້ທັນກັບການປ່ຽນແປງທາງດ້ານເຕັກໂນໂລຊີຢ່າງໄວວາ. ໃນຂະນະທີ່ບໍລິສັດຈໍານວນຫຼາຍຈະມີໂຄງການຝຶກອົບຮົມພາຍໃນຢູ່ແລ້ວ, ແຕ່ 54% ຂອງຜູ້ຕອບແບບສອບຖາມຊີ້ໃຫ້ເຫັນວ່າລະບົບການສຶກສາຂອງແຟັງລັງຍັງບໍ່ສາມາດຜະລິດບຸກຄະລາກອນທີ່ກຽມພ້ອມສຳລັບອະນາຄົດໄດ້ຢ່່າງພຽງພໍ.

ທ່ານ ພລູກຄິເນນ ຮຽກຮ້ອງໃຫ້ສຸມໃສ່ທັກສະພື້ນຖານ ແລະ ສົ່ງເສີມການຮຽນຮູ້ຕະຫຼອດຊີວິດທີ່ມີຄວາມຍືດຍຸ່ນຫຼາຍຂຶ້ນ, ລວມທັງການຈັດຫຼັກສູດຝຶກອົບຮົມໄລຍະສັ້ນທີ່ເນັ້ນສະເພາະດ້ານ ແລະ ສອດຄ່ອງກັບຄວາມຕ້ອງການຂອງບ່ອນເຮັດວຽກ. ທ່ານກ່າວຕື່ມວ່າ: ກາລະໂອກາດທີ່ສຳຄັນສຳລັບການເຕີບໂຕດ້ານຜະລິດຕະພາບແມ່ນຢູ່ຂ້າງໜ້າ, ແຕ່ແຟັງລັງຕ້ອງພັດທະນາທັກສະຂອງມະນຸດໄປພ້ອມໆກັນດ້ວຍ.

ຜົນການສໍາຫຼວດພົບວ່າ: ຜົນກະທົບຂອງປັນຍາປະດິດ ແລະ ລະບົບອັດຕະໂນມັດແມ່ນເຫັນໄດ້ຢ່າງຊັດເຈນທີ່ສຸດໃນອົງການຈັດຕັ້ງຂະໜາດໃຫຍ່. ໂດຍສອງສ່ວນສາມຂອງບໍລິສັດທີ່ມີພະນັກງານຫຼາຍກວ່າ 250 ຄົນລາຍງານວ່າ: ປະສິດທິພາບຂອງການເຮັດວຽກດີຂຶ້ນ, ໃນຂະນະທີ່ເຄິ່ງໜຶ່ງໄດ້ລາຍງານວ່າວຽກງານການບໍລິຫານຫຼຸດລົງ.

ທັງນີ້, ການສໍາຫຼວດດັ່ງກ່າວດໍາເນີນໃນລະຫວ່າງວັນທີ 18-22 ສິງຫາ 2025, ໄດ້ກວມເອົາ 1,035 ບໍລິສັດໃນຂະແໜງການຕ່າງໆທົ່ວແຟັງລັງ.

ຄໍາເຫັນ

ຂ່າວຕ່າງປະເທດ

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລີເຈມຽນ ປະທານາທິບໍດີ ສ ເກົາຫຼີຊຶ່ງເປັນປະທານກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32 ທີ່ເມືອງ Gyeongju ປະເທດ ສ ເກົາຫຼີໄດ້ຮຽກຮ້ອງໃຫ້ເພີ່ມການຮ່ວມມື ແລະ ຄວາມສາມັກຄີໃນພາກພື້ນອາຊີປາຊີຟິກ ເພື່ອເອົາຊະນະສິ່ງທ້າທາຍໃໝ່ໆ ໃນຂະນະທີ່ໂລກກຳລັງເຂົ້າສູ່ຈຸດປ່ຽນທີ່ສຳຄັນ.
ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີວ່າ: ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ປະກາດເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໄຟຟ້າຈາກພະລັງງານໝູນວຽນ 42.6 ກິໂລວັດໃນໄລຍະທົດສະວັດຕໍ່ໄປ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອເລັ່ງການຫັນປ່ຽນຈາກເຊື້ອໄຟຟອດຊິວໄປສູ່ລະບົບພະລັງງານທີ່ມີກາກບອນຕ່ຳ.
ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ໂກ່ວເຈ່ຍຄຸນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ໂດຍມີນັກຂ່າວຖາມກ່ຽວກັບກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ 30 ຫຼື COP30 ທີ່ຈັດຂຶ້ນຢູ່ນະຄອນເບເລິມ ປະເທດບ​ຣາ​ຊິນ.
ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 1 ພະຈິກ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານວາລະເຮັດວຽກທີ 2 ຂອງຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.
ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຖະແຫຼງການຈາກສະຖາບັນວິທະຍາສາດ Weizmann (WIS) ຂອງອິດສະຣາເອນ ລະບຸວ່າ: ທີມນັກຄົ້ນຄວ້າສາກົນໄດ້ຄົ້ນພົບວ່າການເຄື່ອນໄຫວຂອງມະນຸດໂດຍລວມນັ້ນຫຼາຍກວ່າ ສັດລ້ຽງລູກດ້ວຍນົມເທິງບົກ, ສັດປີກ ແລະ ແມງໄມ້ ໃນທຳມະຊາດທັງໝົດລວມກັນປະມານ 40 ເທົ່າ.
WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ຕຸລາ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ໄດ້ເຜີຍແຜ່ບົດລາຍງານລະດັບໂລກປະຈຳປີ 2025 ກ່ຽວກັບສຸຂະພາບ ແລະ ການປ່ຽນແປງສະພາບອາກາດ ຊຶ່ງເຮັດຮ່ວມກັບໜັງສືພິມ The Lancet ລະບຸວ່າ: ການເພິ່ງພາອາໄສເຊື້ອໄຟຟອດຊິວຫຼາຍເກີນໄປ ແລະ ຄວາມລົ້ມເຫຼວໃນການປັບຕົວເຂົ້າກັບໂລກທີ່ຮ້ອນຂຶ້ນຢ່າງຕໍ່ເນື່ອງ ກຳລັງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ສຸຂະພາບຂອງມະນຸດ.
ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ຂ່າວສານຊີອາໄອລາຍງານວ່າ: ໃນຕອນເຊົ້າວັນທີ 31 ຕຸລາ ຜ່ານມາ, ກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ຄັ້ງທີ 32 ໄດ້ຈັດຂຶ້ນຢູ່ສູນປະຊຸມສາກົນຈອງຈູ ປະເທດ ສ ເກົາຫຼີ. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສສຳຄັນຕໍ່ກອງປະຊຸມຄັ້ງນີ້.
ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດການປະຕິບັດງານຢູ່ ສ ເກົາຫຼີ ແລະ ເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) 2025, ໃນຕອນບ່າຍວັນທີ 30 ຕຸລາ ຜ່ານມາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນ Gyeongju ສ ເກົາຫຼີ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ.
ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ຕຸລາ ຜ່ານມາວ່າ: ທ່ານ ຢູລິອອດ ຕັນຈຸງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ: ອິນໂດເນເຊຍຄາດວ່າຈະເລີ່ມດໍາເນີນງານໂຮງໄຟຟ້ານິວເຄລຍແຫ່ງທຳອິດຂອງປະເທດພາຍໃນປີ 2032 ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການບັນລຸເປົ້າໝາຍການປ່ອຍອາຍແກ໊ສເຮືອນແກ້ວສຸດທິເປັນສູນພາຍໃນປີ 2060.
ເພີ່ມເຕີມ