ບົດລາຍງານຈາກສະຖາບັນດັ່ງກ່າວ ແລະ ບໍລິສັດKearney ທີ່ປຶກສາລະດັບໂລກ ລະບຸວ່າ: AI ອາດຊ່ວຍເພີ່ມລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງອົສຕຣາລີໄດ້ເຖິງ6-8% ໃນໄລຍະທົດສະວັດຕໍ່ໄປ, ໂດຍການເພີ່ມມູນຄ່າທາງເສດຖະກິດປະມານ 103-151 ຕື້ໂດລາໃນປີ 2034.
ໂຕເລກການຄາດຄະເນນີ້ສະແດງໃຫ້ເຫັນເຖິງທ່າແຮງການເຕີບໂຕອັນໃຫຍ່ຫຼວງ ຖ້າຫາກAI ປົດລັອກນະວັດຕະກຳທີ່ກ້າວໜ້າໃນຂົງເຂດຕ່າງໆເຊັ່ນ: ການເບິ່ງແຍງສຸຂະພາບ, ເຕັກໂນໂລຊີຊີວະພາບຫຼື ຫຸ່ນຍົນ. ຢ່າງໃດກໍຕາມ, ອົສຕຣາລີອາດກຳລັງລ້າຫຼັງໃນການແຂ່ງຂັນດ້ານການລົງທຶນ ແລະ ການເປັນຜູ້ນຳດ້ານ AI, ຍ້ອນວ່າປະເທດເສດຖະກິດຊັ້ນນຳອື່ນໆລົງທຶນຕໍ່ຫົວຄົນໃນດ້ານການເບິ່ງແຍງພື້ນຖານໂຄງລ່າງ ແລະ ລະບົບ AI ຫຼາຍກວ່າອົສຕຣາລີເຖິງ 10 ເທົ່າ.
ບົດລາຍງານດັ່ງກ່າວໄດ້ກຳນົດແຜນຜັງທີ່ຊັດເຈນສຳລັບການລົງທຶນດ້ານ AI ແລະ ຮຽກຮ້ອງໃຫ້ມີການສ້າງເຄືອຂ່າຍໂຮງງານ AI ໃນພາກພື້ນ ເພື່ອເຊື່ອມໂຍງບຸກຄະລາກອນທີ່ມີຄວາມສາມາດ, ການຄົ້ນຄວ້າ, ອຸດສາຫະກຳ ແລະ ລັດຖະບານອີກທັງດຳເນີນການຝຶກອົບຮົມ AI ໃນລະດັບປະຊາກອນເພື່ອຮັບປະກັນວ່າຄົນງານ ໂດຍສະເພາະໃນວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs)ຈະມີທັກສະໃນການນຳໃຊ້ AI ຢ່າງມີປະສິດທິພາບ ແລະ ປອດໄພ.
ຄໍາເຫັນ