![]() |
ໃນກອງປະຊຸມ ໄດ້ຕົກລົງເຫັນດີແຕ່ງຕັ້ງຄະນະປະສານງານຮ່ວມລະຫວ່າງອົງການໄອຍະການ ປະຊາ ຊົນເຂດ I ແລະ ກອງບັນຊາການ ປກສ ເມືອງອຸທຸມພອນ ເພື່ອຜັນຂະຫຍາຍເນື້ອໃນບົດບັນທຶກຮ່ວມ 4 ພາກສ່ວນ ກ່ຽວກັບການດໍາເນີນຄະດີຕາມຂະບວນການຍຸຕິທໍາ ເຂົ້າສູ່ວຽກງານຕົວຈິງໃນຂອບເຂດຄວາມຮັບຜິດຊອບ, ຊຶ່ງອົງການໄອຍະການ ປະຊາຊົນເຂດ I ເປັນໃຈກາງໃນການປະສານງານຈັດກອງປະຊຸມ ຫຼື ກອງບັນຊາການ ປກສ ເມືອງ ເປັນເຈົ້າການ ໃນການປະສານສົມທົບຈັດກອງປະຊຸມ ເພື່ອນໍາບັນຫາທີ່ຈໍາເປັນ ແລະ ຮີບດ່ວນ ເຂົ້າກອງປະຊຸມຄະນະປະສານງານເວລາໃດກໍໄດ້ ເພື່ອຮ່ວມກັນຄົ້ນຄວ້າ ແລະ ຕົກລົງແກ້ໄຂໃຫ້ທັນການບັນຫາທີ່ເກີດຂຶ້ນຢູ່ໃນຄວາມຮັບຜິດຊອບຂອງພາກສ່ວນໃດ ໃຫ້ພາກສ່ວນນັ້ນເປັນເຈົ້າການ ໃນການສະໜອງຂໍ້ມູນຂ່າວສານ ຫຼື ຫຼັກຖານທີ່ກ່ຽວຂ້ອງໃຫ້ກັນ ແລະ ກັນ ກ່ອນການປະຊຸມຮ່ວມໃນເວລາອັນຄວນ ແລະ ເມື່ອມີການຕົກລົງແລ້ວ ພາກສ່ວນນັ້ນຕ້ອງເປັນເຈົ້າການແກ້ໄຂຢ່າງເດັດຂາດ ແລະ ເປັນຮູບປະທໍາ, ບັນຫາທີ່ນໍາມາຄົ້ນຄວ້າ ແລະ ຕົກລົງໃນກອງປະຊຸມ ຄະນະປະສານງານຮ່ວມແມ່ນການດໍາເນີນຄະດີອາຍາທີ່ມີຄວາມຫຍຸ້ງຍາກສັບສົນ, ຄະດີລາຍໃຫຍ່ ຫຼື ຄະດີທີ່ພົວພັນກັບການຮ່ວມມືສາກົນ ກ່ຽວກັບບັນຫາທາງອາຍາ ຫຼື ຄະດີທີ່ສັງຄົມໃຫ້ຄວາມສົນໃຈ ແລະ ມີການພົວພັນຫຼາຍເມືອງ, ການກໍານົດເຫດການຂອງຄະດີ, ການຕີຄວາມໝາຍຂອງກົດໝາຍ, ການນໍາໃຊ້ວິທີການສືບສວນ-ສອບສວນ ແລະ ມາດຕະການສະກັດກັ້ນ, ຊຶ່ງສໍານວນຄະດີຢູ່ພາກສ່ວນໃດໃຫ້ພາກສ່ວນນັ້ນເປັນເຈົ້າການ ໃນການສະໜອງຂໍ້ມູນຂ່າວສານ ຫຼື ເອ ກະສານຫຼັກຖານທີ່ກ່ຽວຂ້ອງໃຫ້ກັນ ແລະ ກັນ ເພື່ອສັງລວມລາຍງານໃຫ້ຫົວໜ້າອົງການໄອຍະການປະຊາຊົນເຂດ I ແລະ ຫົວໜ້າກອງບັນຊາການ ປກສ ເມືອງເພື່ອຮັບຊາບ. ນອກນີ້, ໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຕົວຈິງຂອງ 2 ພາກສ່ວນໃຫ້ວ່ອງໄວທັນກັບສະພາບການເຊັ່ນ: ເຂົ້າຮ່ວມໃນການລົງຊັນນະສູດສະຖານທີ່ເກີດເຫດ, ໃນການກວດຄົ້ນເຄຫະສະຖານ ແລະ ການອອກຄໍາສັ່ງຈັບຕົວ, ໃນການສະຫຼຸບລາຍງານສະຖິຕິການດໍາເນີນຄະດີອາຍາລະຫວ່າງອົງການໄອຍະການປະຊາຊົນເຂດ I ແລະ ກອງບັນຊາການ ປກສ ເມືອງອຸທຸມພອນ ໂດຍປະຕິບັດຕາມແບບຟອມລາຍງານທີ່ສູນກາງກໍານົດອອກເປັນບ່ອນອີງ ໃນການຈັດຕັ້ງປະຕິບັດກ່ອນທີ່ຈະມີການເຊັນບົດບັນທຶກ.
ກອງປະຊຸມຍັງໄດ້ປະກອບຄໍາຄິດເຫັນ ແລກປ່ຽນຖອດຖອນບົດຮຽນ ໃນການດໍາເນີນຄະດີຕໍ່ຜູ້ກະທໍາຜິດ, ການຕີຄວາມໝາຍ, ການວາງຂໍ້ຫາ, ການຂໍກັກຕົວພາງ, ການຈໍລະຈອນທາງດ້ານເອກະສານຊັກຊ້າ ແລະ ບັນຫາອື່ນໆ. ຂ່າວ: ເມືອງອຸທຸມພອນ

ຄໍາເຫັນ