ອາເມຣິກາ ແລະ ຊາອຸດິດ ອາຣັບບີ ລົງນາມໃນຂໍ້ຕົກລົງ ມູນຄ່າ 142 ຕື້ກວ່າໂດລາ

ອາເມຣິກາ ແລະ ຊາອຸດິດ ອາຣັບບີ ລົງນາມໃນຂໍ້ຕົກລົງ ມູນຄ່າ 142 ຕື້ກວ່າໂດລາ

ອາເມຣິກາ ແລະ ຊາອຸດິດ ອາຣັບບີ ລົງນາມໃນຂໍ້ຕົກລົງ ມູນຄ່າ 142 ຕື້ກວ່າໂດລາ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ທ່ານ ໂດໂນ ທຣຳ ປະທານາທິບໍດີ ສະຫະລັດ ອາເມຣິກາ ໄດ້ເດີນທາງຮອດ ນະຄອນຫຼວງຣີຢາດ ປະເທດຊາອຸດິດ ອາຣັບບີ ຊຶ່ງເປັນປະເທດທຳອິດໃນການຢ້ຽມຢາມ 3 ປະເທດເຂດອ່າວ ເປີເຊີຍ ລວມມີ: ຊາອຸດິດ ອາຣັບບີ, ກາຕາ ແລະ ສະຫະລັດ ອາຣັບ ເອມີເລດ (UAE). ຕິດຕາມທ່ານປະທານາທິບໍດີ ອາເມຣິກາ ໃນການຢ້ຽມຢາມຄັ້ງນີ້ ມີການນຳວິສາຫະກິດແຖວໜ້າຂອງ ສະຫະລັດ ອາເມຣິກາ, ໃນນັ້ນມີ ທ່ານ ອີລອນ ມາກ.

 

 

ພາຍຫຼັງໄປຮອດ ນະຄອນຫຼວງຣີຢາດ, ທ່ານ ໂດໂທ ທຣຳ ແລະ ເຈົ້າຊາຍ ໂມຮາເໝັດ ບິນ ຊາລມານ ໄດ້ລົງນາມໃນສັນຍາການພົວພັນຄູ່ຮ່ວມມືດ້ານເສດຖະກິດຍຸດທະສາດລະຫວ່າງ ສະຫະລັດ ອາເມຣິກາ ກັບ ຊາອຸດິດ ອາຣັບບີ. ສັນຍາສະບັບດັ່ງກ່າວ ລວມມີບັນດາບົດບັນທຶກຊ່ວຍຈຳ (MoU) ແລະ ຂໍ້ຕົກລົງຮ່ວມມືໃນຂົງເຂດພະລັງງານ, ບໍ່ແຮ່ ແລະ ການປ້ອງກັນຊາດ, ໃນນັ້ນ ມີຂໍ້ຕົກລົງຮ່ວມມືໃນຂົງເຂດປ້ອງກັນຊາດທີ່ມີມູນຄ່າ 142 ຕື້ກວ່າໂດລາ, ໂດຍສຸມໃສ່ການຫັນກຳລັງຄວາມສາມາດຂອງບັນດາກຳລັງປະກອບອາວຸດ ຊາອຸດິດ ອາຣັບບີ ເປັນທັນສະໄໝ.

ຄໍາເຫັນ

ຂ່າວຕ່າງປະເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ພົບ​ປະ​ເຈ​ລະ​ຈາ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ພົບ​ປະ​ເຈ​ລະ​ຈາ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 24 ມິຖຸນາ ຜ່ານມາ, ເນື່ອງໃນໂອກາດທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມກອງປະຊຸມ WEF ທຽນຊີນ ແລະ ເຮັດວຽກຢູ່ ຈີນ, ທ່ານ ຟ້າມມິງຈິງ ໄດ້ມີການພົບປະກັບທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ. ໃນການພົບປະ, ນາຍົກລັດຖະມົນຕີສອງທ່ານເຫັນດີຕີລາຄາການພົວພັນລະຫວ່າງສອງພັກ, ສອງລັດ ທີ່ໄດ້ມີບັນດາບາດກ້າວຫັນປ່ຽນຢ່າງແຮງ, ແທດຈິງ ດ້ວຍຈຸດເດັ່ນທີ່ຕັ້ງໜ້າຫຼາຍຢ່າງ ເຊັ່ນ: ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໄດ້ຮັບການປັບປຸງ, ມີຫຼາຍກົນໄກຮ່ວມມືໃໝ່ໄດ້ຮັບການສ້າງຕັ້ງຂຶ້ນ, ການຮ່ວມມືດ້ານເສດຖະກິດ - ການຄ້າ, ການລົງທຶນ, ການທ່ອງທ່ຽວຮັກສາທ່ວງທ່າເຕີບໂຕ; ການຮ່ວມມືໃນການສ້າງເສັ້ນທາງລົດໄຟ, ການບິນກໍໄດ້ຮັບການຍູ້ແຮງເຊັ່ນດຽວກັນ.
ນັກຄົ້ນຄວ້າອິສຣາແອນ ຄົ້ນພົບກົນໄກຂອງສະໝອງ ທີ່ຄວບຄຸມອາການເຈັບປວດ

ນັກຄົ້ນຄວ້າອິສຣາແອນ ຄົ້ນພົບກົນໄກຂອງສະໝອງ ທີ່ຄວບຄຸມອາການເຈັບປວດ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້; ມະຫາວິທະຍາໄລຮິບຣູ ແຫ່ງເຢຣູຊາເລັມ ລາຍງານວ່າ: ນັກວິທະຍາສາດຂອງອິສຣາແອນ ໄດ້ຄົ້ນພົບກົນໄກຂອງສະໝອງທີ່ຊ່ວຍຄວບຄຸມອາການເຈັບປວດໄລຍະສັ້ນແຕ່ບໍ່ສາມາດຄວບຄຸມອາການເຈັບປວດຊໍາເຮື້ອໄດ້ ຊຶ່ງສາມາດນຳໄປສູ່ການປິ່ນປົວທີ່ມີປະສິດທິພາບຫຼາຍຂຶ້ນ.
ກຳປູເຈຍ ຢືນຢັນມີຄົນເຈັບໄຂ້ຫວັດສັດປີກເພີ່ມຂຶ້ນ

ກຳປູເຈຍ ຢືນຢັນມີຄົນເຈັບໄຂ້ຫວັດສັດປີກເພີ່ມຂຶ້ນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 24 ມິຖຸນາ ຜ່ານມາວ່າ: ກະຊວງສາທາລະນະສຸກກໍາປູເຈຍໄດ້ອອກຖະແຫຼງການກ່ຽວກັບການພົບຄົນເຈັບທີ່ເປັນໄຂ້ຫວັດສັດປີກ ສາຍພັນ H5N1 ຊຶ່ງເປັນເພດຍິງ ອາຍຸ 41 ປີ ອາໄສຢູ່ແຂວງສຽມຣຽບ ທາງພາກຕາເວັນຕົກສ່ຽງເໜືອຂອງປະເທດ.
ອາຊີ ຮ້ອນໄວຂຶ້ນເກືອບສອງເທົ່າຂອງອັດຕາສະເລ່ຍຂອງໂລກ

ອາຊີ ຮ້ອນໄວຂຶ້ນເກືອບສອງເທົ່າຂອງອັດຕາສະເລ່ຍຂອງໂລກ

ຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ ຜ່ານມາວ່າ: ປີ 2024 ເປັນປີທີ່ຮ້ອນທີ່ສຸດແບບບໍ່ເຄີຍມີມາກ່ອນ ຫຼື ເປັນປີທີ່ຮ້ອນທີ່ສຸດເປັນອັນດັບສອງເທົ່າທີ່ມີການບັນທຶກໄວ້, ລວມເຖິງຄື້ນຄວາມຮ້ອນທີ່ແຜ່ລາມ ແລະ ແກ່ຍາວເປັນເວລາດົນນານ ຊຶ່ງທ່າ​ອ່ຽງ​ຄວາມຮ້ອນ​ລະຫວ່າງ​ປີ 1991-2024 ​ເພີ່ມຂຶ້ນ​ເກືອບ​ສອງ​ເທົ່າ​ຂອງ​ໄລຍະ​ປີ 1961-1990.
ອິນໂດເນເຊຍ ສົ່ງອອກອາຫານທະເລ ມູນຄ່າຫຼາຍກວ່າ 28 ພັນຕື້ຣູເປຍ

ອິນໂດເນເຊຍ ສົ່ງອອກອາຫານທະເລ ມູນຄ່າຫຼາຍກວ່າ 28 ພັນຕື້ຣູເປຍ

ຂ່າວຕ່າງປະເທດລາຍງານ ໃນວັນທີ 24 ມິຖຸນາ ຜ່ານມາວ່າ: ທ່ານ ອິຊາຕິນີ ຫົວໜ້າຫ້ອງການຄວບຄຸມ ແລະ ກວດກາຄຸນນະພາບຜະລິດຕະພັນການປະມົງ ພາຍໃຕ້ກະຊວງກິດຈະການທາງທະເລ ແລະ ການປະມົງຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ: ການສົ່ງອອກຜະລິດຕະພັນທາງທະເລ ແລະ ການປະມົງ ຈາກແຂວງສຸລາເວສີຕາເວັນອອກສ່ຽງໃຕ້ ສູ່ ສະຫະລັດ ອາເມຣິກາ ແລະ ໄທ ຈຳນວນ 98 ໂຕນ ມີມູນຄ່າຫຼາຍກວ່າ 28 ພັນຕື້ຣູເປຍ.
ຈີນ ສາມາດຜະລິດໄຟຟ້າພະ​ລັງ​ງານ​ແສງ​ຕາ​ເວັນ​ ບັນ​ລຸ 1 ຕື້​ກິ​ໂລ​ວັດ

ຈີນ ສາມາດຜະລິດໄຟຟ້າພະ​ລັງ​ງານ​ແສງ​ຕາ​ເວັນ​ ບັນ​ລຸ 1 ຕື້​ກິ​ໂລ​ວັດ

ຂ່າວສານຊີອາໄອລາຍງານ ໃນວັນທີ 24 ມິຖຸນາ ຜ່ານມາ; ໂຕເລກສະຖິຕິຫຼ້າສຸດທີ່ເປີດເຜີຍໂດຍອົງການພະລັງງານແຫ່ງຊາດຈີນສະແດງໃຫ້ເຫັນວ່າ: ນັບມາຮອດທ້າຍເດືອນພຶດສະພາຜ່ານມາ, ຄວາມສາມາດຜະລິດໄຟຟ້າພະລັງງານແສງຕາເວັນຂອງຈີນໄດ້ບັນລຸ 1 ຕື້ກິໂລວັດ, ກວມເກືອບ 30% ຂອງຄວາມສາມາດຜະລິດໄຟຟ້າທີ່ຕິດຕັ້ງທັງໝົດຂອງຈີນ. ຄວາມສາມາດຜະລິດໄຟຟ້າພະລັງງານແສງຕາເວັນທັງໝົດໃນທົ່ວໂລກເກືອບເຄິ່ງໜຶ່ງແມ່ນຜະລິດໂດຍຈີນ.
ເລ​ຂາ​ທິ​ການ​ໃຫຍ່ ຫວຽດນາມ ພົບ​ປະ​ ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໜຸ່ມ

ເລ​ຂາ​ທິ​ການ​ໃຫຍ່ ຫວຽດນາມ ພົບ​ປະ​ ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໜຸ່ມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 24 ມິຖຸນາ ຜ່ານມາ ຢູ່ສຳນັກງານສູນກາງພັກ ນະຄອນຫຼວງຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໄດ້ມີການພົບປະກັບສະມາຊິກສະພາແຫ່ງຊາດເກືອບ 100 ທ່ານ, ໂດຍຕາງໜ້າໃຫ້ກຸ່ມສະມາຊິກສະພາແຫ່ງຊາດໜຸ່ມ ທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ 9 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV.
ກຳປູເຈຍ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 2.95 ລ້ານເທື່ອຄົນ

ກຳປູເຈຍ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 2.95 ລ້ານເທື່ອຄົນ

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້, ທ່ານ ຮຸນມາເນດ ​ນາຍົກລັດຖະມົນຕີກຳປູ​ເຈຍ ກ່າວ​ວ່າ: ກຳປູ​ເຈຍ​ໄດ້ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ 2.95 ລ້ານ​ເທື່ອ​ຄົນ ​ໃນ​ລະຫວ່າງ​ເດືອນ​ມັງກອນ​ ຫາ ​ເດືອນ​ພຶດສະພາ 2025, ​ເພີ່ມ​ຂຶ້ນ 11.7% ​ເມື່ອ​ທຽບ​ໃສ່​ປີ​ກາຍ.
CPI ພື້ນຖານ ຂອງສິງກະໂປຫຼຸດລົງເຖິງ 0.6% ໃນເດືອນພຶດສະພາ

CPI ພື້ນຖານ ຂອງສິງກະໂປຫຼຸດລົງເຖິງ 0.6% ໃນເດືອນພຶດສະພາ

ຂ່າວຕ່າງປະເທດລາຍງານ; ກະຊວງ​ການ​ຄ້າ​ - ​ອຸດສາຫະກຳ ແລະ​ ທະນາຄານກາງ ​ສິງກະ​ໂປ ເປີດເຜີຍ​ໃນ​ວັນ​ທີ 23 ມິຖຸນາ​ ຜ່ານມາ​ວ່າ: ດັດຊະນີ​ລາຄາ​ຜູ້​ບໍລິ​ໂພ​ກພື້ນຖານ (CPI) ​ໄດ້​ຫຼຸດ​ລົງ​ເຖິງ 0.6% ໃນເດືອນພຶດສະພາ ຜ່ານມາ ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ ​ຈາກລະດັບ 0.7% ​ໃນ​ເດືອນ​ເມສາ, ໂດຍປັດໄຈຕົ້ນຕໍ​ແມ່ນ​ຍ້ອນການຫຼຸດລົງຂອງ​ອັດຕາ​ເງິນ​ເຟີ້ໃນປະເພດ​ສະບຽງ​ອາຫານ ຊຶ່ງຢູ່ໃນລະດັບ 1.1% ​ໃນ​ເດືອນ​ພຶດສະພາ ຜ່ານມາ.
ຍີ່ປຸ່ນ ກວດວັນນະໂຣກ ສຳລັບຄົນຕ່າງປະເທດ ກ່ອນເດີນທາງເຂົ້າປະເທດ

ຍີ່ປຸ່ນ ກວດວັນນະໂຣກ ສຳລັບຄົນຕ່າງປະເທດ ກ່ອນເດີນທາງເຂົ້າປະເທດ

ຂ່າວຕ່າງປະເທດລາຍງານ; ກະຊວງສາທາລະນະສຸກ, ແຮງງານ ແລະ ສະຫວັດດີການຂອງຍີ່ປຸ່ນ ເປີດເຜີຍໃນວັນທີ 23 ມິຖຸນາ ຜ່ານມາວ່າ: ຍີ່ປຸ່ນ ໄດ້ເລີ່ມປະຕິບັດມາດຕະການກວດວັນນະໂຣກກ່ອນເດີນທາງເຂົ້າປະເທດ ສຳລັບຄົນຕ່າງປະເທດທີ່ວາງແຜນຈະຢູ່ຍີ່ປຸ່ນເກີນ 3 ເດືອນ, ໂດຍເລີ່ມຈາກຜູ້ທີ່ເດີນທາງມາຈາກປະເທດຟີລິບປິນ ແລະ ເນປານ. ຈາກນັ້ນ, ຄາດ​ວ່າ​ຈະ​ເພີ່ມ​ຫວຽດນາມ​ເຂົ້າ​ໃນ​ເດືອນ​ກັນຍາ, ຖັດມາ​ແມ່ນ​ອິນ​ໂດ​ເນ​ເຊຍ, ມຽນມາ ​ແລະ ຈີນ.
ເພີ່ມເຕີມ