ໃນວັນທີ 10 ມັງກອນ ຜ່ານມາ, ສູນດັ່ງກ່າວລາຍງານຈຳນວນເດັກນ້ອຍເສຍຊີວິດຈາກໄຂ້ຫວັດໃຫຍ່ 15 ຄົນ, ເຮັດໃຫ້ຈຳນວນເດັກນ້ອຍເສຍຊີວິດຈາກໄຂ້ຫວັດໃຫຍ່ໃນລະດູການນີ້ມີທັງໝົດ 32 ຄົນ. ໂດຍພົບວ່າ 90% ຂອງການເສຍຊີວິດຈາກໄຂ້ຫວັດໃຫຍ່ແມ່ນຢູ່ໃນເດັກນ້ອຍທີ່ບໍ່ໄດ້ຮັບການສັກຢາວັກຊິນປ້ອງກັນໄຂ້ຫວັດໃຫຍ່ຄົບຖ້ວນ.
ລະດູການໄຂ້ຫວັດໃຫຍ່ໃນ ສະຫະລັດ ອາເມຣິກາ ມັກຈະກົງກັບລະດູໃບໄມ້ຫຼົ່ນ ແລະ ລະດູ ໜາວ, ໂດຍໄລຍະການລະບາດສູງສຸດແມ່ນລະຫວ່າງເດືອນທັນວາ ແລະ ເດືອນກຸມພາ.
ສູນດັ່ງກ່າວຮຽກຮ້ອງໃຫ້ທຸກຄົນທີ່ມີອາຍຸ 6 ເດືອນຂຶ້ນໄປທີ່ຍັງບໍ່ໄດ້ຮັບການສັກວັກຊິນປ້ອງກັນໄຂ້ຫວັດໃຫຍ່ໃນລະດູການນີ້ໃຫ້ຮີບໄປສັກວັກຊິນໂດຍໄວທີ່ສຸດ.
ຄໍາເຫັນ