ໃນລະຫວ່າງພິທີມອບ-ຮັບ ຊຶ່ງຈັດຂຶ້ນທີ່ພິພິທະພັນໂມເຊກ ຊຸກມາ ໃນແຂວງກາຊີອານເຕັບ ທາງພາກຕາເວັນອອກສ່ຽງໃຕ້ຂອງປະເທດຕວັກກີ, ທ່ານ ເມເມັດ ນູຣີ ເອີຊອຍ ລັດຖະມົນຕີກະຊວງວັດທະນະທຳ ແລະ ທ່ອງທ່ຽວຂອງຕວັກກີ ໄດ້ເປີດເຜີຍວ່າ: ຕວັກກີ ສາມາດກູ້ຄືນຮູບແຕ້ມໂມເຊກອັນທີ 13 ນີ້ກັບຄືນຢ່າງສຳເລັດຜົນຜ່ານການຕິດຕາມກວດກາການປະມູນລະດັບສາກົນ ແລະ ການຮ່ວມມືກັບເຈົ້າໜ້າທີ່ ສະຫະລັດ ອາເມຣິກາ.
ທ່ານ ເອີຊອຍ ກ່າວຕື່ມວ່າ: ຮູບແຕ້ມໂມເຊກອີກ 12 ອັນທີ່ກູ້ຄືນມາກ່ອນໜ້ານີ້ໄດ້ຖືກວາງສະແດງຢູ່ທີ່ພິພິທະພັນໂມເຊກ ຊຸກມາ. ໂດຍຕວັກກີ ປະສົບຄວາມສຳເລັດໃນການກູ້ຄືນວັດຖຸບູຮານທາງວັດທະນະທຳທັງໝົດ 13,454 ລາຍການ ນັບຕັ້ງແຕ່ປີ 2002.
ທັງນີ້, ຮູບແຕ້ມ "Gypsy Girl" ຖືກຍົກຍ້ອງວ່າເປັນ "Mona Lisa" ໃນແບບສິລະປະຂອງໂມເຊກ. ເຊື່ອກັນວ່າເປັນຮູບພາບຂອງເມນາດ, ຍິງສາວຜູ້ຕິດຕາມໄດໂອໄນຊຸສ ເທບພະເຈົ້າແຫ່ງເຫຼົ້າແວງໃນນິທານ.
ຄໍາເຫັນ