ອຳນວຍການໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງເຊິນລາ ພົບປະການນໍາແຂວງໄຊສົມບູນ.

ອຳນວຍການໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງເຊິນລາ ພົບປະການນໍາແຂວງໄຊສົມບູນ.

ອຳນວຍການໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງເຊິນລາ ພົບປະການນໍາແຂວງໄຊສົມບູນ.
ໃນໂອກາດ ລົງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ, ທ່ານ ນາງ ລໍ່ ທິ ຖຸຍ ຮ່າກຳມະການຄະນະບໍລິຫານງານພັກແຂວງອໍານວຍການໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ແຂວງ ເຊິນລາ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ທ່ານ ນາງ ຄໍາສີ ສິດທິວໍລະດາຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໃນວັນທີ 17 ພະຈິກຜ່ານມານີ້ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ ພ້ອມດ້ວຍຄະນໍາຂອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ອຳນວຍການໂຮງຮຽນທດສະດການເມອງ ແລະ ການປກຄອງແຂວງເຊນລາ ພບປະການນາແຂວງໄຊສມບນ. - image 1
 

ທ່ານ ນາງ ລໍ່ ທິ ຖຸຍ ຮ່າ ໄດ້ແຈ້ງຈຸດປະສົງ ໃນການມາເຄື່ອນໄຫວ ແລະ ເຮັດວຽກຄັ້ງນີ້ ກໍເພື່ອພົບປະແລກປ່ຽນຖອດຖອນບົດຮຽນ ວຽກງານກໍ່ສ້າງພະນັກງານໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ໃຫ້ທ່ານ ຫົວໜ້າຄະນະໂຄສະນາອົບຮົມແຂວງໄດ້ຮັບຊາບ. ໂອກາດດັ່ງກ່າວ, ທ່ານ ນາງ ຄໍາສີ ສິດທິວໍລະດາ ໄດ້ກ່າວຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເຂົ້າພົບປະ ຂອງທ່ານ ນາງ ລໍ່ ທິ ຖຸຍ ຮ່າ ໃນຄັ້ງນີ້ ພ້ອມທັງລາຍງານໂດຍຫຍໍ້ ກ່ຽວກັບສະພາບເສດຖະກິດ-ສັງຄົມ ຂອງແຂວງໄຊສົມບູນ ໃຫ້ ທ່ານ ອໍານວຍການໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ໄດ້ຮັບຊາບ.

ອຳນວຍການໂຮງຮຽນທດສະດການເມອງ ແລະ ການປກຄອງແຂວງເຊນລາ ພບປະການນາແຂວງໄຊສມບນ. - image 2
 

ໃນວັນດຽວກັນນີ້, ທ່ານນາງ ລໍ່ ທິ ຖຸຍ ຮ່າ ພ້ອມດ້ວຍຄະນະ ໄດ້ພົບປະແລກປ່ຽນຖອດຖອນບົດຮຽນ ລະຫວ່າງ ແຂວງໄຊສົມບູນ ກັບ ແຂວງເຊິນລາ ໂດຍສະເພາະແມ່ນວຽກງານການກໍ່ສ້າງພະນັກງານ ຂອງໂຮງຮຽນການເມືອງ ແລະ ການປົກຄອງ ກໍເພື່ອເປັນການຍົກລະດັບໃຫ້ຖັນແຖວພະນັກງານ, ຄູສອນ, ໂຮງຮຽນ ຂອງສອງແຂວງ ໃຫ້ນັບມື້ນັບສູງຂຶ້ນ ແລະ ເຮັດໃຫ້ການສິດ-ສອນ ມີປະສິທິພາບ ແລະ ມີຄຸນນະພາບ ດີຂຶ້ນກ່ວາເກົ່າ, ທັງນີ້ກໍເພື່ອ ເປັນການເສີມສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນ ສອງຊາດລາວ-ຫວຽດນາມ ໂດຍສະເພາະແມ່ນ ແຂວງໄຊສົມບູນ ແລະ ແຂວງເຊິນລາ ໃນການຮ່ວມມືຮອບດ້ານ ໃຫ້ໜັ້ນຄົງທະນົງແກ່ນຊົ່ວກາລະນານ ແນໃສ່ພັດທະນາ ໃຫ້ມີຄວາມກ້າວໜ້າຂຶ້ນ ຢ່າງບໍ່ຢຸດຢັ້ງ.

(ພາບ-ຂ່າວ: ຟອງ ນໍນິນທາ)

ຄໍາເຫັນ

ຂ່າວການຮ່ວມມື

ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຣັດເຊຍ

ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຣັດເຊຍ

ໃນວັນທີ 19 ພະຈິກ 2025, ທີ່ທໍານຽບປະທານປະເທດ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທ່ານ ວະລາເມຍ ກາລີນິນ (Vladimir Kalinin), ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສະຫະພັນ ຣັດເຊຍ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ຢ້ຽມຢາມໂຮງຮຽນ ມສ ວຽງຈັນ

ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ຢ້ຽມຢາມໂຮງຮຽນ ມສ ວຽງຈັນ

ວັນທີ 19 ພະຈິກ 2025 ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ໄດ້ຢ້ຽມຢາມໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ໂດຍການຕ້ອນຮັບຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທ່ານ ນາງ ລີປ່າເອ້ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ທ່ານ ທອງພັນ ອຸໄລທອນ ຜູ້ອຳນວຍການໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ພ້ອມຫົວໜ້າສຶກສາທິການ ແລະ ກິລາເມືອງຈັນທະບູລີ ຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.
ຮອງປະທານສນຊຕ້ອນຮັບ ຄະນະໂຄສະນາສຶກສາແລະຂົນຂວາຍປະຊາຊົນສູນກາງພັກກອມມູນິດ  ຫວຽດນາມ

ຮອງປະທານສນຊຕ້ອນຮັບ ຄະນະໂຄສະນາສຶກສາແລະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ

ສະຫາຍຈ້ຽວຕ່າຍວິງຮອງຫົວໜ້າຄະນະໂຄສະນາສຶກສາແລະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມພ້ອມຄະນະໄດ້ເຂົ້າພົບປະຢ້ຽມຢາມສະຫາຍນາງອິນລາວັນແກ້ວບຸນພັນຮອງປະທານສູນກາງ ແນວລາວສ້າງຊາດຜູ້ປະຈໍາການ (ສນຊ) ໃນວັນທີ 19 ພະຈິກນີ້ທີ່ ສນຊ.
ກອງປະຊຸມພົບປະສອງຝ່າຍ ສປປ ລາວ ແລະ ສປ ຈີນ

ກອງປະຊຸມພົບປະສອງຝ່າຍ ສປປ ລາວ ແລະ ສປ ຈີນ

ໃນວັນທີ 13 ພະຈິກ ຜ່ານມານີ້ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະຜູ້ແທນ ຈາກ ສປປ ລາວ ຈາກບັນດາກົມວິຊາການທີ່ກ່ຽວຂ້ອງ ຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ກະຊວງສາທາລະນະສຸກ, ກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມ ພົບປະ ກັບ ທ່ານ Zhao Zenglian ຮອງລັດຖະມົນຕີ ອົງການຄຸ້ມຄອງພາສີ ແຫ່ງ ສປຈີນ ພ້ອມດ້ວຍ ກົມກ່ຽວຂ້ອງເຂົ້າຮ່ວມ. ການພົບປະສອງຝ່າຍດັ່ງ ໄດ້ຈັດຂຶ້ນໃນລະຫວ່າງການເຂົ້າຮ່ວມກອງປະຊຸມລັດຖະມົນຕີ ອາຊຽນ-ຈີນ ກ່ຽວກັບ ວຽກງານ ສຸຂານາໄມ ແລະ ສຸຂານາໄມພືດ (SPS) ຄັ້ງທີ 9 (The 9th China-ASEAN Ministerial Meeting on Sanitary and Phytosanitary (SPS) Cooperation) ທີ່ ນະຄອນຊົງຊິງ, ສປ.ຈີນ.
ຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ຄໍາພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບສະຫາຍ ຈ້ຽວ ຕ່າຍ ວິງ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະໃນວັນທີ 19 ພະຈິກນີ້ທີ່ ຄອສພ. ໃນໂອກາດມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 16-19 ພະຈິກ 2025.
ສຂຈ ຕ້ອນຮັບຮອງເຈົ້າຄອງນະຄອນຄຸນໝິງສປ ຈີນ

ສຂຈ ຕ້ອນຮັບຮອງເຈົ້າຄອງນະຄອນຄຸນໝິງສປ ຈີນ

ສະຖາບັນຂົງຈື (ສຂຈ)ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດພິທີຕ້ອນຮັບຄະນະຜູ້ແທນຈາກນະຄອນຄຸນມິງ ແຂວງຢຸນນານ ສປ ຈີນ ນຳໂດຍທ່ານ Wang Yunlin ຮອງເຈົ້ານະຄອນຄຸນໝິງພ້ອມດ້ວຍຄະນະເດີນທາງມາເຄື່ອນໄຫວຢ້ຽມຢາມສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດໃນວັນທີ 18 ພະຈິກນີ້ ເປັນກຽດຕ້ອນຮັບໂດຍທ່ານ ສິນທະວອນ ດາລາວົງ ຮອງຜູ້ອຳນວຍການໃຫຍ່ ມຊ, ມີທ່ານ ຄຳຮຸ່ງ ຈັນທະວົງ ຜູ້ອຳນວຍການສະຖາບັນຂົງຈື ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ຮອງປະທານປະເທດ ພົບປະກັບ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ

ຮອງປະທານປະເທດ ພົບປະກັບ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,​ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ໄດ້ສະເດັດເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 17 - 21 ພະຈິກ 2025.
ສະຫຼອງ ຄົບຮອບ50 ປີ ແຫ່ງສາຍພົວພັນການທູດ ລາວ-ໂຮນລັງ

ສະຫຼອງ ຄົບຮອບ50 ປີ ແຫ່ງສາຍພົວພັນການທູດ ລາວ-ໂຮນລັງ

ໃນຕອນຄໍ່າຂອງວັນທີ 17ພະຈິກ 2025, ທີ່ ໂຮງແຮມ ເສດຖາ ປາລາສ, ນະຄອນຫຼວງວຽງຈັນ, ໄດ້ມີພິທີສະເຫຼີມສະຫຼອງຄົບຮອບ 50 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ​ຣາ​ຊະ​ອາ​ນາ​ຈັກໂຮນລັງຂຶ້ນຢ່າງເປັນທາງການ,ໂດຍການເປັນເຈົ້າພາບຮ່ວມຂອງ ທ່ານ ໄມທອງ ທໍາມະວົງສາ,ຮັກສາການລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ແລມ​ໂກ ​ຟົງ ໄວຄາ​ເດິນ (Remco VAN WIJNGAARDEN),ເອກອັກຄະລັດຖະທູດ ແຫ່ງ ຣາ​ຊະ​ອາ​ນາ​ຈັກໂຮນລັງປະຈຳສປປລາວ ທີ່ມີສໍານັກງານຕັ້ງຢູ່ບາງກອກ, ປະເທດໄທ,ຕາງໜ້າລັດຖະບານ ແຫ່ງ ຣາ​ຊະ​ອາ​ນາ​ຈັກ ໂຮນລັງ, ມີບັນດາທູຕານຸທູດຕ່າງປະເທດ ປະຈໍາ ສປປ ລາວ ແລະ ແຂກຖືກເຊີນຈາກພາກສ່ວນຕ່າງໆ.
ທ່ຽວຫຼວງພະບາງ ເມືອງມໍລະດົກໂລກ

ທ່ຽວຫຼວງພະບາງ ເມືອງມໍລະດົກໂລກ

ວັນທີ 17 ພະຈິກຜ່ານມານີ້,ສະຫາຍລາວປາວຊົ່ງນະວົງໄຊຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ນໍາພາສະຫາຍ ຈ້ຽວ ຕ່າຍ ວິງ ຮອງຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະຢ້ຽມຢາມ ແລະ ທ່ອງທ່ຽວແຂວງຫຼວງພະບາງ ເມືອງມໍລະດົກໂລກ.
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມກອງປະຊຸມສາກົນ ທີ່ ສ. ຣັດເຊຍ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມກອງປະຊຸມສາກົນ ທີ່ ສ. ຣັດເຊຍ

ໃນວັນທີ 15 ພະຈິກ 2025,ຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ນໍາໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ,ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມຄະນະປະຈໍາຂອງເວທີປຶກສາຫາລືຂອງບັນດາຝ່າຍສະໜັບສະໜູນການຕໍ່ສູ້ຕ້ານການປະຕິບັດໃນສະໄໝໃໝ່ຂອງລັດທິລ່າເມືອງຂຶ້ນແບບໃໝ່“ເພື່ອເສລີພາບຂອງບັນດາຊາດ”ຄຽງຄູ່ກັບກອງປະຊຸມສຳມະນາສາກົນ ບຣິກ-ເອີຣົບ"BRICS-Europe"ຊຶ່ງຈັດຂຶ້ນ ທີ່ ເມືອງໂຊຈີ, ສ. ຣັດເຊຍ ໃນລະຫວ່າງວັນທີ14-15ພະຈິກ2025ໂດຍການເປັນເຈົ້າພາບຂອງພັກຣັດເຊຍເອກະພາບ,ມີຄະນະຜູ້ແທນຈາກພັກການເມືອງທີ່ເປັນຄະນະປະຈຳຂອງຂອບການຮ່ວມມືດັ່ງກ່າວ ແລະ ບັນດາພັກການເມືອງຄູ່ຮ່ວມສັງເກດການ ທີ່ມາຈາກທະວີບອາຊີ, ເອີຣົບ, ອາຟຣິກາ ແລະ ອາເມຣິກາລາຕິນຫຼາຍກວ່າ 50ປະເທດເຂົ້າຮ່ວມ.
ເພີ່ມເຕີມ