![]() |
ທ່ານນາງ ອົ້ນ ພອນສະຫວັດ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນຄູແຫ່ງຊາດວັນທີ 7 ຕຸລາ ເປັນວັນທີ່ມີຄວາມໝາຍສໍາຄັນທີ່ສຸດຂອງຄູລາວທົ່ວປະເທດ ເວົ້າລວມ ເວົ້າສະເພາະແມ່ນບັນດາພະນັກ ງານ, ຄູ-ອາຈານພາຍໃນໂຮງຮຽນອະນຸບານກະຊວງສາທາລະນະສຸກ. ເພື່ອລະນຶກເຖິງຄຸນງາມຄວາມດີຂອງນາຍຄູ ຄຳ ໂດຍກໍານົດເອົາວັນເຂົ້າຮັບລາຊະການຂອງຄູຄໍາທີ່ມີສັນຊາດລາວຄົນທໍາອິດ ແລະ ກໍານົດເອົາວັນທີ 7 ຕຸລາຂອງທຸກໆປີ ເປັນວັນຄູແຫ່ງຊາດລາວ ຊຶ່ງມາຮອດປີນີ້ແມ່ນຄົບຮອບ 31 ປີ. ສໍາລັບໂຮງຮຽນອະນຸບານກະຊວງສາທາໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ ດ້ວຍຄວາມຫ້າວຫັນ ໂດຍສະເພາະແມ່ນວຽກງານການເບິ່ງແຍງ, ລ້ຽງດູ, ສຶກສາອົບຮົມ, ສິດສອນຫຼານນ້ອຍໃຫ້ໄປຕາມ 3 ລັກ ສະນະ 5 ຫຼັກມູນຂອງການສຶກສາ ແລະ ວຽກງານສົ່ງເສີມສຸຂະພາບເດັກດີໃນໂຮງຮຽນ, ນໍາພາຫຼານນ້ອຍຈັດກິດຈະກໍາຕ່າງດ້ວຍຄວາມເບີກບານມ່ວນຊື່ນ ແລະ ເປັນທີ່ຍອມຮັບຈາກຜູ້ປົກຄອງ, ໃນ 1 ສົກຮຽນຜ່ານມາ, ໂຮງຮຽນສາມາດຄັດເລືອກຄູສອນດີ ສອນເກັ່ງໄດ້ 13 ທ່ານ, ໄດ້ຮັບໃບຍ້ອງຍໍຈາກເຈົ້າຄອງນະຄອນຫຼວງວຽງຈັນ(ນວ) ເປັນໂຮງຮຽນຕົວແບບຄຸນນະພາບ, ໄດ້ຮັບໃບຊົມເຊີຍຈາກເຈົ້າຄອງ ນວ ເປັນໂຮງຮຽນສີຂຽວສະ ອາດ ແລະ ສະພາບແວດລ້ອມດີ, ໄດ້ຮັບໃບຍ້ອງຍໍຈາກພະແນກສຶກສາ ນວ ເປັນໂຮງຮຽນ 3 ດາວປະຈໍາສົກຮຽນ 2024-2025. ໃນພິທີໄດ້ຮັບຊົມຫຼານນ້ອຍອວຍພອນຄູ, ມອບຂອງຂວັນໃຫ້ຄູທີ່ມີຜົນງານສອນດີສອນເດັ່ນປະຈໍາປີ 2024-2025, ຫຼານນ້ອຍມອບຊໍ່ດອກໄມ້ໃຫ້ຄູ-ພະນັກງານ, ຮັບຟັງຄູເລົ່ານິທານເລື່ອງແຂ່ງກັນຮ້ອງເພງ, ລາຍການຟ້ອນສິລະປະວັນນະຄະດີຂອງຫຼານນ້ອຍ ມີ 3 ລາຍການຄື: ຟ້ອນອວຍພອນວັນຄູ, ຮ້ອງເພງຄູ ແລະ ບົດຟ້ອນຫຼານໄປໂຮງຮຽນ.
ໂອກາດນີ້, ທ່ານ ນາງ ອົ້ນ ພອນສະຫວັດ ຍັງໄດ້ອວຍພອນໄຊອັນປະເສີດໃຫ້ພະນັກງານ, ຄູ-ອາຈານໃນຂອບເຂດທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ, ມີຄວາມສໍາເລັດໃນໜ້າທີ່ການງານ, ຕັ້ງໜ້າປະຕິບັດໜ້າທີ່ລ້ຽງເດັກອະນຸບານປຽບສະເໝືອນແມ່ຜູ້ທີສອງຂອງເດັກ.
ຂ່າວ: ຍຸພິນທອງ
ຄໍາເຫັນ