ອາສາສະໝັກທຸກຄົນລ້ວນແຕ່ເປັນທູດເສີມສ້າງມິດຕະພາບ ລະຫວ່າງ ສອງຊາດລາວ-ຈີນ

ອາສາສະໝັກທຸກຄົນລ້ວນແຕ່ເປັນທູດເສີມສ້າງມິດຕະພາບ ລະຫວ່າງ ສອງຊາດລາວ-ຈີນ
ເມື່ອ​ບໍ່​ດົນມານີ້, ຢູ່ພະແນກປັກເຂັມໂຮງໝໍ 109 ສປປ ລາວ, ​ທ່ານ ເສີງຣຸ້ຍສື (Shen Ruishi) ອາຍຸ 26 ປີ ອາສາສະໝັກຊາວໜຸ່ມຈີນ ກໍາລັງຫຍຸ້ງວຽກການບົ່ງມະຕິພະຍາດໃຫ້ແກ່ຄົນ​ເຈັບ. ​ທ່ານ ໄດ້ບົ່ງມະຕິພະຍາດ​ດ້ວຍ​ແພດແຜນຈີນ ຢ່າງຊໍານານ ພາຍໃຕ້ການຊ່ວຍເຫຼືອຂອງນາຍພາສາແປ.
ທ່ານ ເສີງຣຸ້ຍສື ມາຈາກໂຮງໝໍຊູກວາງ (SHUGUANG HOSPITAL) ທີ່ຂຶ້ນກັບມະຫາວິທະຍາໄລ​ແພດ​ແຜນ​ ແລະ ຢາພື້ນເມືອງຈີນ ຊຽງໄຮ້, ເປັນອາສາສະໝັກ ໃນໂຄງການອາສາສະໝັກຊາວໜຸ່ມຈີນ (ຊຽງໄຮ້) ຊ່ວຍເຫຼືອປະເທດລາວ ຊຸດທີ 12. ໃນວັນທີ 26 ພະຈິກ 2023, ອາສາສະໝັກ 5 ຄົນ ​ຊຶ່ງລວມ​ທັງ​ ທ່ານ ເສີງຣຸ້ຍສື ໄດ້ເດີນ​ທາງມາຮອດປະເທດລາວ ແລະ ເລີ່ມອາ​ສາ​ສະ​ໝັກ ​ໃຫ້ບໍ​ລິ​ການເປັນເວລາ 1 ປີ ໃນຂົງເຂດຕ່າງໆ ເຊັ່ນ: ການສອນພາສາຈີນ, ວິຊາປັກເຂັມຕາມ​ແພດ​ແຜນຈີນ, ເຕັກນິກຂໍ້ມູນຂ່າວສານເປັນຕົ້ນ.
ທ່ານ ເສີງຣຸ້ຍສື ກ່າວວ່າ: “​ທາງນະຄອນຫຼວງວຽງຈັນ ​ໄດ້​ຮັບ​ປະ​ກັນທຸກດ້ານ​ຂອງ​ພວກ​ເຮົາ​ເປັນ​ຢ່າງ​ດີ, ​ບໍ່​ຕ້ອງ​ເປັນ​ຫ່ວງ​ນຳ​ເງື່ອນ​ໄຂ ​ດ້ານ​ຊີ​ວິດ​ການ​ເປັນ​ຢູ່, ​ແຕ່​ວ່າ ພວກ​ເຮົາ​ກໍໄດ້ພົບຄວາມຫຍຸ້ງຍາກຫຼາຍຢ່າງ​ໃນ​ວຽກ​ງານ”​. ທ່ານ ເສີງຣຸ້ຍສື ບອກໃຫ້ຮູ້ວ່າ: ເຖິງແມ່ນວ່າໂຮງໝໍ 109 ເປັນໂຮງໝໍລັດ, ແຕ່ກໍຍັງຂາດເຂີນອຸປະກອນການແພດພື້ນຖານຫຼາຍຢ່າງ.
ທ່ານ ເສີງຣຸ້ຍສື ກ່າວວ່າ: “​ຄົນ​ເຈັບມາ​ປົວພະຍາດ, ​ປົກກະ​ຕິ​ແລ້ວ ຈະບອກ​ເຮົາ​ວ່າ, ຕົນເອງເຈັບຄໍ, ເຈັບແອວ ຢ່າງ​ງ່າຍ​ດາຍ, ​ຍ້ອນ​ບັນ​ຫາ​ເລື່ອງພາສາ, ຈຶ່ງບໍ່ສາມາດບົ່ງມະຕິ​ພະ​ຍາດ​ໃຫ້​ຖືກ​ຕ້ອງ​ແມ໋ນ​ຢຳ ຄືກັນກັບຢູ່ປະເທດຈີນ ແລະ ບໍ່ສາມາດຮັບຮູ້ປະຫວັດ​ການຕິດພະຍາດ ຫຼື ເຈັບ​ເປັນຂອງ​ຄົນ​ເຈັບ ພາຍໃນເວລາສັ້ນ”. ສະນັ້ນ, ໃນເວລາ​ບົ່ງ​ມະ​ຕິ​ໃຫ້​ຄົນ​ເຈັບ, ຂ້າພະເຈົ້າ ຈະ​ປະ​ສານສົມທົບກັບຂັ້ນຕອນການປິ່ນປົວພື້ນຖານຂອງທ້ອງຖິ່ນ, ພ້ອມທັງອີງໃສ່ຄວາມຮູ້ດ້ານການບົ່ງມະຕິພະຍາດ​ຕາມ​ແພດ​ແຜນຈີນ ເພື່ອ​ວາງແຜນການປິ່ນປົວໃຫ້​ຄົນ​ເຈັບ ຕາມສະພາບຕົວຈິງ ຂອງແຕ່ລະຄົນ.
ຈັນຍາບັນດ້ານການແພດຂອງ ທ່ານ ເສີງຣຸ້ຍສື ໄດ້ຮັບຄວາມຍິນດີຈາກປະຊາຊົນທ້ອງຖິ່ນຫຼາຍ, ໃນເວລາພຽງແຕ່ເດືອນກວ່າໆເທົ່ານັ້ນ, ກໍມີ​ຄົນເຈັບຫຼາຍກວ່າ 70% ກັບ​ມາ​ປົວ​ພະ​ຍາດ​ນຳ​ເພິ່ນ​ອີກ. ​ເຊັ່ນດຽວກັນ ກັບ ​ທ່ານ ເສີງຣຸ້ຍສື ຫຼັງ​ຈາກ​ເດີນ​ທາງ​ມາ​ເຖິງ​ປະ​ເທດ​ລາວ​ແລ້ວ, ອາສາສະໝັກອີກ 4 ຄົນ ກໍໄດ້ຕັ້ງໜ້າປັບຕົວໃຫ້ຊິນເຄີຍ ກັບຊີວິດການເປັນຢູ່ຂອງ​ປະ​ເທດ​ລາວ ດ້ວຍການບໍລິການປະຊາຊົນທ້ອງຖິ່ນ ເປັນ​ຢ່າງ​ດີ ດ້ວຍ​ຄວາມ​ສາ​ມາດ​ຂອງ​ຕົນ.
ທ່ານ ຢາວ​ຊຸ້ນ (Yao Shun) ເປັນຫົວໜ້າທີມງານອາສາສະໝັກຊາວໜຸ່ມຊຸດນີ້, ລາວມາຈາກ ໂຄງການແຫ່ງຄວາມຫວັງ ແລະ ສູນຊີ້ນໍາວຽກງານອາສາສະໝັກຊາວໜຸ່ມນະຄອນຊຽງໄຮ້, ປັດຈຸບັນນີ້ ເປັນອາສາສະໝັກຢູ່ພະແນກການພັດທະນາເຕັກ​ນິກວິ​ຊາ​ຊີບສູນກາງຊາວໜຸ່ມລາວ.
ທ່ານ ຢາວຊຸ້ນ ໄດ້ຮັບຜິດຊອບການບໍລິການດ້ານການສອນພາສາຈີນ, ​ທ່ານກ່າວວ່າ: “ຫຼັກ​ສູດຂອງພວກເຮົາ ໄດ້ແບ່ງເປັນ 2 ຫ້ອງ ຄື: ຫ້ອງຜູ້ບໍ່ເຄີຍຮຽນພາສາຈີນ ແລະ ຫ້ອງຜູ້ທີ່ສາມາດເວົ້າ ແລະ ຟັງພາສາຈີນ​ໄດ້​ໜ້ອຍ​ໜຶ່ງ, ພ້ອມທັງໄດ້ອາໄສສື່ໃໝ່​ຕ່າງໆ ເພື່ອໃຫ້ນັກຮຽນສາມາດກໍາໄດ້ທັກສະການຟັງ, ການເວົ້າ, ການອ່ານ ແລະ ການຂຽນພາສາຈີນ”.
ທ່ານ​ ຢາວ​ຊຸ້ນ ກ່າວຕື່ມວ່າ, “ອາສາສະໝັກທຸກຄົນລ້ວນແຕ່ເປັນທູດ ເສີມ​ສ້າງມິດຕະພາບ ລະຫວ່າງ ສອງຊາດ​​ຈີນ ແລະ ລາວ​.​ ພວກເຮົາຈະປະ​ຕິ​ບັດ​ຕາມລະບຽບການບໍລິການຂອງອາສາສະໝັກຢ່າງເຂັ້ມງວດ, ​ຈະ​ດຳ​ເນີນ​ວຽກ​ງານ​ອາ​ສ​າ​ສະ​ໝັກແບບອ້າຍ​ນ້ອງ​ກັນ, ຮ່ວມກັນ​ໃຫ້ການບໍລິການ ທີ່ມີຄວາມອົບອຸ່ນຂອງຈີນແກ່ປະຊາຊົນລາວ”.
ນັບຕັ້ງແຕ່ປີ 2002 ເປັນຕົ້ນມາ, ໂດຍໄດ້ຮັບການມອບໝາຍຈາກຄະນະກໍາມະການສູນກາງຄະ​ນະຊາວໜຸ່ມພັກກອມມູນິດຈີນ ແລະ ສະມາຄົມອາສາສະໝັກຊາວໜຸ່ມຈີນ, ນະຄອນຊຽງໄຮ້ ໄດ້​ສົ່ງອາສາສະໝັກຊາວໜຸ່ມດີ​ເດັ່ນ ທັງໝົດ 11 ຊຸດ ຈໍານວນ 118 ຄົນ, ມາ​ດຳ​ເນີນ​ວຽກ​ງານ​ອາ​ສາ​ສະ​ໝັກ​ໃນດ້ານການສອນພາສາຈີນ-ອັງກິດ, ການຝຶກ​ຊ້ອມກິລາ, ການ​ຝຶກອົບຮົມດ້ານຄອມພິວເຕີ, ການແພດ ​ແລະ ສາທາລະນະສຸກ, ເຕັກນິກການກະເສດ, ​ວຽກ​ງານ​ຖະ​ແຫຼງ​ຂ່າວ ແລະ ອື່ນໆ ຢູ່​ປະ​ເທດ​ລາວ.
ແຫຼ່ງຂ່າວ: ບັນຊີວິແຊັດທາງການ “ອາສາສະໝັກຊາວໜຸ່ມຈີນ”

ຄໍາເຫັນ

ຂ່າວຕ່າງປະເທດ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຂ່າສານຊີອາໄອລາຍງານວ່າ: ນັບ​ແຕ່​ວັນ​ທີ 18 ທັນ​ວາ 2025 ເປັນ​ຕົ້ນ​ໄປ, ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ​ຢ່າງ​ເປັນ​ທາງ​ການ.
ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ປີນີ້ເປັນປີຄົບ​ຮອບ 10 ປີ​ຂອງການເຊັນສັນຍາປາຣີ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ (2015-2025), ສ່ວນການຄຸ້ມຄອງດິນຟ້າອາກາດກຳລັງຢືນຢູ່ໃນທາງສີ່ແຍກແຫ່ງປະຫວັດສາດ. ດ້ານໜຶ່ງແມ່ນຍ້ອນສະພາບຂ້ຽວຂາດທີ່ການເພີ່ມຂຶ້ນຂອງອຸນຫະພູມທົ່ວໂລກໄດ້ແຕະຕ້ອງເສັ້ນ​ຕ້ອງ​ຫ້າມ​ແດງ​ລະ​ດັບ1,5 ອົງສາ ຫຼາຍຄັ້ງ ແລະ ເກີດ​ສະ​ພາບອາກາດຮຸນແຮງເລື້ອຍໆ; ອີກດ້ານໜຶ່ງແມ່ນ​ຍ້ອນສະພາບຄວາມຫຍຸ້ງຍາກດ້ານການບໍລິຫານທີ່ລັດທິຝ່າຍດຽວເງີຍໜ້າຂຶ້ນ ແລະ ບາງປະເທດບໍ່ສາມາດປະຕິບັດຕາມຄຳໝັ້ນສັນຍາ​ຂອ​ງ​ຕົນຢ່າງທັນການ. ແຕ່ຈີນ ແລະ ບັນດາປະເທດ​ສະ​ມາ​ຊິກອາຊຽນໄດ້ໃຫ້ຄຳຕອບຂອງບັນ​ຫາດັ່ງກ່າວດ້ວຍພຶດຕິກຳຕົວຈິງແບບສີຂຽວ ຄື: ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ກ່ຽວ​ຂ້ອງກັບຊາຕາກຳຂອງມວນມະນຸດ, ມີແຕ່ຢຶດໝັ້ນລັດທິຫຼາຍຝ່າຍ ແລະ ລົງເລິກການຮ່ວມມືຕົວຈິງ ຈຶ່ງຈະສາມາດເຮັດໃຫ້ຄຳໝັ້ນສັນຍາໃນສັນຍາປາຣີກາຍເປັນການເຄື່ອນໄຫວຕົວຈິງເພື່ອ​ປົກ​ປ້ອງໂລກ.
ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 8 ທັນ​ວາ ຜ່ານມາ, ໂຕ​ເລກ​ສະ​ຖິ​ຕິ​ທີ່​ເຜີຍ​ແຜ່​ໂດຍ​ລັດ​ຖະ​ບານ​ຈີນ​ສະ​ແດງ​ເຫັນ​ວ່າ, ໃນ 11 ເດືອນ​ຂອງ​ປີ 2025, ຍອດ​ມູນ​ຄ່າ​ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້​ຂອງ​ຈີນ​ມີ​ເຖິງ 41,210 ຕື້ຢວນ, ເພີ່ມ​ຂຶ້ນ 3.6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ໃນ​ນັ້ນ, ຍອດ​ມູນ​ຄ່າ ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ຂອງ​ເດືອນພະ​ຈິກ​ໄດ້​ເພີ່ມ​ຂຶ້ນ 4.1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024 ຊຶ່ງ​ໄດ້​ຮັກ​ສາ​ການ​ເຕີບ​ໂຕ​ເປັນ​ເວ​ລາ 10 ເດືອນ​ລຽ​ນ​ຕິດ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ນັກ​ວິ​ເຄາະ​ຊີ້​ໃຫ້​ເຫັນ​ວ່າ, ໂຄງ​ປະ​ກອບ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ປັບ​ປຸງ​ດີ​ຂຶ້ນ​ເລື້ອຍໆ, ປ່ອຍ​ພະ​ລັງ​ຂັບ​ເຄື່ອນ​ໃໝ່​​ຢ່າງຕໍ່​ເນື່ອງ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໜຽວ​ທີ່​ເຂັ້ມ​ແຂງ.
ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຫວ່າງ​ມໍ່ໆ​ມາ​ນີ້, ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເລື່ອງ“ ‌Zootopia 2” ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ​ບັນ​ລຸຫຼາຍກວ່າ 2 ຕື້ຢວນຊຶ່ງບໍ່​ພຽງ​ແຕ່​ໄດ້​ສ້າງ​ສະ​ຖິ​ຕິ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ກາ​ຕູນ​ທີ່​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ​ໃນ​ປະ​ຫວັດ​ສາດ​ຮູບ​ເງົາ​ຈີນ​ໃໝ່​ເທົ່າ​ນັ້ນ, ຍິ່ງ​ໄດ້​ລື່ນ​ກາຍ​ຕະຫຼາດ​ອາ​ເມ​ຣິ​ກາ​ເໜືອ​ແລ້ວ​ກາຍ​ເປັນ​ຕະຫຼາດ​ທີ່​ໄດ້​ຂາຍ​ປີ້​ເຂົ້າ​ຊົມຫຼາຍ​ທີ່​ສຸດ​ໃນ​ໂລກອີກ​ດ້ວຍ. ກ່ອນ​ຈະ​ໄດ້​ສາຍ​ຮູບ​ເງົາ​ເລື່ອງ​ນີ້, ຜູ້​ບໍ​ລິ​ໂພກ​ຈີນ​ກໍ​ໄດ້​ພົບ​ເຫັນ​ຊັບ​ສິນ​ທາງ​ປັນ​ຍາ (IP)ນີ້​ໃນ​ຊີ​ວິດ​ປະ​ຈຳ​ວັນ​ເລື້ອຍໆເຊັ່ນ: ຈອກ​ກາ​ເຟ​ Luckin ​ທີ່​ໄດ້​ແຕ້ມ​ໂປ​ສ​ເຕີ​ຮູບ​ເງົາ​ໃສ່, ເສື້ອ​ເຊີດ​ທີ່​ມີ​ຮູບ​ກາ​ຕູນ​ຮູບ​ເງົາ​ຂອງ UNIQLO, ​ກ່ອງ​ສຸ່ມຂອງ POP MART ແລະ​ ອື່ນໆ. ຈາກ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເຖິງ​ຜະ​ລິດ​ຕະ​ພັນ​ຕ່າງໆ​ຮ່ວມ​ມື​ກັບ​ຍີ່​ຫໍ້​ຕ່າງໆ ໄດ້​ພິ​ສູດ​ໃຫ້​ເຫັນ​ເຖິງ​ຖາ​ນະ​ທີ່​ທົດ​ແທນ​ບໍ່​ໄດ້​ຂອງ​ຕະຫຼາດ​ຈີນ​ໃນ​ຍຸດ​ທະ​ສາດ​ທົ່ວ​ໂລກ​ຂອງ​ບໍ​ລິ​ສັດ​ດິ​ສ​ນີ.
AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້: ບົດລາຍງານຈາກສະພາວິທະຍາສາດ ແລະ ວິສະວະກຳທາງເຕັກໂນໂລຊີຂອງອົສຕຣາລີເປີດເຜີຍວ່າ, ການນຳໃຊ້ປະໂຫຍດຈາກປັນຍາປະດິດ (AI) ສາມາດຊ່ວຍຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ151 ຕື້ໂດລາ ໃນທົດສະວັດຕໍ່ໄປ.
ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ກະຊວງການຄ້າຂອງກຳປູເຈຍໄດ້ປະກາດວ່າ, ກຳປູເຈຍໄດ້ສົ່ງອອກເຄື່ອງນຸ່ງຫົ່ມ, ແຜ່ນແພ, ເກີບ ແລະ ສິນຄ້າດ້ານການເດີນທາງ ມູນຄ່າ 13.6 ຕື້ໂດລາ ໃນໄລຍະ 10 ເດືອນທຳອິດຂອງປີ 2025 (ມັງກອນ-ຕຸລາ), ເພີ່ມຂຶ້ນ 20% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

ຂ່າວສານຊີອາໄອລາຍງານ ຫວ່າງບໍ່ດົນມານີ້ວ່າ: ກອງປະຊຸມພາຄີຂອບ​ສົນ​ທິສັນ​ຍາວ່າດ້ວຍການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາ​ກາດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຄັ້ງທີ 30 (COP30) ໄດ້ສໍາເລັດລົງໃນວັນທີ 22 ​ພະ​ຈິກ ຜ່ານມາ​ຢູ່​ນະ​ຄອນເບເລມ ​ພາກ​ເໜືອຂອງ​ປະ​ເທດບ​ຣາ​ຊິນ. ກອງປະຊຸມໄດ້ຮັບຮອງເອົາສັນ​ຍາ​ໂດຍ​ລວມ​ກ່ຽວ​ກັບ​ການເຄື່ອນ​ໄຫວ​ດ້ານດິນ​ຟ້າ​ອາ​ກາດ​ສະ​ບັບ​ໃໝ່ ຄື: "ການລະດົມທົ່ວໂລກ: ​ສາ​ມັກ​ຄີ ແລະ ປະ​ສານ​ງານ​ກັນເພື່ອ​ຮັບ​ມື​ກັບສິ່ງທ້າທາຍຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ", ໂດຍຮຽກຮ້ອງໃຫ້ບັນດາປະເທດຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາ​ດ​ຢ່າງ​ເປັນ​ເຈົ້າ​ການ ແລະ ເລັ່ງການເຄື່ອນ​ໄຫວດ້ານ​ດິນ​ຟ້າ​ອາ​ກາດ​ທີ່​ກ່ຽວ​ຂ້ອງ.
ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ຫ້ອງການພາສີຂອງ ສ ເກົາຫຼີໄດ້ປະກາດ ວ່າ, ການສົ່ງອອກຂອງ ສ ເກົາຫຼີ ໃນລະຫວ່າງວັນທີ 1-20 ພະຈິກ ເພີ່ມຂຶ້ນ 8.2% ເມື່ອທຽບກັບປີກ່ອນເປັນ 38.5 ຕື້ໂດລາ ທຽບກັບ 35.6 ຕື້ໂດລາໃນໄລຍະດຽວກັນຂອງປີກາຍ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການsemiconductorແລະ ລົດຍົນທີ່ເຂັ້ມແຂງ.
ເພີ່ມເຕີມ