ແລະ ປັບປຸງໃຫ້ດີຂຶ້ນຕື່ມອີກ ໂດຍອັດຕາການກຸ້ມຕົນເອງແມ່ນຮັກສາຢູ່ໃນລະດັບ 80% ຂຶ້ນໄປ.
ໃນປີ 2024, ກຳລັງຕິດຕັ້ງໄຟຟ້າໂດຍລວມໃນທົ່ວປະເທດຈີນມີປະມານ 3.32 ຕື້ກິໂລວັດ, ປະລິມານການຜະລິດໄຟຟ້າມີເຖິງ 10,000 ຕື້ກິໂລວັດໂມງ, ເພີ່ມຂຶ້ນ 5.7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ໃນນັ້ນ, ກຳລັງການຕິດຕັ້ງໄຟຟ້າເພີ່ມໃໝ່ຂອງພະລັງງານໝູນວຽນມີຫຼາຍກວ່າ 300 ລ້ານກິໂລວັດ, ກວມເອົາ 85% ຂຶ້ນໄປຂອງກຳລັງຕິດຕັ້ງໄຟຟ້າເພີ່ມໃໝ່ຂອງພະລັງງານທັງໝົດຂອງຈີນ, ການຫັນເປັນສີຂຽວ ແລະ ກາກບອນຕ່ຳໄດ້ຮັບປະສິດທິຜົນອີກ.
ປັດຈຸບັນ, ໃນທົ່ວປະເທດຈີນມີເຄື່ອງຈັກຜະລິດໄຟຟ້າດ້ວຍພະລັງງານນິວເຄລຍທີ່ກຳລັງດຳເນີນງານ ຫຼື ກຳລັງກໍ່ສ້າງຢູ່ ມີເຖິງ 102 ໜ່ວຍ ໂດຍມີກຳລັງຕິດຕັ້ງໄຟຟ້າ 113 ລ້ານກິໂລວັດ, ຈີນໄດ້ກາຍເປັນປະເທດໃຫຍ່ອັນດັບໜຶ່ງໃນດ້ານການຜະລິດໄຟຟ້າດ້ວຍພະລັງງານນິວເຄລຍ.
ຄໍາເຫັນ