ໃນລະຫວ່າງກອງປະຊຸມຂອງຄະນະກຳມະການກະຊວງແຮງງານ ແລະ ການປົກປ້ອງສັງຄົມຂອງຣັດເຊຍ, ທ່ານ ໂກລິໂກວາ ກ່າວວ່າ: ຄວາມທຸກຍາກທີ່ຫຼຸດລົງນັ້ນມີປັດໄຈມາຈາກການເພີ່ມຂຶ້ນຂອງຄ່າແຮງງານ, ມາດຕະການສະໜັບສະໜູນການຈ້າງງານ ແລະ ໂຄງການຊ່ວຍເຫຼືອທາງສັງຄົມແບບເນັ້ນເປົ້າໝາຍ.
ທ່ານ ໂກລິໂກວາ ລະບຸວ່າ: ໜຶ່ງໃນເຄື່ອງມືຫຼັກທີ່ສະໜັບສະໜູນພົນລະເມືອງທີ່ມີລາຍໄດ້ຕໍ່າແມ່ນໂຄງການສັນຍາການຈ້າງງານທາງສັງຄົມ ຊຶ່ງລັດຖະບານຈະໃຫ້ການຊ່ວຍເຫຼືອຄົວເຮືອນທີ່ຂັດສົນເຊັ່ນ:ການບໍລິການທາງສັງຄົມ, ການຈ່າຍເງິນສົດ ແລະ ເງິນອຸດໜູນສຳລັບການຊື້ສິນຄ້າອຸປະໂພກບໍລິໂພກທີ່ຈຳເປັນ. ໂດຍຊາວຣັດເຊຍທີ່ເຂົ້າຮ່ວມໃນໂຄງານນີ້ຫຼາຍກວ່າ 44% ສາມາດຫຼຸດພົ້ນຈາກຄວາມທຸກຍາກໄດ້.
ຄໍາເຫັນ