ອັດຕາແລກປ່ຽນເງິນຣູເປຍອິນໂດເນເຊຍ ຫຼຸດລົງເຖິງລະດັບຕ່ຳສຸດໃນປະຫວັດສາດ
ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 18 ພຶດສະພາຜ່ານມາ, ຂໍ້ມູນອັດຕາແລກປ່ຽນທີ່ທະນາຄານກາງອິນໂດເນເຊຍເປີດເຜີຍສະແດງໃຫ້ເຫັນວ່າ, ອັດຕາແລກປ່ຽນຕໍ່ເງິນໂດລາຂອງເງິນຣູເປຍອິນໂດເນເຊຍໄດ້ຕົກຕ່ຳລົງຢ່າງຕໍ່ເນື່ອງໃນຫຼາຍມື້ຜ່ານມາ. ໃນວັນດັ່ງກ່າວ, ຄ່າເງິນຣູເປຍໄດ້ຫຼຸດລົງມາຢູ່ປະມານ 17,600 ຣູເປຍຕໍ່ໂດລາ ຊຶ່ງເປັນຈຸດຕ່ຳສຸດໃນປະຫວັດສາດ ແລະ ຄວາມກົດດັນເງິນເຟີ້ຂອງເງິນຣູເປຍໄດ້ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ.
ນັກວິເຄາະຕະຫຼາດຊີ້ໃຫ້ເຫັນວ່າ: ເງິນໂດລາແຂງຄ່າຂຶ້ນຢ່າງຕໍ່ເນື່ອງ, ການໄຫຼວຽນຂອງທຶນສາກົນທີ່ເພີ່ມຂຶ້ນເຂົ້າສູ່ຊັບສິນເງິນໂດລາ ແລະ ລາຄານ້ຳມັນສາກົນເພີ່ມສູງຂຶ້ນ, ເຮັດໃຫ້ທຶນຕ່າງປະເທດໄຫຼອອກຈາກຕະຫຼາດອິນໂດເນເຊຍຢ່າງຕໍ່ເນື່ອງ ເຮັດໃຫ້ຕະຫຼາດການເງິນຂອງອິນໂດເນເຊຍມີຄວາມວຸ້ນວາຍ ແລະ ສົ່ງແຮງກົດດັນຕໍ່ເສດຖະກິດຫຼາຍຂຶ້ນໃນອະນາຄົດ.
ຄໍາເຫັນ