ອັດຕະປື​ ອະນຸຍາດໃຫ້ເອ​ກະຊົນ​ ດໍາເນີນໂຄງການພັດທະທະນາກະສິກໍາແບບຍືນຍົງ​

ອັດຕະປື​ ອະນຸຍາດໃຫ້ເອ​ກະຊົນ​ ດໍາເນີນໂຄງການພັດທະທະນາກະສິກໍາແບບຍືນຍົງ​

ອັດຕະປື​ ອະນຸຍາດໃຫ້ເອ​ກະຊົນ​ ດໍາເນີນໂຄງການພັດທະທະນາກະສິກໍາແບບຍືນຍົງ​
ພິທີເຊັນສັນຍາສຳປະທານ ໂຄງການຟື້ນຟູປ່າ ດ້ວຍການປູກໄມ້ໃຫ້ໝາກ (ຖົ່ວລຽນ) ເປັນສິນຄ້າ ຢູ່ເຂດບ້ານແບ່ງວີໄລ ແລະ ບ້ານພອນມະ​ນີ ເມືອງສະໜາມໄຊ ແຂວງອັດຕະປື ລະຫວ່າງ ຄະນະກຳມະການສົ່ງ​ເສີມ ແລະ ຄຸ້ມ​ຄອງການລົງທຶນແຂວງອັດຕະປື ກັບ 6​ ບໍລິສັດເອກະ​ຊົນ (ບໍລິສັດ ແສງຄໍາ ພັດທະນາຄົບວົງຈອນ ຈຳ​ກັດຜູ້ດຽວ​, ບໍລິສັດ ເມກມູນຄໍາ ຂາເຂົ້າ-ຂາ​ອອກ ແລະ ກະສິກຳຄົບວົງຈອນ ຈຳກັດຜູ້ດຽວ, ບໍ​ລິ​ສັດ ວັນຊະນະ ກະ​ສິກຳ ແລະ ກໍ່ສ້າງ ຄົບວົງ​ຈອນ ຈຳກັດຜູ້ດຽວ, ບໍ​ລິສັດ ວຽງສະໄໝພັດທະ​ນາກະສິກຳ ແລະ ກໍ່ສ້າງຄົບວົງຈອນ ຈຳ​ກັດຜູ້ດຽວ, ບໍລິສັດ ແສງອາລຸນ ຂາເຂົ້າ-ຂາອອກ ກະ​ສິກຳ ແລະ ບໍ່ແຮ່ ຈຳກັດຜູ້ດຽວ ແລະ ບໍລິສັດ ແສງໄຊ ຂາເຂົ້າ-ຂາ​ອອກ ແລະ ກະສິກຳ ຄົບວົງຈອນ ຈຳກັດຜູ້ດຽວ) ຈັດຂຶ້ນໃນວັນທີ 15 ພຶດສະພາ 2026 ທີ່ ແຂວງອັດ​ຕະ​ປື, ໂດຍມີທ່ານ ສຸລິວົງ​ ອະໄພວົງ ຮອງປະ​ທານຄະນະກໍາ​ມະ​ການປົກຄອງແຂວງອັດຕະປື, ມີພະແນກການທີ່ກ່ຽວຂ້ອງຂອງແຂວງ,​ ເມືອງ, ພ້ອມດ້ວຍຕົວ​ແທນຈາກ 6 ບໍລິສັດ​ ເຂົ້າຮ່ວມ.
ອດຕະປ​ ອະນຍາດໃຫເອ​ກະຊນ​ ດາເນນໂຄງການພດທະທະນາກະສກາແບບຍນຍງ​ - image 1
 

ການເຊັນສັນຍາໃນຄັ້ງນີ້, ແມ່ນການຮ່ວມມືກັນ ລະຫວ່າງ ຫ້ອງການຄະນະສົ່ງເສີມການລົງທຶນແຂວງ (ຕາງໜ້າໃຫ້ພາກລັດ) ແລະ 6 ບໍລິ ສັດເອກະຊົນ ເພື່ອດຳເນີນໂຄງການພັດທະນາກະສິກຳແບບຍືນຍົງ, ຊຶ່ງໂຄງການດັ່ງກ່າວ ມີຈຸດປະສົງເພື່ອຟື້ນຟູເນື້ອທີ່ປ່າເສື່ອມໂຊມ ໃຫ້ມີຄວາມຂຽວງາມຄືນໃໝ່, ໂດຍຫັນມາປູກໄມ້ໃຫ້ໝາກທີ່ມີມູນຄ່າທາງເສດຖະກິດສູງ ເປັນຕົ້ນ ຖົ່ວລຽນ ເພື່ອເປັນສິນຄ້າສົ່ງອອກ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໃນທ້ອງຖິ່ນ, ຊຸກຍູ້ການເຕີບໂຕທາງດ້ານເສດຖະກິດຂອງເມືອງສະໜາມໄຊ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ- ສັງຄົມ ຂອງແຂວງອັດຕະປື ໃຫ້ມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ ຕາມທິດທາງການພັດທະນາກະສິກຳເປັນສິນຄ້າທີ່ທັນສະໄໝ ແລະ ຍືນຍົງ.

ໂຄງການດັ່ງກ່າວ, ມີອາຍຸສໍາປະທານ 30 ປີ, ໂດຍຈະນໍາໃຊ້ເນື້ອທີ່ດິນທັງໝົດ 528,02 ເຮັກຕາ ສໍາປະທານໃນເຂດ 2 ບ້ານເປົ້າໝາຍ ໃນນີ້, ເຂດບ້ານພອນມະນີ, ມີເນື້ອທີ່ 343,23 ເຮັກຕາ ຈະມີ 4 ບໍລິສັດສຳປະທານ ຄື: ບໍລິສັດ ແສງຄໍາ ພັດທະນາຄົບວົງຈອນ ຈຳກັດຜູ້ດຽວ ໄດ້ຮັບສໍາປະທານໃນເນື້ອທີ່ 85,63 ເຮັກຕາ, ບໍລິສັດ ເມກມູນຄໍາ ຂາເຂົ້າ-ຂາອອກ ແລະ ກະສິກຳຄົບວົງຈອນ ຈຳກັດຜູ້ດຽວ ໄດ້ຮັບສໍາປະທານ ໃນເນື້ອທີ່ 84,12 ເຮັກຕາ, ບໍລິສັດ ວັນຊະນະ ກະສິກຳ ແລະ ກໍ່ສ້າງ ຄົບວົງຈອນ ຈຳກັດຜູ້ດຽວ ໄດ້ຮັບສໍາປະທານໃນເນື້ອທີ່ 78,14 ເຮັກຕາ, ບໍລິສັດ ວຽງສະໄໝພັດທະນາກະສິກຳ ແລະ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ໄດ້ຮັບສໍາປະທານໃນເນື້ອທີ່ 95,34 ເຮັກຕາ, ສ່ວນເຂດ ບ້ານແບ່ງວິໄລ, ມີໃນເນື້ອທີ່ 184,79 ເຮັກຕາ, ມີ 2 ບໍລິສັດ ຄື: ບໍລິສັດ ແສງອາລຸນ ຂາເຂົ້າ-ຂາອອກ ກະສິກຳ ແລະ ບໍ່ແຮ່ ຈຳກັດຜູ້ດຽວ ໄດ້ຮັບສໍາປະທານໃນເນື້ອທີ່ 87,69 ເຮັກຕາ, ບໍລິສັດ ແສງໄຊ ຂາເຂົ້າ-ຂາອອກ ແລະ ກະສິກຳ ຄົບວົງຈອນ ຈຳກັດຜູ້ດຽວ ໄດ້ຮັບສໍາປະທານໃນເນື້ອທີ່ 97,1 ເຮັກຕາ.

ໂອກາດດັ່ງກ່າວ, ບັນດາຕົວແທນຈາກພາກລັດ ແລະ ບໍລິສັດເອກະຊົນ ກໍໄດ້ຮ່ວມກັນລົງນາມໃນບົດບັນທຶກ ເພື່ອເລີ່ມດຳເນີນການຈັດຕັ້ງປະຕິບັດໂຄງການໃຫ້ປະກົດຜົນເປັນຈິງຕາມແຜນການທີ່ວາງໄວ້.

ຂ່າວ: ວົງສະໄໝ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໄອຍະການປະຊາຊົນເຂດ I ຮ່ວມກັບ ກອງບັນຊາການ ປກສ ເມືອງອຸທຸມພອນ  ສ້າງກົນໄກການປະສານງານ

ໄອຍະການປະຊາຊົນເຂດ I ຮ່ວມກັບ ກອງບັນຊາການ ປກສ ເມືອງອຸທຸມພອນ ສ້າງກົນໄກການປະສານງານ

ອົງການໄອຍະການປະຊາຊົນເຂດ I ຮ່ວມກັບ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງອຸທຸມພອນ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ເຫັນດີກໍານົດກົນໄກການປະສານງານ ໃນວັນທີ 24 ກັນຍານີ້, ທີ່ກອງບັນຊາການ ປກສ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໂດຍມີທ່ານ ຈິນດາວັນ ໄນ່ນັນທິລາດ ຫົວໜ້າອົງການໄອຍະການປະຊາຊົນເຂດ I ແລະ ທ່ານ ພັນໂທ ສົມສັກ ຈັນທະລາສອນ ຫົວໜ້າກອງບັນຊາການ ປກສ ເມືອງ.
5 ວຽກຈຸດສຸມວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ  ແລະແກ້ໄຂຄວາມທຸກຍາກ

5 ວຽກຈຸດສຸມວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

5 ວຽກຈຸດສຸມວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໄລຍະ 2027-2030,ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ລາຍງານ ຕໍ່ກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດແລະ ແກ້ໄຂຄວາມທຸກຍາກວ່າ:
ພະຍາດອະຫິວາໝູ ລະບາດ 7 ແຂວງ ພ້ອມປະກາດມາດຕະການຜ່ອນຜັນແບບມີເງື່ອນໄຂ

ພະຍາດອະຫິວາໝູ ລະບາດ 7 ແຂວງ ພ້ອມປະກາດມາດຕະການຜ່ອນຜັນແບບມີເງື່ອນໄຂ

​ ທ່ານ ບົວຫົງ ຄຳຫາຫົວໜ້າກົມລ້ຽງສັດ ແລະ ການປະມົງກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ໃຫ້ສໍາພາດ ຕໍ່ສື່ມວນຊົນໃນວັນທີ 24 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ ກ່ຽວກັບສະພາບການລະບາດຂອງພະຍາດອະຫິວາໝູອາຟຣິກາ (ASF) ໃນ ສປປ ລາວ ພ້ອມທັງຊີ້ແຈງທິດທາງ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ.
ເລ​ຂາ​ພັກ​ແຂວງ​ຄຳ​ມ່ວນເນັ້ນໃຫ້​ຄະ​ນະ​ກວດ​ກາ​ແຕ່​ລະ​ຂັ້ນຍົກ​ສູງ​ປະ​ສິດ​ທິ​ພາບ​ວຽກ​ງານກວດ​ກາ

ເລ​ຂາ​ພັກ​ແຂວງ​ຄຳ​ມ່ວນເນັ້ນໃຫ້​ຄະ​ນະ​ກວດ​ກາ​ແຕ່​ລະ​ຂັ້ນຍົກ​ສູງ​ປະ​ສິດ​ທິ​ພາບ​ວຽກ​ງານກວດ​ກາ

ທ່ານ ໄຊຊະນະ ໂຄດພູທອນກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ເນັ້ນໃຫ້ຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາທຸກຂັ້ນ ເພີ່ມທະວີການນໍາພາ-ຊີ້ນໍາ ແລະ ຍົກສູງປະສິດທິພາບວຽກງານກວດກາ, ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ໃຫ້ມີຄວາມແຂງແຮງ, ເປັນປົກກະຕິ, ເລິກເຊິ່ງ ແລະ ແທດເຖິງຕົວຈິງ.
ເຊັນສັນຍາສຳປະທານທີ່ດິນ ພັດທະນາແຫຼ່ງທ່ອງທ່ຽວ ຕິດພັນກັບການອະນຸລັກທໍາມະຊາດ

ເຊັນສັນຍາສຳປະທານທີ່ດິນ ພັດທະນາແຫຼ່ງທ່ອງທ່ຽວ ຕິດພັນກັບການອະນຸລັກທໍາມະຊາດ

ພິທີເຊັນສັນຍາສຳປະທານເນື້ອທີ່ດິນ ເພື່ອພັດທະນາແຫຼ່ງທ່ອງທ່ຽວຄວບຄູ່ການອະນຸລັກທໍາມະຊາດ (ຂຸນນໍ້າພອນ) ຢູ່ເຂດບ້ານຜາແຫຼມເມືອງທ່າແຂກແຂວງຄຳມ່ວນ ລະຫວ່າງ ຄະນະກຳມະການປົກຄອງແຂວງຄໍາມ່ວນ ແລະ ບໍລິສັດ ເຄເຄ ພັດທະນາການທ່ອງທ່ຽວ ຈຳກັດຜູ້ດຽວໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 23 ກັນ​ຍາ​ຜ່ານ​ມາທີ່ ພະ​ແນກ ອ​ຄ ແຂວງ​ຄຳ​ມ່ວນ.
ອັດຕະປືກວດພົບຄະດີສໍ້ລາດບັງຫຼວງສ້າງຄວາມເສຍຫາຍຫຼາຍຕື້ກີບ

ອັດຕະປືກວດພົບຄະດີສໍ້ລາດບັງຫຼວງສ້າງຄວາມເສຍຫາຍຫຼາຍຕື້ກີບ

ແຂວງອັດຕະປືສະຫຼຸບຜົນງານກວດກາໃນໄລຍະ5ປີ (2021-2025) ພົບວ່າໄດ້ດຳເນີນຄະດີຕໍ່ພະນັກງານ-ລັດຖະກອນທີ່ກ່ຽວພັນກັບການສໍ້ລາດບັງຫຼວງFການສໍ້ໂກງຊັບສິນFການປອມແປງເອກະສານແລະການລະເມີດລະບຽບການທາງການເງິນຫຼາຍກໍລະນີຊຶ່ງສ້າງຄວາມເສຍຫາຍແກ່ລັດເປັນຈຳນວນຫຼວງຫຼາຍ.
ເລຂາພັກເມືອງເງິນຊຸກຍູ້ວຽກງານຮອບດ້ານຢູ່ຕາແສງສາມັກຄີໄຊ

ເລຂາພັກເມືອງເງິນຊຸກຍູ້ວຽກງານຮອບດ້ານຢູ່ຕາແສງສາມັກຄີໄຊ

ທ່ານ ທອງພັນ ສຸກສະຫວັດ ກຳມະການພັກແຂວງ ເລຂາພັກເມືອງ ພ້ອມດ້ວຍຄະ​ນະໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ຕາແສງສາມັກຄີໄຊ ເມືອງເງິນ ແຂວງ ໄຊຍະບູລີ ເມື່ອ​ວັນ​ທີ 21 ກັນ​ຍາ​ຜ່ານ​ມາ, ໂດຍ​ມີ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ຕາ​ແສງ​ສາ​ມັກ​ຄີ​ໄຊພ້ອມ​ຄະ​ນະ​ໃຫ້​ການ​ຕ້ອນ​ຮັບ.
ກອງບັນຊາການທະຫານແຂວງອັດຕະປື ປາຖະກະຖາ 2 ວັນປະຫວັດສາດ

ກອງບັນຊາການທະຫານແຂວງອັດຕະປື ປາຖະກະຖາ 2 ວັນປະຫວັດສາດ

ວັນທີ 23 ກັນຍາຜ່ານມາ, ກອງບັນຊາການທະຫານແຂວງອັດຕະປື ໄດ້ຈັດພິທີປາຖະກະຖາວັນຍຶດອຳ ນາດ ຄົບຮອບ 51 ປີ (23 ສິງຫາ 1975-23 ສິງຫາ 2026) ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ (9 ກັນຍາ 2002-9 ກັນຍາ 2026) ໂດຍການເປັນປະທານຂອງສະຫາຍ ພັນເອກ ຈັນທະໜາ ກົມມະເມືອງ ຮອງປະທານສະຫະພັນນັກຮົບເກົ່າແຂວງ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກ ງານ-ນັກຮົບເຂົ້າຮ່ວມ.
ເນປານເຕືອນນັກທ່ອງທ່ຽວໃຫ້ລະມັດລະວັງໃນເສັ້ນທາງພູແລະ ພູສູງ

ເນປານເຕືອນນັກທ່ອງທ່ຽວໃຫ້ລະມັດລະວັງໃນເສັ້ນທາງພູແລະ ພູສູງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 23 ກັນຍາ ຜ່ານມາວ່າ: ຄະ​ນະ​ກຳມະການການທ່ອງ​ທ່ຽວ​ເນ​ປານ​ອອກ​ຄຳ​ເຕືອນ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທາງ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ. ພາຍຫຼັງທີ່ເຈົ້າໜ້າທີ່ຄາດຄະເນວ່າ ຈະມີຝົນຕົກໜັກເຖິງໜັກຫຼາຍໃນຫຼາຍພື້ນທີ່ຂອງປະເທດລະຫວ່າງວັນທີ 25-27 ກັນຍານີ້.
ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ

ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ

ໂຮງຮຽນການທະຫານທ້ອງຖິ່ນແຂວງຈໍາປາສັກ ໄດ້ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ລະບົບ 1 ປີ ຊຸດທີ XVII ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ ຊຸດທີ VIII ປະຈຳສົກຮຽນ 2026-2027 ຂຶ້ນໃນວັນທີ 23 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈຳປາສັກ, ມີຄະນະພັກ-ຄະນະບັນຊາ, ພະນັກງານ ຄູ-ອາຈານ ແລະ ນັກຮຽນທັງສອງລະບົບເຂົ້າຮ່ວມ.
ເພີ່ມເຕີມ