![]() |
ໃນກອງປະຊຸມ, ບັນດາທ່ານ ສະມາຊິກສະພາປະຊາຊົນແຂວງ ໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ໃນການຄົ້ນຄວ້າ, ປະກອບຄໍາເຫັນ ແລະ ລົງຄະແນນສຽງດ້ວຍຄວາມເປັນເອກະພາບສູງ ໄດ້ພິຈາລະນາ ຮັບຮອງເອົາໂຄງປະກອບກົງຈັກການຈັດຕັ້ງຂອງຄະນະກຳມະການປົກຄອງແຂວງ. ໃນນີ້, ໄດ້ພິຈາລະນາ ຮັບຮອງເອົາການແຕ່ງຕັ້ງ ແລະ ຍົກຍ້າຍ, ປະທານ, ຮອງປະທານຄະນະກໍາມະການປົກຄອງແຂວງ ແລະ ບຸກຄາລະກອນທີ່ເປັນກໍາມະການ, ຄະນະກໍາມະການປົກຄອງແຂວງ ຄື: ທ່ານ ທະນູໄຊ ບັນຊາລິດ ເປັນປະທານຄະນະກໍາມະການປົກຄອງແຂວງ, ທ່ານ ສຸລິວົງ ອະໄພວົງ ເປັນຮອງປະທານຄະນະກໍາມະການປົກຄອງແຂວງ ຄວບຕໍາແໜ່ງຫົວໜ້າພະແນກການເງິນ, ທ່ານ ສີໄລ ສີສະແຫວງສຸກ ເປັນຮອງປະທານຄະນະກໍາມະການປົກຄອງແຂວງ, ທ່ານ ພັອ ສັກສິດ ສີພັນດວງ ເປັນຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ທ່ານ ບຸນທະມາລີ ໝັ້ນອານົງ ເປັນຫົວໜ້າພະແນກຍຸຕິທໍາແຂວງ, ທ່ານ ຄໍາໝັ້ນ ສີສະໝຸດ ເປັນຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ພອນໄຊ ໄກສອນເສນາ ເປັນຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ທ່ານ ອຸດົມສິນ ສີຊານົນ ເປັນຫົວໜ້າພະແນກສືກສາທິການ ແລະ ກີລາແຂວງ, ທ່ານ ນາງ ພອນມະນີ ຂຽນໄຊຍະວົງ ເປັນຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ທ່ານ ມີໄຊ ສີສະແຫວງສຸກ ເປັນຫົວໜ້າຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ, ທ່ານ ຄໍາພັນ ແກ້ວມະນີ ເປັນຫົວໜ້າພະແນກການຕ່າງປະເທດແຂວງ, ທ່ານ ລິດຄໍາ ໂຮມອິດຕາ ເປັນຫົວໜ້າຫ້ອງວ່າການແຂວງ, ທ່ານ ກົງໃຈ ສີດາວົງ ເປັນຫົວໜ້າພະແນກກະສີກໍາ ແລະ ສິ່ງແວດລ້ອມແຂວງ, ທ່ານ ສຸດໃຈ ກົມມະເມືອງ ເປັນຫົວໜ້າພະແນກອຸດສະຫະກໍາ ແລະ ການຄ້າແຂວງ, ທ່ານ ຂັນທອງ ຍິ້ນດາວົງ ເປັນຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ທ່ານ ພັອ ບຸນຈັນ ສີຫາວົງ ເປັນຫົວໜ້າການທະຫານ ກອງບັນຊາການທະຫານແຂວງ, ທ່ານ ບຸນປອນ ອ່ອນໄຊວຽງ ເປັນຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງ, ທ່ານ ອິນປັນ ອິນທິລາດ ໄປຮັບໜ້າທີ່ໄໝ່ຢູ່ອົງຄະນະພັກເມືອງສາມັກຄີໄຊ, ທ່ານ ສົມໄຊ ແກ້ວມະນີວັນ ໄປຮັບໜ້າທີ່ໄໝ່ຢູ່ອົງຄະນະພັກເມືອງໄຊເສດຖາ.
ບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງ, ຍົກຍ້າຍ ໃຫ້ດໍາລົງຕໍາແໜ່ງ ນໍາພາ-ຄຸ້ມຄອງ ຂອງແຂວງ ໃນຄັ້ງນີ້ ລ້ວນແຕ່ຖືກຕ້ອງຕາມຂັ້ນຕອນ ຂອງລັດຖະທໍາມະນູນ ແລະ ກົດໝາຍ, ຮັບປະກັນມາດຖານເງື່ອນໄຂ ແລະ ສອດຄ່ອງກັບຄວາມມຸ້ງມາດປາດຖະໜາ ຂອງປະຊາຊົນບັນດາເຜົ່າ ຊາວແຂວງອັດຕະປື.
(ຂ່າວ-ພາບ: ວິນັດ ສີສຸລາດ)

ຄໍາເຫັນ