![]() |
ເຄື່ອງຊ່ວຍເຫຼືອໃນຄັ້ງນີ້, ໄດ້ຖືກນຳໄປມອບໃຫ້ແກ່ 238 ຄອບຄົວ ແລະ ນັກຮຽນ ໃນ 2 ບ້ານເປົ້າໝາຍ ຄື: ບ້ານວັງຕັດນ້ອຍ ແລະ ບ້ານດາກບ໋ອກ, ຊຶ່ງປະກອບມີ: ເຄື່ອງນຸ່ງຮົ່ມ ແລະ ຜ້າຫົ່ມ 238 ຖົງ, ອຸປະກອນການຮຽນ ແລະ ເຄື່ອງອຸປະໂພກ-ບໍລິໂພກ 238 ຖົງ, ອຸປະກອນຄົວເຮືອນ 238 ຊຸດ, ເກີບເດັກນ້ອຍ 238 ຄູ່, ເກືອ 2,500 ກິໂລ, ອຸປະກອນກິລາ 3 ຊຸດ ແລະ ເງິນສົດມອບໃຫ້ບ້ານລະ 10 ລ້ານກີບ, ລວມມູນຄ່າການຊ່ວຍເຫຼືອທັງໝົດ 367,500,000 ກີບ.
![]() |
ໃນໂອກາດນີ້, ທ່ານ ບຸນເຖິງ ດວງສະຫວັນ ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງ ແລະ ຍ້ອງຍໍຊົມເຊີຍຕໍ່ນ້ຳໃຈອັນປະເສີດຂອງຄອບຄົວການນຳຂັ້ນສູງ ທີ່ໄດ້ໃຫ້ຄວາມສຳຄັນ ແລະ ເຂົ້າມາຊ່ວຍເຫຼືອພໍ່ແມ່ປະຊາຊົນໃນເຂດຫ່າງໄກສອກຫຼີກ ຊຶ່ງຖືເປັນການປະກອບສ່ວນອັນສຳຄັນເຂົ້າໃນການແກ້ໄຂຄວາມທຸກຍາກ ແລະ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນຢ່າງຕໍ່ເນື່ອງ.
(ຂ່າວ-ພາບ: ຫັດສະດີ ສຸດດາວົງ)


ຄໍາເຫັນ