![]() |
ໃນພິທີ, ໄດ້ຮັບຟັງບົດລາຍງານຫຍໍ້ກ່ຽວກັບຜົນການຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ໃນໄລ ຍະຜ່ານມາ. ຈາກນັ້ນ, ສະຫາຍ ພັນເອກ ບົວພັນ ດວງຈຳປາ ຮອງຫົວໜ້າຫ້ອງການ ຄະນະກຳມະການ ປກຊ - ປກສ ສູນກາງ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 116/ຄລສພ, ລົງວັນທີ 4 ມິຖຸນາ 2026 ວ່າດ້ວຍການແຕ່ງຕັ້ງ ຄະນະກຳມະການ ປກຊ - ປກສ ແຂວງອັດຕະປື, ໃນນີ້ ຄະນະເລຂາທິການສູນກາງພັກໄດ້ຕົກລົງແຕ່ງຕັ້ງສະຫາຍ ບຸນເຖິງ ດວງສະຫວັນ ເປັນປະທານຄະນະກຳມະການ ປກຊ - ປກສ ແຂວງອັດຕະປື, ສະຫາຍ ທະນູໄຊ ບັນຊາລິດ ເປັນຮອງປະທານ, ສະຫາຍ ພັນເອກ ສີສົມໃຈ ມະໂນລາ ເປັນຮອງປະທານ ແລະ ເປັນຜູ້ປະຈຳການ, ສະຫາຍ ພົນຈັດຕະວາ ສັກສິດ ສີພັນດວງ ເປັນຮອງປະທານ ພ້ອມດ້ວຍຄະນະກຳມະການອີກ 5 ສະຫາຍ.
![]() |
ໂອກາດນີ້, ສະຫາຍ ພົນໂທ ວົງສອນ ອິນປານພິມ ໄດ້ມີຄໍາເຫັນເນັ້ນໜັກວ່າ: ການປະກາດແຕ່ງຕັ້ງຄັ້ງນີ້, ເປັນການຕອບສະໜອງຕໍ່ຄວາມຮຽກຮ້ອງຂອງໜ້າທີ່ວຽກງານໃນໄລຍະໃໝ່ ແລະ ເປັນບາດກ້າວສຳຄັນໃນການເສີມສ້າງຄວາມເຂັ້ມແຂງ ຂອງການນຳພາ-ບັນຊາ ວຽກງານ ປກຊ - ປກສ ຂອງແຂວງ ໃຫ້ມີປະສິດທິພາບ ແລະ ຄຸນນະພາບສູງຂຶ້ນ. ພ້ອມນັ້ນ, ສະຫາຍໄດ້ຮຽກຮ້ອງໃຫ້ຄະນະກຳມະການ ປກຊ - ປກສ ແລະ ອົງການປົກຄອງແຂວງ ສືບຕໍ່ປັບປຸງກົງຈັກການຈັດຕັ້ງ, ພັດທະນາກຳລັງ ປກຊ - ປກສ ໃຫ້ເຂັ້ມແຂງ, ຍົກລະດັບຄວາມຮູ້ຄວາມສາມາດ ແລະ ສ້າງຄວາມໜັກແໜ້ນທາງດ້ານການເມືອງໃຫ້ພະນັກງານ ແລະ ນັກຮົບ ເພື່ອຮັບປະກັນການຮັກສາສະຖຽນລະພາບທາງການເມືອງ, ຄວາມສະຫງົບຮຽບຮ້ອຍ ແລະ ຄວາມປອດໄພຂອງສັງຄົມ ພາຍໃນແຂວງໃຫ້ມີຄວາມໝັ້ນຄົງຍິ່ງຂຶ້ນ.
![]() |
ຂ່າວ: ມະນີວອນ



ຄໍາເຫັນ