ອັດຕະປື ປັບປຸງການຄຸ້ມຄອງ-ບໍລິຫານລັດ ມີປະສິດທິພາບ ແລະ ສັກສິດ ຄຸ້ມຄອງລັດດ້ວຍກົດໝາຍ

ໃນໄລຍະກາງສະໄໝຜ່ານມາ, ແຂວງອັດຕະປື ໄດ້ຍົກສູງປະສິດທິພາບການປົກຄອງ-ການຄຸ້ມຄອງບໍລິ ຫານລັດ ໃຫ້ມີຄວາມກະທັດຮັດ, ວ່ອງໄວ ແລະ ເຂັ້ມງວດ ສັງຄົມໄດ້ຮັບການປົກປ້ອງ ຢ່າງມີຄວາມສັກສິດ ຕາມທິດການຄຸ້ມຄອງລັດດ້ວຍກົດໝາຍ.
ແຂວງໄດ້ເລັ່ງໃສ່ປັບປຸງສັບຊ້ອນ ແລະ ມອບຮັບວຽກ ໃຫ້ໄປຕາມສາຍຕັ້ງ ແລະ ທິດກະທັດຮັດ, ໂອນໜ້າວຽກລະຫວ່າງຂະແໜງການດ້ວຍກັນເຊັ່ນ: ພະແນກອຸດສາຫະກຳ-ການຄ້າ ແລະ ພະແນກກະສິກຳ-ປ່າໄມ້, ຄະນະສະເພາະກິດ ຕາມຄຳສັ່ງ ເລກທີ 15 ກັບບັນດາຂະແໜງການ, ຂົງເຂດກະສິກຳ-ປ່າໄມ້ ກັບຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນຂົງເຂດວຽກງານທີ່ດິນ ແລະ ອື່ນໆ. ປັບປຸງກົງຈັກການຈັດຕັ້ງ 28 ພາກສ່ວນ ເທົ່າກັບ 100%; ການປັບປຸງແມ່ນໄປຕາມທິດຂອງພັກ ແລະ ລັດຖະບານ ໄດ້ກຳນົດໃຫ້ກະທັດຮັດ, ສົມເຫດສົມຜົນແຕ່ໃຫ້ມີຄຸນນະພາບ, ໂດຍສະເພາະຂັ້ນຂະແໜງ ແລະ ໜ່ວຍງານ, ທຽບໃສ່ກົງຈັກຂັ້ນແຂວງໄລຍະຜ່ານມາສາມາດລຸດລົງໄດ້ 21 ຂະແໜງ;ພ້ອມກັນນັ້ນ ກໍຮັບຮອງມະຕິຕົກລົງ ແລະ ຂໍ້ຕົກລົງ ວ່າດວ້ຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງບັນດາພາກສ່ວນຕ່າງໆໄດ້ທັງໝົດ 23 ພາກສ່ວນທີ່ຮັບຮອງແລ້ວ. ສໍາເລັດການຮັບຮອງພາລະບົດບາດແລ້ວ 11 ພາກສ່ວນ, ຍັງອີກ 11 ພາກສ່ວນຍັງບໍ່ທັນໄດ້ປັບປຸງ. ສຳເລັດການກວດຖານຂໍ້ມູນລັດຖະກອນ ໃນ 5 ເມືອງ ດ້ວຍລະບົບຄຸ້ມຄອງລັດຖະກອນ ແບບເອເລັກໂຕຣນິກ ແລະ ກວດກາຂໍ້ມູນພະນັກງານ-ລັດຖະກອນ ຂອງບັນດາພະແນກການອ້ອມຂ້າງແຂວງ, ອົງການທຽບເທົ່າ ເພື່ອອອກບັດພະນັກງານ-ລັດຖະກອນ.   ສຳເລັດກອງປະຊຸມຄົ້ນຄວ້າແກ້ໄຂເຂດແດນເຊື່ອມຕໍ່ ລະຫວ່າງແຂວງອັດຕະປື ກັບ ແຂວງເຊກອງ, ສຳລັບເຂດແດນເຊື່ອມຕໍ່ລະຫວ່າງແຂວງອັດຕະປື ກັບແຂວງຈຳປາສັກ, ປັດຈຸບັນ,ຢູ່ໃນຂັ້ນຕອນຄົ້ນຄວ້າປຶກສາຫາລືເຈລະຈາລາຍງານລັດຖະບານ ແລະ ກະກຽມເປີດກອງປະຊຸມຮ່ວມກັນ ເພື່ອຄວາມເປັນເອກະພາບ. ສືບຕໍ່ສັງລວມໜ້າວຽກບັນດາພະແນກການ ເອົາເຂົ້າໃນວຽກງານບໍລິການຜ່ານປະຕູດຽວ ເພື່ອຄວາມສະດວກໃນການບໍລິ ການສັງຄົມ; ຫັນເປັນທັນສະໄໝ ໃນການບໍລິຫານລັດ ດ້ວຍລະບົບອີເລັກໂທຣນີກ.
ໄລຍະນີ້ ແຂວງກໍາລັງຄົ້ນຄ້ວາ ກໍານົດຫົວຂໍ້ ເພື່ອສ້າງເປັນນິຕິກຳລຸ່ມກົດໝາຍຈໍານວນໜຶ່ງ ຕິດພັນກັບວຽກຄຸ້ມຄອງນໍາໃຊ້ຊັບພະຍາກອນເປັນຕົ້ນ: ແຮ່ຊາຍ ແລະ ແຮ່ຕິດພັນ ເພື່ອໃຫ້ເມືອງມີສິດໃນການຄຸ້ມຄອງນໍາໃຊ້ ແລະ ຮັບຜິດຊອບ, ຄົ້ນຄວ້າບັນດາຫົວໜ່ວຍຊົດເຊີຍຜົນກະທົບຕ່າງໆ ໃນເຂດສຳປະທານ ແລະ ເຂດການຜະລິດຂອງປະຊາຊົນ.
                     ຂ່າວ: ຕະວິນຍານ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ