![]() |
ກອງປະຊຸມພົບປະຄັ້ງນີ້ ແຂວງອັດຕະປື ນຳໂດຍ ທ່ານ ລິດຄຳ ໂຮມອິນຕາ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງອັດຕະປື ແລະ ແຂວງກວາງຫງາຍນຳໂດຍ ທ່ານ ຊຽງ ແທັງ ຟຸກ ກຳມະການພັກແຂວງ ຫົວໜ້າພະແນກຊົນເຜົ່າ ແລະ ສາສະໜາ ແຂວງກວາງຫງາຍ, ພ້ອມດ້ວຍພະນັກງານ-ລັດຖະກອນທັງສອງຝ່າຍເຂົ້າຮ່ວມ.
ການພົບປະ ຄະນະຜູ້ແທນທັງສອງຝ່າຍໄດ້ຜັດປ່ຽນກັນລາຍງານໃຫ້ກັນຊາບ ກ່ຽວກັບສະພາບ ຈຸດພິເສດ, ຜົນສຳເລັດຂອງການພັດທະນາເສດຖະກິດ-ສັງຄົມ ແລະ ສະພາບການລວມຂອງສອງແຂວງ ອັດຕະປື-ກວາງງາຍ ກໍຄືສະພາບການຂອງສອງຊາດ ລາວ-ຫວຽດນາມ.
ເນື້ອໃນຂອງບົດບັນທຶກຊ່ວຍຈໍາການຮ່ວມມື ແຕ່ປີ 2026-2030 ໄດ້ກຳນົດໃຫ້ມີການແລກປ່ຽນບົດຮຽນ, ການເຜີຍແຜ່ແນວທາງນະໂຍບາຍ ແລະ ກົດໝາຍກ່ຽວກັບວຽກງານຊົນເຜົ່າ ໃຫ້ແກ່ປະຊາຊົນເຂດຊາຍແດນ; ຈັດຕັ້ງການພົບປະແລກປ່ຽນລະຫວ່າງຕົວແທນເຈົ້າກົກເຈົ້າເຫຼົ່າ ຂອງສອງແຂວງທີ່ອາໄສລຽບຕາມຊາຍແດນ ຄື: ບ້ານເບີອີ້, ຢຸກມິງ, ຕັກລອງ (ແຂວງກວາງຫງາຍ) ແລະ ຕາແສງວັງຕັດ, ຕາແສງສົມບຸນ (ແຂວງອັດຕະປື) ເພື່ອຮັກສາຄວາມສະຫງົບ ແລະ ເສີມຂະຫຍາຍເອກະລັກວັດທະນະທຳ, ທັງສອງຝ່າຍຍັງເຫັນດີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການບຳລຸງສ້າງບຸກຄະລາກອນ ໂດຍແຂວງກວາງຫງາຍ ຈະຊ່ວຍຝຶກອົບຮົມວຽກງານຊົນເຜົ່າໃຫ້ພະນັກງານແຂວງອັດຕະປື ຈຳນວນ 1 ຫາ 2 ຊຸດຕໍ່ປີ, ຂະນະທີ່ແຂວງອັດຕະປື ຈະຊ່ວຍບຳລຸງພາສາລາວ ໃຫ້ແກ່ພະນັກງານແຂວງກວາງຫງາຍ. ນອກຈາກນີ້, ຍັງຈະຊຸກຍູ້ການຮ່ວມມືດ້ານການພັດທະນາກະສິກຳ, ຫັດຖະກຳພື້ນເມືອງ ແລະ ການທ່ອງທ່ຽວແບບຊຸມຊົນອີກດ້ວຍ.
ບົດບັນທຶກຊ່ວຍຈຳສະບັບນີ້ ຈະເປັນບາດກ້າວອັນສຳຄັນໃນການນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນທັງສອງທ້ອງຖິ່ນ ບົນພື້ນຖານຄວາມສະເໝີພາບ ແລະ ເຄົາລົບອະທິປະໄຕ ເຊິ່ງກັນ ແລະ ກັນ.
ຂ່າວ: ຫັດສະດີ ສຸດດາວົງ

ຄໍາເຫັນ