ອັດຕະປືຖະແຫຼງຜົນການກວດກາ ແລະ ສືບສວນຄະດີສໍ້ລາດບັງຫຼວງເງິນຂອງແຂວງ

ອັດຕະປືຖະແຫຼງຜົນການກວດກາ ແລະ ສືບສວນຄະດີສໍ້ລາດບັງຫຼວງເງິນຂອງແຂວງ

ອັດຕະປືຖະແຫຼງຜົນການກວດກາ ແລະ ສືບສວນຄະດີສໍ້ລາດບັງຫຼວງເງິນຂອງແຂວງ
ຜົນການກວດກາ, ສືບສວນ-ສອບສວນຄະດີສໍ້ລາດບັງຫຼວງເງິນຂອງແຂວງອັດຕະປື ຈໍານວນ 2 ລ້ານໂດລາສະຫະລັດ ແລະ ບ້ວງເງິນອື່ນໆ ຢູ່ແຂວງອັດຕະປື ແມ່ນກິດຈະການສຳຄັນຂອງການປະຕິບັດຜົນການກວດກາ

ແລະ ການກວດສອບຄະດີຕາມເປົາໝາຍ ຊຶ່ງພົບເຫັນວ່າມີຜົນຂະຫຍາຍທີ່ດີ ແລະ ສະ ເໜີໃຫ້ເອົາໃຈໃສ່ການແກ້ໄຂບັນຫາທີ່ຍັງຄົງຄ້າງຢ່າງຈິງຈັງ.

ອີງຕາມການລາຍງານຜົນຂອງການຖະແຫຼງການກວດກາ, ເກັບກຳຂໍ້ມູນ ແລະ ສືບສວນ-ສອບສວນຄະດີການສໍ້ລາດບັງຫຼວງ ຂອງທ່ານ ຄຳຫວັນ ຈັນທະໂຄດ ຄະນະປະຈຳພັກແຂວງ ປະທານອົງການກວດກາ ພັກ-ລັດ ຕ່າງຄະນະສະເພາະກິດຂັ້ນແຂວງ ໃນວັນທີ 20 ມີນາ 2025 ໃຫ້ຮູ້ກ່ຽວກັບການດໍາເນີນຄະດີ ການສໍ້ລາດບັງຫຼວງ ຢູ່ແຂວງອັດຕະປື ດັ່ງນີ່: ໃນໄລຍະເດືອນ ເມສາ 2024 ຜ່ານມາ ກຸ່ມບໍລິສັດ ຮົງກົງທຽນຊື ຈຳກັດ ໄດ້ປະກອບສ່ວນເປັນເງີນຈຳນວນ 2 ລ້ານໂດລາສະຫະລັດ ໃຫ້ແຂວງອັດຕະປື ໃນການກໍ່ສ້າງສ້ອມແປງເສັ້ນທາງ ເບີ 9004 ແຕ່ແຍກ 18A ຂົວເຊປຽນ ແຂວງອັດຕະປື ຫາ ເຂດ ແດນເມືອງປາກຊ່ອງ ແຂວງຈໍາປາສັກ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາເຂດດັ່ງກ່າວ ທັງເປັນການສົ່ງເສີມການຜະລິດ, ຂົນສົ່ງສີນຄ້າ ແລະ ທ່ອງທ່ຽວໂດຍໄດ້ໂອນເງິນເຂົ້າບັນຊີເງິນຝາກ ຄັງເງິນປະຈໍາແຂວງອັດຕະປື, ມາຮອດວັນທີ 30 ສິງຫາ 2024 ອົງການສືບສວນ-ສອບສວນ ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງ ອັດຕະປື ໄດ້ຮັບຄໍາຮ້ອງຟ້ອງຂອງຫ້ອງວ່າການແຂວງ ອັດຕະປື ກ່ຽວກັບ: ທ້າວ ສຸລິໄຊ ສຸລິຍາໄລ (ທ້າວ ໝູ) ຊຶ່ງເປັນພະນັກງານຂອງຫ້ອງວ່າການແຂວງ, ໄລຍະນັ້ນ ໄດ້ສ້າງເອກະສານປອມ ເພື່ອຖອນເງິນບ້ວງດັ່ງກ່າວອອກໄປນໍາໃຊ້ໂດຍບໍ່ຖືກຕ້ອງ ແລ້ວກໍໄດ້ເອົາຕົວຫຼົບໜີ.

ຕໍ່ສະພາບການດັ່ງກ່າວ ການນໍາຂອງແຂວງໄດ້ມີຄວາມເປັນເອກະພາບ ມອບໃຫ້ກອງບັນຊາການ ປກສ ແຂວງ ດຳເນີນການສືບສວນ-ສອບສວນ ແລະ ຕໍ່ມາເຫັນວ່າມີການພົວພັນກັບພະນັກງານພາຍໃນແຂວງ ຫຼາຍພາກສ່ວນຈິ່ງໄດ້ ແຕ່ງຕັ້ງຄະນະສະເພາະກິດຂັ້ນແຂວງ ຕາມຂໍ້ຕົກລົງ ສະບັບເລກທີ 1213/ຈຂ.ອປ ລົງວັນທີ 2 ກັນຍາ 2024 ແລະ ຂໍ້ຕົກລົງ ສະບັບເລກທີ 1334/ຈຂ.ອປ ລົງວັນທີ 11/10/2024, ສົມທົບກັບຄະນະສະເພາະກິດຂັ້ນສູນກາງ ພ້ອມກັນດຳເນີນການກວດກາ ເກັບກຳຂໍ້ມູນ ແລະ ສືບສວນ-ສອບສວນ ພະນັກງານຂອງລັດໄດ້ມີການຍັກຍອກເງິນອອກຈາກຄັງເງິນແຫ່ງຊາດປະຈຳແຂວງ.

ຜ່ານການດໍາເນິນການກວດກາ, ເຫັນວ່າເງິນໃນຄັງເງິນທີ່ເປິດບັນຊີຝາກໄວ້ຢູ່ທະນາຄານ ທຸລະກິດນັ້ນ ຖຶກຖອນອອກໄປໂດຍບໍ່ຖຶກຕ້ອງຕາມລະບຽບກົດໝາຍ ຫຼື ເສຍຫາຍ ເປັນເງິນຈໍານວນ 2,523,800 ໂດລາສະຫະລັດ, ເງິນກີບຈຳນວນ 17,373,754,429 ກີບ ແລະ ເງິນດົ່ງ ຫວຽດນາມຈໍານວນ 1,500,000,000 ດົງ ຊຶ່ງເປັນການລະເມີດ ລະບຽບວິໄນການເງິນ ການຄຸ້ມຄອງ ການແລກປ່ຽນເງິນຕາ ແລະ ຜິດຕໍ່ລະບຽບ ກົດໝາຍ, ສ້າງຄວາມເສຍຫາຍໃຫ້ລາຍຮັບຂອງແຂວງຮົ່ວໄຫຼ, ເງິນຕາຕ່າງປະເທດບໍ່ເຂົ້າສູ່ລະບົບ, ມີການແລກປ່ຽນຊະຊາຍ ຊຶ່ງເປັນການສ້າງຄວາມບໍ່ສະຫງົບພາຍໃນສັງຄົມ ໂດຍມີພະນັກ ງານລັດ, ປະຊາຊົນ, ຜູ້ປະກອບການ ສົມຮູ້ຮ່ວມຄິດ ໃນການເຄື່ອນໄຫວໝູນໃຊ້ເງິນຈຳນວນດັ່ງກ່າວຫຼາຍຄົນທີ່ຄະນະສະເພາະກິດໄດ້ດຳເນິນການແກ້ໄຂລາຍລະອຽດດັ່ງນີ້:

ຂະບວນການ ແລະ ຂັ້ນຕອນໃນການແກ້ໄຂໂດຍນຳໃຊ້ຕາມຫຼັກວິຊາສະເພາະຂອງວຽກງານ ສືບສວນ-ສອບສວນ ປະສານສົມທົບການສະໜອງ-ວິໃຈຂໍ້ມູນທີ່ເປັນວິທະຍາສາດ, ທັງປຸກລະດົມຊຸກຍູ້ທຸກພາກສ່ວນທີ່ກ່ຽວຂ້ອງໃນສັງຄົມ ໃນການສະໜອງຂໍ້ມູນທີ່ເປັນປະໂຫຍດເພື່ອສົມທຽບໃສ່ເອກະສານອະນຸມັດການຖອນເງິນຈາກຄັງເງິນປະຈຳແຂວງ, ບັນດາພະແນກການທີ່ກ່ຽວຂ້ອງ, ບັນດາພະແນກການ ກົມກອງທີ່ມີບັນຊີເງິນຝາກຢູ່ຄັງເງິນ ໃນແຕ່ລະໄລຍະ, ດຳເນິນທຸກວິທີການ, ມາດຕະການທີ່ຈຳເປັນເພື່ຶອໃຫ້ຜູ້ຕ້ອງຫາທີ່ເອົາຕົວຫຼົບໜີ ຄື: ທ້າວ ສຸວິໄຊ ສຸລິຍະໄລ (ທ້າວ ໝູ) ທີ່ເອົາຕົວຫຼົບໜີໄປລີ້ຢູ່ປະເທດໄທ ໃຫ້ເຂົ້າມາມອບໂຕຈົນ ສຸດທ້າຍໃນວັນທີ 4/12/2024 ຜູ້ກ່ຽວໄດ້ເຂົ້າມາມອບໂຕຕໍ່ເຈົ້າໜ້າທີ່.

ຜ່ານການສືບສວນ-ສອບສວນ ເພື່ອຂະຫຍາຍຜົນ ຈາກຜູ້ກ່ຽວ ຈິ່ງສາມາດກຳນົດເປົ້າໝາຍຜູ້ຕ້ອງຫາຕ່າງໆໄດ້ຊັດເຈນຂຶ້ນຕື່ມ ເມື່ຶອທຽບໃສ່ກັບການດຳເນິນຄະດີໃນເບື້ອງຕົ້ນ ໂດຍສະເພາະ ບັນດາແຫຼ່ງງົບປະມານທີ່ຖືກຍັກຍອກ ຫຼື ລັກລອບຖອນອອກໄປໂດຍບໍ່ຖຶກຕ້ອງນັ້ນມີທັງໝົດ: 6 ບ້ວງຄື: ບ້ວງເງິນຂອງບໍລິສັດ ຮົງກົງທຽນຊື ຈຳກັດ, ບ້ວງເງິນຄໍ້າປະກັນຂອງພະແນກແຜນການ ແລະ ການລົງທຶນ, ບ້ວງເງິນຊ່ວຍເຫຼືອຈາກ ສສ ຫວຽດນາມ, ບ້ວງເງິນກອງທຶນພັດທະນາຊຸມຊົນ ຂອງພະແນກພະລັງງານ ແລະ ບໍ່ແຮ່, ບ້ວງເງິນໄມ້ຢືນຕາຍ, ໄມ້ບິກ-ໄມ້ກະຖີນນາລົງ ແລະ ໄມ້ອື່ນໆ, ບ້ວງເງິນໄພພິບັດ ເມືອງສະໜາມໄຊ, ບ້ວງເງິນຄໍ້າປະກັນທຸລະກິດ, ບ້ວງເງິນກອງທຶນລັດ, ພົບເຫັນຜົນເສຍຫາຍເງິນໂດລາສະຫະລັດ ຈໍານວນ 2,523,800 ໂດລາສະຫະລັດ, ເງິນກີບ ຈຳນວນ 17,373,754,429 ກີບ ແລະ ເງິນດົງ ຈຳນວນ 1,500,000,000 ດົງ.

ຜົນຂອງການແກ້ໄຂມາຮອດປັດຈຸບັນ ຄະນະສະເພາະກິດຂັ້ນແຂວງ ແລະ ສູນກາງໄດ້ຮ່ວມກັນໃນການດຳເນີນ ສືບສວນ-ສອບສວນ ຕໍ່ເປົ້າໝາຍ ພະນັກງານຂອງລັດ ຜູ້ປະກອບການ ແລະ ປະຊາຊົນຈຳນວນໝຶ່ງ ທີ່ມີສ່ວນກ່ຽວພັນກັບບ້ວງເງິນທີ່ຖືກເສຍຫາຍ ລະຽດຄື:

1). ໄດ້ອອກຄຳສັ່ງເປີດການສືບສວນ-ສອບສວນ ຜູ້ຖືກຫາທັງໝົດ 37 ຄົນ ຍິງ 17 ຄົນ; ອອກຄຳສັ່ງກັກຕົວ 21 ຄົນ ຍິງ 8 ຄົນ (ເປັນພະນັກງານລັດ 14 ຄົນ ຍິງ 4 ຄົນ); (ກຳມະການພັກແຂວງ 3 ຄົນ, ບໍານານ 1 ຄົນ), ເສຍຊີວິດ 1 ຄົນ, ຜູ້ປະກອບການ 7 ຄົນ ຍິງ 4 ຄົນ. ໃນນີ້, ພົບເຫັນພະນັກງານ ທີ່ຕິດພັນກັບການສໍ້ລາດບັງຫຼວງໂດຍກົງ ຈໍານວນ 15 ຄົນ, ຕາມປະມວນກົດໝາຍອາຍາ ສະບັບເລກທີ 26/ສພຊ ໝວດທີ 10 ການສໍ້ລາດບັງຫຼວງ, ລາຍລະອຽດຄືຶ: ທ້າວ ສຸລິຈັນ ພອນແກ້ວ ອາດິດຫົວໜ້າຫ້ອງວ່າການແຂວງ. ໃນນັ້ນ, ມີພະນັກງານຫ້ອງວ່າການແຂວງ ມີສ່ວນຮ່ວມ 5 ຄົນຄື: ທ້າວ ຄຳເຜີຍ ໂສມຖາວອນ ອາດິດຫົວໜ້າພະແນກການເງິນແຂວງ, ທ້າວ ສຸກໃໝ ສຸດບຸນລົ້ນ (ແມ່ນໄດ້ເສຍຊີວິດໃນຄ້າຍຄຸມຂັງ ໃນຊ້ວງດຳເນິນຄະດີ) ໃນນັ້ນ ມີພະນັກງານຂົງເຂດການເງິນ, ຄັງເງິນປະຈຳແຂວງທີ່ມີສ່ວນຮ່ວມ ຈຳນວນ 9 ຄົນ ແລະ ອີກ 1 ຄົນຄື: ທ້າວ ສູນນະຄອນ ແກ້ວວຽງຄຳ ອາດິດຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ໄດ້ດຳເນີນການສືບສວນ-ສອບສວນ ພະນັກງານ-ລັດຖະກອນ, ຜູ້ປະກອບການ ແລະ ປະຊາຊົນ ພວກດັ່ງກ່າວມີສ່ວນກ່ຽວພັນກັບການປ່ອຍເງິນກູ້ດອກເບ້ຍສູງ, ການພະນັນອອນໄລ, ດຳເນິນທຸລະກິດບໍ່ຖຶກຕ້ອງ ແລະ ແລກປ່ຽນເງິນຕາຕ່າງປະເທດຊະຊາຍ ມີຈຳນວນ 22 ຄົນ. ໃນນີ້, ມີຄົນຕ່າງປະເທດ 1 ຄົນ (ເປັນຄົນໄທ).

2). ໄດ້ເກັບກູ້ເຄື່ອງຂອງກາງ ຄະດີຈາກຜູ້ຖືກຫາ ປະເພດຕ່າງໆ ເຊັ່ນ: ເງິນກີບຈໍານວນ 18,475,762,500 ກີບ, ເງິນບາດ 59,400 ບາດ, ເງິນໂດລາສະຫະລັດ 57,000 ໂດລາ, ວັດຖຸຄ້າຍຄືຄໍາຮູບປະພັນ ນໍ້າໜັກ 2,793.4 ກຣາມ, ປະເພດທີ່ດິນ ທັງໝົດ ຈຳນວນ 77 ຕອນດິນ, ລົດຈິບ ຈຳນວນ 5 ຄັນ, ລົດກະບະ ຈຳນວນ 3 ຄັນ, ລົດຈັກ ຈຳນວນ 3 ຄັນ ແລະ ອາຍັດລົດຈິບ 2 ຄັນ, ໂທລະສັບມືຖື ຈໍານວນ 18 ເຄື່ອງ, ປະເພດໄມ້ດູ່ 62 ຕັບ (5,067 ແມັດກ້ອນ), ປະເພດໄມ້ຈິກ 344 ແຜ່ນ (7,736 ແມັດກ້ອນ), ປະເພດໄມ້ເຊືອກ 132 ຕັບ (24,447 ແມັດກ້ອນ).

3). ມາຮອດປັດຈຸບັນຄະນະສະເພາະກິດແຂວງ ແລະ ສູນກາງໄດ້ສະຫຼຸບຜົນການສືບສວນ-ສອບສວນ ຄະດີສໍ້ລາດບັງຫຼວງບ້ວງເງິນ 2,000,000 ໂດລາສະຫະລັດ ແລະ ບ້ວງເງິນອື່ນໆ ຢູ່ແຂວງອັດຕະປື ສຳເລັດໂດຍພື້ນຖານ ແລະ ໄດ້ສົ່ງສຳນວນຄະດີໃຫ້ອົງການໄອຍະການປະຊາຊົນແຂວງ ຖະແຫຼງສັ່ງຟ້ອງໃຫ້ສານປະຊາຊົນຕັດສີນຕາມຂັ້ນຕອນຂອງກົດໝາຍ.

(ຂ່າວ: ໄພບູນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ