ໃນໂອກາດດັ່ງກ່າວ, ທ່ານ ຫຼີໂກວຢິ່ງ ລັດຖະມົນຕີກະຊວງຊັບພະຍາກອນນໍ້າຈີນແຈ້ງໃຫ້ຮູ້ວ່າ: ຈີນໄດ້ສ້າງໂຄງການແຫຼ່ງນໍ້າ, ໂຄງການສົ່ງນໍ້າ ແລະ ໂຄງການລະບາຍນ້ຳເຂົ້ານາຢ່າງຫຼວງຫຼາຍ, ຄາດວ່າເມື່ອຮອດໄລຍະທ້າຍຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ຂອງຈີນ, ອັດຕາສ່ວນການປົກຄຸມຂອງເຄືອຂ່າຍນໍ້າແຫ່ງຊາດຈີນຈະບັນລຸເຖິງ 80.3%, ເນື້ອທີ່ການລະບາຍນໍ້າເຂົ້າດິນປູກຝັງຈະບັນລຸປະມານ 72,666,667 ເຮັກຕາ, ຂະນະທີ່ອັດຕາສ່ວນການເຂົ້າເຖິງນໍ້າປະປາຢູ່ເຂດຊົນນະບົດບັນລຸເຖິງ 96%. ປີ 2024, ປະລິມານການໃຊ້ນໍ້າຕໍ່ລວມຍອດຜະລິດຕະພັນພາຍໃນ ຫຼື GDP ໃນແຕ່ລະ 10,000 ຢວນໄດ້ຫຼຸດລົງ 17.7% ເມື່ອທຽບໃສ່ໄລຍະທ້າຍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 13 ຂອງຈີນ, ຂະນະທີ່ປະລິມານການໃຊ້ນໍ້າຕໍ່ມູນຄ່າເພີ່ມດ້ານອຸດສາຫະກໍາໃນແຕ່ລະ 10,000 ຢວນໄດ້ຫຼຸດລົງ 23.6%, ນອກນີ້, ໂຕເລກດັດຊະນີການລະບາຍນໍ້າເນື້ອທີ່ກະສິກໍາທີ່ມີປະສິດທິຜົນໄດ້ເພີ່ມຂຶ້ນຈາກລະດັບ 0,565 ໃນໄລຍະທ້າຍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 13 ຂອງຈີນເປັນ 0.58.
ຄໍາເຫັນ