ທ່ານ ເຈສັນ ແອັດເວລ ໂຄສົກດ້ານເສດຖະກິດມະຫາພາກຂອງ Stats NZ ກ່າວວ່າ: ພວກເຮົາໄດ້ເຫັນການມີສ່ວນຮ່ວມໃນຕະຫຼາດແຮງງານເພີ່ມຂຶ້ນ ຍ້ອນວ່າທັງການຈ້າງງານ ແລະ ການວ່າງງານເພີ່ມຂຶ້ນພ້ອມໆກັນ.
ນອກຈາກນັ້ນ, ຂໍ້ມູນສະແດງໃຫ້ເຫັນວ່າມີແມ່ຍິງປະມານ 20,000 ຄົນເຂົ້າສູ່ຕະຫຼາດແຮງງານ ແລະ ມີການຈ້າງງານ 16,000 ຄົນ ເມື່ອທຽບກັບໄຕມາດທີ່ຜ່ານມາ. ໂດຍການຈ້າງງານຂອງແມ່ຍິງເພີ່ມຂຶ້ນຢ່າງຫຼວງຫຼາຍໃນຕຳ ແໜ່ງຜູ້ບໍລິຫານ ແລະ ວິຊາຊີບ, ໃນຂະນະທີ່ຕຳແໜ່ງເລຂານຸການ ແລະ ບໍລິຫານຫຼຸດລົງ.
ໂດຍລວມແລ້ວ, ອັດຕາການຈ້າງງານຢູ່ທີ່ 66.7% ແລະ ຄ່າແຮງງານສະເລ່ຍຕໍ່ຊົ່ວໂມງແມ່ນ 43.99 ໂດລານູແວນເຊັລງ (26.59 ໂດລາ) ໃນລະຫວ່າງໄຕມາດດັ່ງກ່າວ.
ຄໍາເຫັນ