ວົງການນັກຊ່ຽວຊານ ຣັດເຊຍ ໄດ້ຕີລາຄາສູງຕໍ່ເຫດການດັ່ງກ່າວ ໃນການຊຸກຍູ້ທ່າອ່ຽງຫັນເປັນຫຼາຍສົ້ນ, ຫັນເປັນປອດ USD, ຊຸກຍູ້ການຄ້າ ແລະ ການເຊື່ອມຕໍ່ອາຊີ - ເອີຣົບ, ພ້ອມທັງຢັ້ງຢືນບົດບາດຂອງ ຣັດເຊຍ ໃນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານໃນພາກພື້ນ.
ທ່ານ ທາຍານາ ໂຄຊາເຊວາ ນັກວິທະຍາສາດການເມືອງ ກ່າວວ່າ: ຖະແຫຼງການ Kazan ປ່ຽນແປງທາດແທ້ຂອງການພົວພັນຄູ່ຮ່ວມມື ຣັດເຊຍ - ອາຊຽນ ໂດຍພື້ນຖານ, ຫັນຈາກຮູບແບບປຶກສາຫາລືດ້ານການເມືອງ ໄປສູ່ຮູບແບບເຊື່ອມໂຍງດ້ານເສດຖະກິດ. ສິ່ງນີ້ຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍໃຫ້ບັນດາວິສາຫະກິດເອກະຊົນທັງສອງຝ່າຍ ແລະ ເຮັດໃຫ້ການລົງທຶນໂດຍກົງ ມີຄວາມປອດໄພກວ່າເກົ່າ.
ຄໍາເຫັນ