ອາຊີ-ໂປຕາສ ສາກົນ ປະກອບສ່ວນເງິນ 300 ລ້ານກີບ ເພື່ອການກຸສົນ ຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍ ເຂດຫ່າງໄກຊອກຫຼີກ

ອາຊີ-ໂປຕາສ ສາກົນ ປະກອບສ່ວນເງິນ 300 ລ້ານກີບ ເພື່ອການກຸສົນ ຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍ ເຂດຫ່າງໄກຊອກຫຼີກ
ໂດຍ: ພຸດທະພອນ
ບໍລິສັດ ອາຊີ-ໂປຕາສ ສາກົນ ບໍລິຈາກເງິນ 300 ລ້ານກີບ ເພື່ອການກຸສົນ ສະແດງເຖິງຄວາມຮັກອັນສູງສົ່ງຂອງ ອາຊີ-ໂປຕາສ ສາກົນ ເພື່ອຊິວິດການເປັນຢູ່ຂອງແມ່ຍິງ ແລະ ເດັກນ້ອຍຜູ້ທຸກຍາກທີ່ຢູ່ເຂດຫ່າງໄກສອກຫຼີກໃນ ສປປ ລາວ
ງານການກຸສົນ ເພື່ອຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍຜູ້ທຸກຍາກທີ່ຢູ່ເຂດຫ່າງໄກສອກຫຼີກ ໄດ້ຈັດຂຶ້ນຢ່າງຄຶກຄື້ນທີ່ນະຄອນຫຼວງວຽງຈັນເມື່ອບໍ່ດົນມານີ້. ໂດຍມີ ທ່ານ ນາງ ນາລີ ສີສຸລິດ ພັນລະຍາປະທານປະເທດແຫ່ງ ສປປ ລາວ ປະທານຄະນະທີ່ປຶກສາສະມາຄົມຫັດຖະກຳລາວ ແລະ ໃຫ້ກຽດເຂົ້າຮ່ວມມອບໃບກຽດຕິຄຸນຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ພ້ອມດ້ວຍບັນດາຄອບຄົວການນໍາ, ບັນດາທູຕານຸທູດ, ອົງການຈັດຕັ້ງສາກົນ, ພ້ອມດ້ວຍມວນຊົນ, ບໍລິສັດ, ຫ້າງ, ຮ້ານ ແລະ ຜູ້ໃຫ້ການສະໜັບສະ ໜູນເຂົ້າຮ່ວມ.
ໃນງານການກຸສົນຄັ້ງນີ້, ບໍລິສັດ ອາຊີ-ໂປຕາສ ສາກົນ ໄດ້ປະກອບສ່ວນເປັນເງິນ 300 ລ້ານກີບ ຊຶ່ງເປັນການຊ່ວຍເຫຼືອຊີວິດການເປັນຢູ່ໃຫ້ດີຂຶ້ນ ສໍາລັບແມ່ຍິງ ແລະ ເດັກນ້ອຍຜູ້ທຸກຍາດທີ່ຢູ່ເຂດຫ່າງໄກສອກຫຼີກໃນລາວ. ເງິນບໍລິຈາກໃນງານການກຸສົນຄັ້ງນີ້, ຈະນໍາໃຊ້ເຂົ້າໃນໂຄງການຫ່ວງໃຍໄປເຖິງ ປະຈໍາປີ 2023 ປະກອບມີ: ຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍໃນບັນດາແຂວງ, ເຂດ, ບ້ານ ທີ່ຖືກໄພນໍ້າຖ້ວມ, ສ້ອມແປງເຮືອນ ແລະ ໂຮງຮຽນ; ປະກອບສ່ວນເຄື່ອງມືການແພດ (ເຄື່ອງຊ່ວຍຫາຍໃຈ ຫ້ອງ ICU) ແລະ ຢາປົວພະຍາດໃຫ້ ໂຮງໝໍ ແລະ ສຸກສາລາ; ມອບທຶນການສຶກສາໃຫ້ນັກຮຽນເກັ່ງຈາກຄອບຄົວທຸກຍາກຂາດເຂີນ ແລະ ແຜນຊຸກຍູ້ປະກອບສ່ວນທົ່ວສັງຄົມອື່ນໆ.
ທ່ານ ນາງ ນາລີ ສີສຸລິດ ໄດ້ກ່າວໃນພິທີວ່າ: ໄດ້ຕີລາຄາສູງເຖິງຄວາມໝາຍຄວາມສໍາຄັນ ຂອງງານຫັດຖະກໍາ-ເດີນແບບເພື່ອການກຸສົນໃນຄັ້ງນີ້ ແລະ ໄດ້ຊົມເຊີຍຕໍ່ທຸກພາກສ່ວນທີ່ສະໜັບສະໜູນຊ່ວຍເຫຼືອໃນຄັ້ງນີ້ ແລະ ທ່ານໄດ້ກ່າວອີກວ່າ: ການນໍາຂອງລາວ ຍາມໃດກໍເອົາໃຈໃສ່ຕໍ່ກັບແມ່ຍິງ ແລະ ເດັກນ້ອຍທີ່ທຸກຈົນ, ກິດຈະກໍາເພື່ອການກຸສົນ ແມ່ນສອດຄ່ອງກັບທິດທາງການຊີ້ນໍາຂອງພັກ ແລະ ລັດ, ຊ່ວຍໃຫ້ປະເທດກ້າວສູ່ຄວາມສີວິໄລ, ຊ່ວຍໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ. ໝາກຜົນທີ່ໄດ້ຮັບແມ່ນທັນເວລາ ແລະ ໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ, ກ້າວໄປສູ່ຄວາມຮັ່ງມີ ແລະ ສົ່ງເສີມປະຊາຊົນບັນດາເຜົ່າໃຫ້ມີການພັດທະນາຂຶ້ນເລື້ອຍໆ.
ໃນການປະກອບສ່ວນ ຂອງ ບໍລິສັດອາຊີ-ໂປຕາສ ສາກົນ, ທ່ານ ຖຸງ ຢຸງເຫີງ (Tong Yongheng) ຮອງອໍານວຍການ ໄດ້ກ່າວວ່າ: ການສະສົມຄຸນງາມຄວາມດີເປັນການຫຼໍ່ຫຼອມຄວາມຮັກອັນຍິ່ງໃຫຍ່, ທຸກຢາດເຫື່ອຈະລວມກັນເປັນພະລັງມະຫາສານ ໃນກິດຈະກໍາການກຸສົນເພື່ອຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍທີ່ທຸກຈົນ. ອາຊີ-ໂປຕາສ ສາກົນ ໃນນາມເປັນວິສາຫະກິດ ທີ່ພັດທະນາຢູ່ ສປປ ລາວ ໄດ້ປູກຝັງຄວາມຮັກອັນຍິ່ງໃຫຍ່ມາໂດຍຕະຫຼອດ, ພາຍໃຕ້ທິດນໍາຂອງແນວຄິດການພັດທະນາ ການເຄົາລົບ, ການເຊື່ອມໂຍງ, ການປະຕິບັດຕົວຈິງ ແລະ ການຊະນະທັງຄູ່, ໄດ້ຕັ້ງໜ້າປະຕິບັດຄວາມຮັບຜິດຊອບຕໍ່ສັງຄົມ ແລະ ຕອບແທນຄືນໃຫ້ແກ່ສັງຄົມລາວ, ບົນເສັ້ນທາງການສະແຫວງຫາຄວາມສຸກໃຫ້ແກ່ປະຊາຊົນ ແລະ ການອຸທິດຕົນເພື່ອສັງຄົມ, ທາງບໍລິສັດຍິນດີທີ່ຈະຮ່ວມກັບທຸກວົງຄະນະຍາດໃນສັງຄົມ ເພື່ອສົ່ງເສີມວຽກງານສາທາລະນະປະໂຫຍດ ແລະ ພາລະກິດສັງຄົມຕ່າງໆ ໃຫ້ມີການພັດທະນາຢ່າງມີປະສິດທິຜົນຍາວນານ. ໃນອະນາຄົດ, ບໍລິສັດຈະຢຶດໝັ້ນໃນທາງປະຕິບັດ, ພ້ອມທີ່ໃຫ້ຄວາມຮັກຄວາມເມດຕາ, ຈະຖືການປະຕິບັດໃຫ້ຫຼາຍຂຶ້ນ ແລະ ຂະຫຍາຍຜົນປະໂຫຍດໃຫ້ກວ້າງຂຶ້ນເປັນເປົ້າໝາຍ, ໃນຖານະເປັນຜູ້ຊ່ວຍແຮງໜຶ່ງ ປະກອບສ່ວນກໍາລັງແຮງຢ່າງຕັ້ງໜ້າຄວາມຈະເລີນຮຸ່ງເຮືອງຂອງສັງຄົມລາວ. ດັ່ງທີ່ຮູ້ນໍາກັນ, ອາຊີ-ໂປຕາສ ສາກົນ ແມ່ນວິສາຫະກິດລະດັບສາກົນ ທີ່ດໍາເນີນທຸລະກິດດ້ານການຂຸດຄົ້ນແຮ່ເກືອໂປຕາສ, ຜະລິດ ແລະ ຈໍາໜ່າຍຝຸ່ນໂປຕາສ ຊຶ່ງໄດ້ນໍາໃຊ້ເງິນທຶນຂອງຕົນ, ຂໍ້ເດັ່ນດ້ານເຕັກໂນໂລຊີ ແລະ ຄວາມສາມາດໃນການຄຸ້ມຄອງ ເພື່ອພັດທະນາເປັນຖານການຜະລິດ ຝຸ່ນໂປຕາສ ທີ່ໃຫຍ່ທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້, ອອກແຮງຊຸກຍູ້ການພັດທະນາຫັນອຸດສາຫະກໍາເປັນທັນສະໄໝຂອງລາວ. ບໍລິສັດ ບໍ່ພຽງແຕ່ເປັນຜູ້ຊ່ວຍແຮງໃຫ້ເສດຖະກິດຂອງລາວໃນຂົງເຂດບໍ່ແຮ່ເທົ່ານັ້ນ, ແຕ່ຍັງມີຄວາມກະຕືລືລົ້ນໃນພາລະກິດດ້ານສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນອີກດ້ວຍ, ຈາກສະຖິຕິທີ່ບໍ່ທັນຄົບຖ້ວນ, ການຊ່ວຍເຫຼືອເງິນທຶນ ໄດ້ຊ່ວຍເຫຼືອບັນເທົາຢ່າງກວ້າງຂວາງ ຊຶ່ງປົກຄຸມທັງດ້ານວັດທະນະທໍາ, ການສຶກສາ, ການປ້ອງກັນຄວາມສະຫງົບ, ກິລາ, ກະສິກໍາ, ການແກ້ໄຂຄວາມທຸກຍາກ ແລະ ອີກຫຼາຍກິດຈະກໍາ, ຜ່ານການຈັດຕັ້ງກອງທຶນພິເສດ, ການຊ່ວຍກໍ່ສ້າງເສັ້ນທາງ, ຂົວ ແລະ ໂຄງລ່າງພື້ນຖານຕ່າງໆ, ການໃຫ້ທຶນສະໜັບສະໜູນກິດຈະກໍາທາງວັດທະນະທໍາ ແລະ ກິລາ, ການນໍາມາຊຶ່ງທາງດ້ານເຕັກໂນໂລຊີທີ່ກ້າວໜ້າ ແລະ ປະສົບການ, ການຊ່ວຍເຫຼືອກໍ່ສ້າງໂຮງຮຽນ, ການບໍລິຈາກປຸ໋ຍ ແລະ ແນວພັນພືດ ແລະ ການເຄື່ອນໄຫວທາງສັງຄົມອື່ນໆ, ພວກເຮົາໄດ້ຊ່ວຍເຫຼືອແກ້ໄຂບັນຫາຮີບດ່ວນ ແລະ ຈໍາເປັນທີ່ສຸດໃນການພັດທະນາຂອງລາວ. ຮູບແບບການແກ້ໄຂຄວາມທຸກຍາກດ້ວຍການຜະລິດ ທີ່ນໍາມາປະຕິບັດໃນບ້ານທຸກຍາກ ຢູ່ທ້ອງຖິ່ນທີ່ຕັ້ງໂຄງການ ໄດ້ປະສົບຄວາມສໍາເລັດໃນການກະຕຸ້ນທ່າແຮງຂອງການຫັນກະສິກໍາເປັນທັນສະໄໝໃນທ້ອງຖິ່ນ, ຂັບເຄື່ອນໃຫ້ປະຊາຊົນທັງໝົດຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ກ້າວເຂົ້າສູ່ຄວາມຮັ່ງມີ, ທັງດຶງດູດຄວາມສົນໃຈໃນການຮຽນຮູ້ໃຫ້ແກ່ພາຍໃນ ແລະ ຕ່າງປະເທດ. ເມື່ອບໍ່ດົນມານີ້, ອາຊີ-ໂປຕາສ ສາກົນ ໄດ້ປະກອບສ່ວນຊ່ວຍເຫຼືອສາທາລະນະປະໂຫຍດສັງຄົມຢ່າງຕໍ່ເນື່ອງ, ສົ່ງເສີມກິດຈະກໍາຕ່າງໆກ້າວໄປສູ່ລະດັບໃໝ່. ໃນຕົ້ນເດືອນນີ້, ອາຊີ-ໂປຕາສ ສາກົນ ແລະ ກະຊວງປ້ອງກັນຄວາມສະຫງົບ ຂອງ ສປປ ລາວ ໄດ້ລົງນາມ ບົດບັນທຶກຄວາມເຂົ້າໃຈກ່ຽວກັບໂຄງການທຶນອຸດໜູນຊ່ວຍເຫຼືອວຽກງານປ້ອງກັນຄວາມສະຫງົບ ໂດຍແຕ່ລະປີ ບໍລິສັດ ຈະໃຫ້ທຶນ 300.000 ໂດລາ ເພື່ອປະຕິບັດນະໂຍບາຍຕໍ່ນາຍ ແລະ ພົນຕຳຫລວດ, ນັກປະຕິວັດອາວຸໂສ, ພະນັກງານ ບໍານານ, ຜູ້ໄດ້ຮັບບາດເຈັບ, ເສຍອົງຄະ ແລະ ຄອບຄົວຜູ້ເສຍຊີວິດໃນການປະຕິບັດໜ້າທີ່ ແລະ ມີຜົນງານຕໍ່ປະເທດຊາດ.
ໃນທ້າຍເດືອນຕຸລາ, ອາຊີ-ໂປຕາສ ສາກົນ ໄດ້ຈັດພິທີມອບ-ຮັບທຶນຊ່ວຍເຫຼືອຄູ ແລະ ນັກຮຽນຄັ້ງ ທໍາອິດຂອງລາວ ໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ, ບັນດາການນໍາລະດັບສູງ ແລະ ຊື່ມວນຊົນ ໄດ້ເປັນສັກຂີພິຍານໃນຄັ້ງນີ້ດ້ວຍ, ທຶນຊ່ວຍເຫຼືອດ້ານການສຶກສາຈໍານວນ 700.000 ໂດລາ ທີ່ບໍລິສັດສະໜັບສະໜູນ ໄດ້ຖືກໂອນໄປຍັງກະຊວງສຶກສາທິການ ເພື່ອຊ່ວຍເຫຼືອຄູ ແລະ ນັກຮຽນ-ນັກສຶກສາໃນເຂດທຸກຍາກ, ນັກຮຽນທຸກຍາກໃນວິທະຍາໄລຕ່າງໆ ແລະ ກໍ່ສ້າງບຸກຄະລາກອນເຕັກນິກວິຊາການ.
ໃນໄລຍະປະສົບກັບໄພນໍ້າຖ້ວມປີນີ້, ອາຊີ-ໂປຕາສ ສາກົນ ກໍໄດ້ເຂົ້າໄປຊ່ວຍເຫຼືອທັນທີ ໂດຍແບ່ງອອກເປັນ 3 ງວດ: ສະໜອງສິ່ງຂອງບັນເທົາທຸກທີ່ມີມູນຄ່າ 100 ລ້ານກີບ, 2,5 ຕື້ກີບ ແລະ 1.896,6 ລ້ານກີບ ໂດຍຜ່ານອໍານາດການປົກຄອງທ້ອງຖິ່ນ, ອອກແຮງສະໜັບສະໜູນຢ່າງເຕັມສ່ວນ ເພື່ອຊ່ວຍເຫຼືອປະຊາຊົນໃນການສ້າງສາຄອບຄົວຄືນໃໝ່ ໃນເຂດປະສົບໄພ ເພື່ອສົ່ງມອບຄວາມອົບອຸ່ນ ແລະ ຄວາມຫວັງໄປສູ່ປະຊາຊົນໃນເຂດປະສົບໄພ ຊຶ່ຶ່ງເປັນການສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງ ແລະ ຄວາມຮັບຜິດຊອບຂອງວິສາຫະກິດໃຫຍ່.
ຈິດໃຈແຫ່ງຄວາມຮັກ ເປັນແສງສະຫວ່າງໃຫ້ກັບຄວາມຝັນ, ການກຸສົນໄດ້ເຕົ້າໂຮມຄວາມຫວັງ. ພວກເຮົາເຊື່ອໝັ້ນວ່າ ພາຍໃຕ້ການນໍາພາທີ່ຖືກຕ້ອງຂອງພັກ ແລະ ລັດ, ດ້ວຍຄວາມຫວ່ງໃຍຢ່າງໃກ້ຊິດຂອງບັນດາທ່ານການນໍາ ແລະ ດ້ວຍການຊ່ວຍເຫຼືອຂອງບັນດາວິສາຫະກິດທີ່ຫ່ວງໃຍ, ປະຊາຊົນລາວທີ່ດຸໝັ່ນ ແລະ ພາກພຽນ ຈະກ້າວໄປຂ້າງໜ້າຢ່າງອົງອາດກ້າຫານ ແລະ ສ້າງໜ້າປະຫວັດສາດໃໝ່ແຫ່ງຄວາມຈະເລີນຮຸ່ງເຮືອງ ແລະ ເຂັ້ມແຂງຂອງຊາດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ທ່ານ ນາງດີ່ນ້າ ສົມສະໝຸດ ຫົວໜ້າສາຍງານວຽກການຕະຫຼາດ ບໍລິສັດສະມໍລບີ ໄດ້ໃຫ້ສໍາພາດກ່ຽວກັບຜົນສໍາເລັດການເກັບມ້ຽນຂີ້ເຫຍື້ອ ໃນໄລຍະງານບຸນນະມັດດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຜ່ານມາ ຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ວ່າ: ປະລິມານຂີ້ເຫຍື້່ອໃນງານບຸນປີນີ້ ຖືວ່າຫຼຸດລົງຈາກປີກາຍ ເນື່ອງຈາກປະເພດຂີ້ເຫຍື້ອສ່ວນຫຼາຍເປັນກ່ອງໂຟມ, ໄມ້ສຽບລູກຊີ້ນ, ໃບປິວ, ຈອກນໍ້າ ແລະ ຖົງເສດອາຫານເປັນຕົ້ນ ຊຶ່ງສາມາດເກັບມ້ຽນຂີ້ເຫຍື້ອໄດ້ທັງໝົດ 633,731 ກິໂລກຼາມໂດຍນໍາໃຊ້ລົດຂະ ໜາດໃຫຍ່ຂະໜາດ 12 ແມັດກ້ອນ ຂົນສົ່ງຂີ້ເຫຍື້ອ ຈຶ່ງເຮັດໃຫ້ຈໍານວນຖ້ຽວໃນການຂົນສົ່ງຂີ້ເຫຍື້ອກໍຫຼຸດລົງໄດ້ພຽງ 186 ຖ້ຽວ ທຽບເທົ່າ 558 ຖ້ຽວ (ຄູນສາມ) ໃນປີກາຍ.
ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ບໍລິສັດ ລາວໂທລະຄົມ ຄົບຮອບ 29 ປີ (11 ພະຈິກ 1996-11 ພະຈິກ 2025) ຂຶ້ນໃນວັນທີ 14 ພະຈິກ 2025 ທີ່ ສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນລີຊີ ແລະ ການສື່ສານ ແລະ ບັນດາທ່ານ ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ ແລະ ມີບັນດາ ຄະນະອຳນວຍການ ແລະ ພະນັກງານ ລາວໂທລະຄົມ ເຂົ້າຮ່ວມ
ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພິທີມອບທຸງໄຊນໍາໜ້າ ຂະບວນການແຂ່ງຂັນ 4 ບຸກ ປະຈໍາປີ 2022 – 2024 ຄັ້ງທີ I ໃຫ້ພະແນກຊາວຫນຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກ 2025 ນີ້, ມີ ທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ພັນໂທ ພອນສະຫວັດ ຊົງພູດອຍ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ, ພ້ອມດ້ວຍຄະນະບັນຊາອົງການ 5 ຫ້ອງ, ມີຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຮາກຖານຊາວໜຸ່ມ ອ້ອມຂ້າງກອງບັນຊາການ ເຂົ້າຮ່ວມ.
ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ເມື່ອຕົ້ນເດືອນພະຈິກນີ້, ທ່ານ ໄຊສົງຄາມ ມະໂນທັມ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ ແຫ່ງຊາດ, ອະດີດ ຮອງລັດຖະມົນຕີ ກະຊວງ ຍທຂ ໄດ້ຮັບລາງວັນກຽດຕິຍົດ “ວິສາວະກອນດີເດັ່ນອາຊຽນ” ເປັນຜູ້ທໍາອິດ ຈາກ ສປປ ລາວ ຊຶ່ງເປັນລາງວັນອັນຊົງຄຸນຄ່າ ທີ່ສະພາວິສາວະກອນອາຊີບຂອງອາຊຽນ (ASEAN Chartered Professional Engineer Coordinating Committee) ມອບໃຫ້ວິສາວະກອນ ຜູ້ທີ່ມີຜົນງານດີເດັ່ນ ຈາກແຕ່ລະປະເທດສະມາຊິກອາຊຽນ ແລະ ເປັນການຮັບຮູ້ເຖິງຄວາມເປັນມືອາຊີບທາງດ້ານວິສາວະກໍາຂອງ ທ່ານ ໄຊສົງຄາມ ມະໂນທັມ.
ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ກອງຮ້ອຍທະຫານຊາຍແດນ 325 ທີ່ຂຶ້ນກັບກອງບັນຊາການທະຫານແຂວງສະຫວັນນະເຂດ ແມ່ນກົມກອງໜຶ່ງມີພາລະບົດບາດໜ້າທີ່ເປັນກໍາລັງຕົ້ນຕໍ ໃນການຄຸ້ມຄອງປົກປ້ອງເສັ້ນຊາຍແດນ ລາວ-ໄທ, ຕິດຕາມກຳແໜ້ນສະພາບການຮອບດ້ານ ຕາມບໍລິເວນຊາຍແດນ ທີ່ກົມກອງຮັບຜິດຊອບ ໃຫ້ມີຄວາມສະຫງົບປອດໄພ, ໂດຍປະສານສົມທົບກໍາລັງປ້ອງກັນຊາຍແດນປະເທດໄທ, ເພື່ອແລກປຽນຂໍ້ມູນຂ່າວສານ, ການລາດຕາເວນຮ່ວມ ແລະ ການແກ້ໄຂກໍລະນີຕ່າງໆ ທີ່ເກີດຂື້ນບໍລິເວນຊາຍແດນ ຕາມການມອບໝາຍຂອງຂັ້ນເທິງ, ເພື່ອປົກປັກຮັກສາເຂດນໍ້າແດນດິນອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດລາວໄວ້ໃຫ້ໝັ້ນຄົງ.
ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ໃນວັນທີ 13 ພະຈິກນີ້, ພະແນກການເງິນແຂວງເຊກອງ ຮ່ວມກັບກະຊວງການເງິນ ຈັດກອງປະຊຸມປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ ແລະວຽກງານກວດກາໄລ່ລຽງອາກອນ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ມີທ່ານ ຄຳຮຸ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງ, ມີຄະນະກຳມະການປະເມີນ ຈາກກະຊວງ, ພະແນກການເງິນແຂວງ ແລະຫ້ອງການໆເງິນ 4 ເມືອງເຂົ້າຮ່ວມ.
ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ພິທີສະແດງທົດລອງ ການສວນສະໜາມສະເຫຼີມ​ສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 3 ໄດ້ຈັດຂຶ້ນວັນທີ 12 ພະຈິກ 2025 ນີ້ ທີ່ສະໜາມຫຼວງ ໂດຍມີສະຫາຍ ບຸນທອງ ຈິດມະນີ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກຜູ້ປະຈໍາການຄະນະເລຂາທິການສູນກາງພັກຮອງ​ປະ​ທານ​ປະ​ເທດ,ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ,ໃນວັນທີ 13 ພະຈິກນີ້,ທີ່ສະພາແຫ່ງຊາດ,ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ໃນຕອນເຊົ້າວັນທີ 11 ພະຈິກນີ້, ຫ້ອງການກະສິກຳ ແລະ ສີ່ງແວດລ້ອມເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025 ຢູ່ທີ່ບ້ານທົ່ງນາມີ ເນື່ອງໃນໂອກາດວັນສັກວັກຊີນປ້ອງກັນພະຍາດສັດແຫ່ງຊາດ (11 ພະຈິກ)ຂອງທຸກໆປີ.
ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ພິທີປະກາດການຈັດຕັ້ງການນຳຂັ້ນສູງຂອງເມືອງຊົນນະບູລີ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກນີ້ ທີ່ສະໂມສອນຂອງເມືອງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ກົມກອງ ແລະພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມ.
ເພີ່ມເຕີມ