ຢູ່ສະຖານທີ່ຈັດກອງປະຊຸມປະຊາສຳພັນສົ່ງເສີມການລົງທຶນຂອງນິຄົມອຸດສາຫະກຳອາຊີ-ໂປຕາສ ສາກົນ ທີ່ ເມືອງ ເສິນເຈິນ, ໂດຍມີ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ວັນໄຊ ພອງສະຫວັນ ເລຂາພັກແຂວງ ເຈົ້າແຂວງໆ ຄໍາມ່ວນ, ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ບັນດາທ່ານການນໍາຈາກ ສປປ ລາວ ແລະ ຄະນະບໍລີິຫານງານຂັ້ນສູງຂອງ ອາຊີ-ໂປຕາສ ສາກົນ, ໄດ້ເຂົ້າຮ່ວມພິທີໂດຍຜ່ານລະບົບວີດີໂອທາງໄກ ໄດ້ຖ່າຍທອດຈາກໄລຍະໄກທີ່ຂ້າມຜ່ານເຂດແດນທາງພູມີສາດ, ການເປີດທົດລອງເດີນເຄື່ອງຈັກຜະລິດໄດ້ຮັບຜົນສໍາເລັດ, ຍຸກສະໄໝກຳລັງການຜະລິດ 3 ລ້ານໂຕນຂອງອາຊີ-ໂປຕາສ ສາກົນ ໄດ້ເລີ່ມຕົ້ນຢ່າງເປັນທາງການ.
ເຂດແຫຼ່ງແຮ່ດົງບູນນ້ອຍ ແມ່ນຕົວຄໍ້າຊູທີ່ເປັນແກ່ນສານ ແລະ ຕົວຍົກລະດັບການຜະລິດທີ່ສໍາຄັນຂອງການຫັນກໍາລັງການຜະລິດເປັນຂະໜາດໃຫຍ່ຂອງ ອາຊີ-ໂປຕາສ ສາກົນ. ການເປີດນຳໃຊ້ລະບົບລຳລຽງຂົນສົ່ງຫຼັກເທື່ອນີ້, ເປັນການເປີດຊ່ອງທາງສໍາຄັນສໍາລັບການພັດທະນານໍາໃຊ້ຊັບພະຍາກອນຢ່າງມີປະສິດທິຜົນສູງ ແລະ ການຍົກລະດັບກໍາລັງການຜະລິດຢ່າງໝັ້ນທ່ຽງ. ໃນບາດກ້າວຕໍ່ໄປ, ອາຊີ-ໂປຕາສ ສາກົນ ຈະກ້າວຂຶ້ນສູ່ໄລຍະເພີ່ມກໍາລັງການຜະລິດຢ່າງໝັ້ນຄົງ, ໂດຍຜ່ານການປັບປຸງຢ່າງຕໍ່ເນື່ອງເຕັກໂນໂລຊີກໍາມະວິທີການຜະລິດ, ຍົກສູງປະສິດທິພາບຂອງເຄື່ອງຈັກຜະລິດ, ປັບປຸງຕ່ອງໂສ້ການສະໜອງທີ່ປະກອບຕິດພັນ, ເພື່ອກ້າວໄປຢ່າງໜັກແໜ້ນສູ່ເປົ້າໝາຍກໍາລັງການຜະລິດໃນໄລຍະກາງ 5 ລ້ານໂຕນ. ຄວາມຄືບໜ້າທີ່ສໍາຄັນນີ້ ຍັງສະແດງໃຫ້ເຫັນວ່າ ກໍາລັງການຜະລິດຝຸ່ນໂປຕາສໂດຍລວມຂອງ ສປປ ລາວ ໄດ້ກ້າວສູ່ລະດັບໃໝ່ອີກກ້າວໜຶ່ງ, ຊຶ່ງຈະຮັດແໜ້ນ ແລະ ເພີ່ມທະວີອິດທິພົນ ຂອງຂະແໜງອຸດສາຫະກໍາຝຸ່ນໂປຕາສ ຂອງ ສປປ ລາວ ໃນພາກພື້ນ, ສິ່ງນີ້ຈະເປັນແຮງພັກດັນທີ່ເຂັ້ມແຂງ ໃນການສ້າງລະບົບເສດຖະກິດແຫ່ງຊາດທີ່ພັດທະນາແບບຍືດຍຸ່ນ ແລະ ຍືນຍົງຫຼາຍຂຶ້ນ.
ຄໍາເຫັນ