ບາຫຼີ ຈະເຂັ້ມງວດມາດຕະການກວດສອບນັກທ່ອງທ່ຽວຕ່າງປະເທດ ໃນປີ 2026

ບາຫຼີ ຈະເຂັ້ມງວດມາດຕະການກວດສອບນັກທ່ອງທ່ຽວຕ່າງປະເທດ ໃນປີ 2026

ບາຫຼີ ຈະເຂັ້ມງວດມາດຕະການກວດສອບນັກທ່ອງທ່ຽວຕ່າງປະເທດ ໃນປີ 2026
ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ອີ ວາຍັນ ກອສເຕີ ເຈົ້າແຂວງບາຫຼີ ປະເທດອິນໂດເນເຊຍ ກ່າວວ່າ: ເຈົ້າໜ້າທີ່ຂອງເກາະບາຫຼີ ກຽມຍົກລະດັບຄວາມເຂັ້ມງວດການກວດສອບນັກທ່ອງທ່ຽວຕ່າງປະເທດໃນປີ 2026. ໂດຍຈະລວມມີການກວດສອບສະຖານະພາບທາງການເງິນ, ໄລຍະເວລາພັກເຊົາ ແລະ ກິດຈະກຳທີ່ວາງແຜນໄວ້, ເພື່ອຈຸດປະສົງສົ່ງເສີມການທ່ອງທ່ຽວທີ່ມີຄຸນນະພາບ.

 

ທ່ານ ກອສເຕີ ກ່າວວ່າ: ການຄຸ້ມຄອງການທ່ອງທ່ຽວຂອງບາຫຼີຈະປ່ຽນຈຸດສຸມຈາກປະລິມານໄປສູ່ຄຸນນະພາບ, ສອດຄ່ອງກັບລະບຽບການຂອງແຂວງທີ່ສຸມໃສ່ການພັດທະນາການທ່ອງທ່ຽວທີ່ຍືນຍົງ ແລະ ເປັນລະບຽບຫຼາຍຂຶ້ນ.

ເຈົ້າໜ້າທີ່ຈະກວດສອບລາຍງານການເຄື່ອນໄຫວທາງບັນຊີຢ້ອນຫຼັງ 3 ເດືອນ ຂອງນັກທ່ອງທ່ຽວຕ່າງປະເທດເພື່ອປະເມີນສະຖານະພາບທາງການເງິນ ຊຶ່ງທ່ານ ກອສເຕີ ເປີດເຜີຍວ່າ: ປັດໄຈໜຶ່ງຂອງການທ່ອງທ່ຽວທີ່ມີຄຸນນະພາບແມ່ນຍອດເງິນໃນບັນຊີເງິນຝາກປະຢັດຂອງນັກທ່ອງທ່ຽວໃນໄລຍະ 3 ເດືອນທີ່ຜ່ານມາ.

ນັກທ່ອງທ່ຽວຕ່າງປະເທດຍັງຈະຕ້ອງລາຍງານກ່ຽວກັບໄລຍະເວລາຂອງການພັກເຊົາ ແລະ ລາຍລະອຽດຂອງກິດຈະກຳທີ່ວາງແຜນໄວ້ໃນລະຫວ່າງການເດີນທາງທ່ອງທ່ຽວອີກດ້ວຍ.

ໃນປີ 2025, ບາຫຼີ ໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 7.05 ລ້ານຄົນທີ່ເດີນທາງມາທາງອາກາດ ແລະ ອີກ 71,000 ຄົນ ເດີນທາງທະເລທະເລ.

ຄໍາເຫັນ

ຂ່າວຕ່າງປະເທດ

ເກຣັກ ໂຈະຖ້ຽວບິນທົ່ວປະເທດ ຫຼັງຈາກລະບົບການຄວບຄຸມທາງອາກາດລົ້ມ

ເກຣັກ ໂຈະຖ້ຽວບິນທົ່ວປະເທດ ຫຼັງຈາກລະບົບການຄວບຄຸມທາງອາກາດລົ້ມ

ຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 4 ມັງກອນຜ່ານມາ, ຖ້ຽວບິນທັງໝົດ ທັງຂາເຂົ້າ ແລະ ຂາອອກ ໃນເກຣັກ ໄດ້ໂຈະຊົ່ວຄາວ ຫຼັງຈາກລະບົບການສື່ສານຂັດຂ້ອງທົ່ວປະເທດ, ສົ່ງຜົນກະທົບຕໍ່ການດຳເນີນງານຂອງສູນຄວບຄຸມການຈາລະຈາທາງອາກາດ.
ທຳລາຍສະຖິຕິ ຮ້ານຊູຊິຍີ່ປຸ່ນ ປະມູນປາທູນາຄີບສີຟ້າ ມູນຄ່າ 510 ລ້ານກວ່າເຢນ

ທຳລາຍສະຖິຕິ ຮ້ານຊູຊິຍີ່ປຸ່ນ ປະມູນປາທູນາຄີບສີຟ້າ ມູນຄ່າ 510 ລ້ານກວ່າເຢນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 5 ມັງກອນ ຜ່ານມາວ່າ: ຕະຫຼາດປາ Toyosu ໃນນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ໄດ້ຈັດປະມູນປາທູນາຄັ້ງທຳອິດຂອງປີ 2026, ໂດຍມີປາທູນາຄີບສີຟ້າໂຕໜຶ່ງລາຄາສູງເຖິງ 510.3 ລ້ານເຢນ ຊຶ່ງຖືເປັນໂຕເລກທີ່ສູງທີ່ສຸດແບບບໍ່ເຄີຍມີມາກ່ອນ.
ທ່ານ ສີ​ຈິ້ນ​ຜິງ ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອຽກ​ລັງ

ທ່ານ ສີ​ຈິ້ນ​ຜິງ ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອຽກ​ລັງ

ຂ່າວສານຊີອາໄອລາຍງານວ່າ: ໃນ​ວັນ​ທີ 5 ມັງ​ກອນ ຜ່ານມາ ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້ຕ້ອ​ນ​ຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ຂອງ​ທ່ານ ມິ​ເຊວ ມາຕິນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອຽກ​ລັງ​ທີ່​ມາ​ຢ້ຽມ​ຢາມ​ຈີນຢ່າງ​ເປັນ​ທາງ​ການ.
ທ່ານ ໂຕ​ເລິມ ຮຽກ​ຮ້ອງ​ຂະ​ແໜງການ​ເມືອງ​ພາຍ​ໃນ​ຕ້ອງ​ຍົກ​ລະ​ດັບ​​ວຽກ​ງານເສ​ນາ​ທິ​ການ​ຍຸດ​ທະ​ສາດ

ທ່ານ ໂຕ​ເລິມ ຮຽກ​ຮ້ອງ​ຂະ​ແໜງການ​ເມືອງ​ພາຍ​ໃນ​ຕ້ອງ​ຍົກ​ລະ​ດັບ​​ວຽກ​ງານເສ​ນາ​ທິ​ການ​ຍຸດ​ທະ​ສາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 5 ມັງກອນ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ຄະນະການເມືອງພາຍໃນສູນກາງພັກໄດ້ຈັດພິທີສະເຫຼີມສະຫຼອງ 60 ປີ ແຫ່ງວັນມູນເຊື້ອຄະນະການເມືອງພາຍໃນຂອງພັກ (5/1/1966 - 5/1/2026) ແລະ ຕ້ອນຮັບຫຼຽນໄຊໂຮ່ຈິມິນ ຄັ້ງທີ 2. ເຂົ້າຮ່ວມພິທີສະເຫຼີມສະຫຼອງມີທ່ານ ໂຕເລິມ ເລຂາທິການໃຫຍ່, ທ່ານ ເລືອງເກື່ອງ ປະທານປະເທດ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ແລະ ບັນດາການນຳ, ອະດີດການນຳພັກ, ລັດ ຂອງຫວຽດນາມ.
ມຽນມາ ປະກາດລາຍຊື່ຜູ້ທີ່ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດໃນຮອບທີໜຶ່ງ

ມຽນມາ ປະກາດລາຍຊື່ຜູ້ທີ່ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດໃນຮອບທີໜຶ່ງ

ຂ່າວສານຊີອາໄອລາຍງານວ່າ: ໃນ​ວັນ​ທີ 2 ມັງ​ກອນ​ ຜ່ານມານີ້, ຄະ​ນະ​ກຳ​ມະ​ການການ​ເລືອກ​ຕັ້ງ​ສະ​ຫະ​ພາບ​ມຽນ​ມາ​ ໄດ້​ປະ​ກາດ​ລາຍ​ຊື່​ຈຳ​ນວນ​ໜຶ່ງ​ ຂອງ​​ຜູ້​ທີ່ໄດ້​ຮັບ​ການ​ເລືອ​ກ​ຕັ້ງ​ເປັນສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໃນຮອບ​ທີ​ໜຶ່ງ​ຂອງ​ການ​ເລືອກ​ຕັ້ງ​​ທົ່ວ​ປະ​ເທດ ​ຜ່ານ​ທາງ​ໂທ​ລະ​ພາບ. ລາຍຊື່ດັ່ງກ່າວສ່ວນໃຫຍ່ແມ່ນປະກອບດ້ວຍ​ສະ​ມາ​ຊິກສະ​ພາ​ຂອງ​ສະ​ພາ​ປະ​ຊາ​ຊົນ ແລະ ສະ​ພາ​ຊົນເຜົ່າຂອງສະພາແຫ່ງຊາດ ພ້ອມ​ດ້ວຍ​ສະ​ມາ​ຊິກ​ສະ​ພາ​ລະ​ດັບ​ແຂວງ​ຈຳ​ນວນ​ໜຶ່ງ. ລາຍ​ຊື່​ດັ່ງ​ກ່າວ​ຈະ​ປະ​ກາດອອກມາ​ເທື່ອ​ລະ​ກ້າວ​ໃນຫຼາຍ​ມື້ຕໍ່ໜ້າ.
ອິນເດຍສັ່ງໃຫ້ X Corp., ຄວບຄຸມເນື້ອຫາລາມົກຈາກ chatbot AI Grok

ອິນເດຍສັ່ງໃຫ້ X Corp., ຄວບຄຸມເນື້ອຫາລາມົກຈາກ chatbot AI Grok

ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ມັງກອນ ຜ່ານມາວ່າ: ລັດຖະບານອິນເດຍໄດ້ສັ່ງໃຫ້ X Corp., ຊຶ່ງເປັນບໍລິສັດແມ່ຂອງ AI chatbot Grok ປ້ອງກັນບໍ່ໃຫ້ມີການສ້າງເນື້ອຫາທີ່ລາມົກ ແລະ ມີການຊີ້ນຳທາງເພດຢ່າງຈະແຈ້ງ ແລະ ໃຫ້ສົ່ງບົດລາຍງານການປະຕິບັດຕາມພາຍໃນ 72 ຊົ່ວໂມງ.
70% ຂອງບໍລິສັດຍີ່ປຸ່ນ ຄາດວ່າເສດຖະກິດຈະມີການເຕີບໂຕໃນປີ 2026

70% ຂອງບໍລິສັດຍີ່ປຸ່ນ ຄາດວ່າເສດຖະກິດຈະມີການເຕີບໂຕໃນປີ 2026

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ຜົນການສຳຫຼວດໂດຍ Kyodo News ຊຶ່ງເຜີຍແຜ່ຫວ່າງມໍ່ໆມານີ້ຊີ້ໃຫ້ເຫັນວ່າ: ບໍລິສັດຂະໜາດໃຫຍ່ຂອງຍີ່ປຸ່ນ ປະມານ 70% ຄາດວ່າເສດຖະກິດພາຍໃນປະເທດຈະມີການເຕີບໂຕໃນປີ 2026. ເຖິງຢ່າງໃດກໍຕາມ, ລາຄາສິນຄ້າທີ່ຍັງຢູ່ໃນລະດັບສູງ ລວມເຖິງນະໂຍບາຍພາສີທີ່ຮຸນແຮງຂອງສະຫະລັດ ອາເມຣິກາ ຖືກເບິ່ງວ່າຈະເຂົ້າມາຫຼຸດຜ່ອນການເພີ່ມຂຶ້ນຂອງຄ່າແຮງງານທີ່ຄາດວ່າຈະເພີ່ມຂຶ້ນ ແລະ ການຟື້ນຕົວຂອງການໃຊ້ຈ່າຍຂອງຄົວເຮືອນຫຼຸດລົງ.
ການຍິງ​ສົ່ງ​ດາວ​ທຽມ​ ແລະ ​ຍານ​ອະ​ວະ​ກາດ​​ຂອງ​ຈີນ​ໃນປີ 2025 ​ສ້າງ​ສະ​ຖິ​ຕິ​ເປັນ​ປະ​ຫວັດ​ສາດ

ການຍິງ​ສົ່ງ​ດາວ​ທຽມ​ ແລະ ​ຍານ​ອະ​ວະ​ກາດ​​ຂອງ​ຈີນ​ໃນປີ 2025 ​ສ້າງ​ສະ​ຖິ​ຕິ​ເປັນ​ປະ​ຫວັດ​ສາດ

ຂ່າວສານຊີອາໄອລາຍງານ ໃນທ້າຍອາທິດຜ່ານມາວ່າ: ອົງ​ການ​ການ​ບິນ​ອະ​ວະ​ກາດ​ແຫ່ງ​ຊາດ​ຈີນ​ແຈ້ງ​ໃຫ້​ຮູ້​ວ່າ, ປີ 2025 ຜ່ານ​ມາ ຈີນ​ໄດ້​ບັນ​ລຸ​ການ​ບຸກ​ທະ​ລຸ​ຫຼາຍ​ຢ່າງ ແລະ​ ສ້​າງ​ສະ​ຖິ​ຕິ​ເປັນ​ຄັ້​ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ໃນ​ຫຼາຍ​ຂົງ​ເຂດ​ເຊັ່ນ: ການ​ບິນອ​ະ​ວະ​ກາດ​ບັນ​ທຸກ​ຄົນ, ການ​ສຳ​ຫຼວດ​ອະ​ວະ​ກາດ, ການ​ບິນ​ອະ​ວະ​ກາດ​ທາງ​ການ​ຄ້າ​ ແລະ​ ອື່ນໆ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຮຽກຮ້ອງຍູ້ແຮງຄວາມຄືບໜ້າໂຄງການລົງທຶນກໍ່ສ້າງ

ທ່ານນາຍົກລັດຖະມົນຕີຫວຽດນາມ ຮຽກຮ້ອງຍູ້ແຮງຄວາມຄືບໜ້າໂຄງການລົງທຶນກໍ່ສ້າງ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້ລົງນາມໂທລະເລກເລກທີ 2 ທີ່ອອກໃນວັນທີ 2 ມັງກອນ ຜ່ານມາ ກ່ຽວກັບການສືບຕໍ່ເພີ່ມທະວີ, ຍົກສູງປະສິດທິຜົນວຽກງານຄຸ້ມຄອງ ແລະ ຍູ້ໄວຄວາມຄືບໜ້າໃນການກໍ່ສ້າງບັນດາໂຄງການລົງທຶນໃຫ້ສຳເລັດ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ.
ບຸນກາຣີ ກາຍເປັນສະມາຊິກທີ 21 ຂອງເຂດເອີໂຣ

ບຸນກາຣີ ກາຍເປັນສະມາຊິກທີ 21 ຂອງເຂດເອີໂຣ

ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ມັງກອນ ຜ່ານມາວ່າ: ປະເທດບຸນກາຣີໄດ້ເຂົ້າຮ່ວມເປັນສ່ວນໜຶ່ງໃນເຂດເອີໂຣ (eurozone) ຫຼື ອີຢູ ແລະ ໄດ້ຮັບຮອງເອົາເງິນເອີໂຣເປັນສະກຸນເງິນຢ່າງເປັນທາງການໃນວັນປີໃໝ່ (ວັນທີ 1 ມັງກອນ 2026) ເຮັດໃຫ້ບຸນກາຣີກາຍເປັນສະມາຊິກອັນດັບທີ 21 ຂອງເຂດເອີໂຣ.
ເພີ່ມເຕີມ