ໃນປີ 2026, ຂ້າພະເຈົ້າຮຽກຮ້ອງໃຫ້ການນຳຢູ່ທົ່ວທຸກແຫ່ງ ຈົ່ງມີການກະທຳຢ່າງເຂັ້ມງວດ, ຈົ່ງຄັດເລືອກມະນຸດ ແລະ ໜ່ວຍພິພົບແທນທີ່ຄວາມເຈັບປວດ ແລະ ຂ້າພະເຈົ້າຮຽກຮ້ອງໃຫ້ຜູ້ທີ່ຮັບຟັງສານນີ້: ຈົ່ງປະກອບສ່ວນໃນສ່ວນຂອງຕົນ. ໃນປີໃໝ່ນີ້, ຈົ່ງພ້ອມກັນບືນຕົວຂຶ້ນ: ເພື່ອຄວາມຍຸຕິທຳ, ເພື່ອມະນຸດ ແລະ ເພື່ອສັນຕິພາບ”.
ໃນບົດກ່າວປາໄສຕ້ອນຮັບປີໃໝ່ 2026 ຂອງທ່ານ ສີຈິ້ນຜິງ ປະທານປະເທດ ຈີນ ໃຫ້ຮູ້ວ່າ: ຈີນ ຈະຜັນຂະຫຍາຍຫຼາຍນະໂຍບາຍຢ່າງເປັນເຈົ້າການໃນປີ 2026, ພ້ອມກັນນັ້ນ ກໍເນັ້ນໜັກເຖິງຄຳໝັ້ນສັນຍາກ່ຽວກັບບັນດາມາດຕະການກະຕຸ້ນເສດຖະກິດ ແນໃສ່ຊຸກຍູ້ການເຕີບໂຕ.
ໃນບົດກ່າວປາໄສຕ້ອນຮັບປີໃໝ່ ຂອງທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ໄດ້ຢືນຢັນວ່າ: ປະເທດຣັດເຊຍ ຈະຕັ້ງຄວາມໄວ້ເນື້ອເຊື່ອໃຈເຂົ້າໃນກຳລັງແຮງພາຍໃນ ເພື່ອກ້າວເດີນໄປທາງໜ້າ.
ຄໍາເຫັນ