ບັນດາແຂວງຕ່າງໆ ມອບເງິນຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບ

ບັນດາແຂວງຕ່າງໆ ມອບເງິນຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບ

ບັນດາແຂວງຕ່າງໆ ມອບເງິນຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບ
ພິທີມອບ-ຮັບເງິນຊ່ວຍເຫຼືອໃຫ້ຜູ້ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບໄດ້ຈັດຂຶ້ນໃນວັນທີ 25 ມີນານີ້ ທີ່ສະພາແຫ່ງຊາດ ເປັນກຽດມອບໂດຍທ່ານ ສອນທະນູ ທໍາມະວົງ ເລຂາຄະນະບໍລິຫານງານພັກແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ,
ບນດາແຂວງຕາງໆ ມອບເງນຊວຍເຫອຜໄດຮບຜນກະທບຈາກພາຍໝາກເຫບ - image 1
 

ແຂວງສະຫວັນນະເຂດມອບໂດຍ ທ່ານ ບຸນໂຈມ ອຸບົນປະເສີດ ເລຂາຄະນະບໍລິຫານງານພັກ ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ,

ບນດາແຂວງຕາງໆ ມອບເງນຊວຍເຫອຜໄດຮບຜນກະທບຈາກພາຍໝາກເຫບ - image 2
 

ແຂວງບໍ່ແກ້ວມອບໂດຍ ທ່ານ ພົຈວ ແປ້ນຄໍາ ບຸດຈັນແພງ ເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ;

ບນດາແຂວງຕາງໆ ມອບເງນຊວຍເຫອຜໄດຮບຜນກະທບຈາກພາຍໝາກເຫບ - image 3
 

ແຂວງຈໍາປາສັກ ມອບໂດຍ ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ພ້ອມດ້ວຍຄະນະ,

ບນດາແຂວງຕາງໆ ມອບເງນຊວຍເຫອຜໄດຮບຜນກະທບຈາກພາຍໝາກເຫບ - image 4
 

ແຂວງຄໍາມ່ວນ ມອບໂດຍ ທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ ພ້ອມດ້ວຍຄະນະ,

ບນດາແຂວງຕາງໆ ມອບເງນຊວຍເຫອຜໄດຮບຜນກະທບຈາກພາຍໝາກເຫບ - image 5
 

ແຂວງອຸດົມໄຊມອບໂດຍທ່ານ ບຸນຄົງ ຫຼ້າຈຽມພອນ ເລຂາຄະນະບໍລິຫານງານພັກແຂວງອຸດົມໄຊ ພ້ອມດ້ວຍຄະນະ ແລະ ແຂວງວຽງຈັນ ມອບໂດຍທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ ພ້ອມດ້ວຍຄະນະຈໍານວນເງິນທີ່ນໍາມາມອບ ໃນຄັ້ງນີ້ແຂວງລະ 100 ລ້ານກີບ

ບນດາແຂວງຕາງໆ ມອບເງນຊວຍເຫອຜໄດຮບຜນກະທບຈາກພາຍໝາກເຫບ - image 6
 

ລວມທັງໝົດ 700 ລ້ານກີບ, ເປັນກຽດຮັບໂດຍທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ໂດຍຊ້ອງໜ້າພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງເພື່ອນໍາໄປຊ່ວຍເຫຼືອ ຜູ້ທີ່ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບຕົກໃນວັນທີ 22 ມີນາ 2026 ຜ່ານມາ ທີ່ນະຄອນຫຼວງວຽງຈັນ. (ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວເດັ່ນ

ວຽກງານຈັດຕັ້ງຕ້ອງເອົາໃຈໃສ 7 ວຽກສໍາຄັນ ຕໍ່ໜ້າຄວາມເລັ່ງດ່ວນ ໃນໄລຍະໃໝ່

ວຽກງານຈັດຕັ້ງຕ້ອງເອົາໃຈໃສ 7 ວຽກສໍາຄັນ ຕໍ່ໜ້າຄວາມເລັ່ງດ່ວນ ໃນໄລຍະໃໝ່

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ໄດ້ມີບາງຄໍາເຫັນແລກປ່ຽນ ຕໍ່ບັນດາສະຫາຍທີ່ເຮັດວຽກງານຈັດຕັ້ງໃນທົ່ວປະເທດ ໂອກາດເຂົ້າຮ່ວມກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ທີ່ຈັດຂຶ້ນໃນລະຫວ່າງ ວັນທີ 18-19 ມີຖຸນາ ຜ່ານມາ ຊຶ່ງໄດ້ມີ 7 ວຽກສໍາຄັນ ຕໍ່ໜ້າຄວາມເລັ່ງທວງຂອງການພັດທະນາປະເທດຊາດ ໃນໄລຍະໃໝ່ ທີ່ບໍ່ອະນຸຍາດໃຫ້ພັກເຮົາ, ພະນັກງານເຮົາ ຢູ່ໃນສະພາບຢໍ້າເທົ້າ ຫຼື ຖອຍຫຼັງໄດ້ອີກ.
ລາວ-ຈີນ ກ້າວສູ່ການສ້າງຄູ່ຮ່ວມຊາຕາກໍາທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່

ລາວ-ຈີນ ກ້າວສູ່ການສ້າງຄູ່ຮ່ວມຊາຕາກໍາທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່

ຜົນສຳເລັດຂອງການຢ້ຽມຢາມລັດຖະກິດ ສປ ຈີນ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ ປະທານປະເທດລາວ ລະຫວ່າງວັນທີ 2-6 ມິຖຸນາ 2026 ຜ່ານມາຕາມການເຊີນຂອງສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ໄດ້ກາຍເປັນເຫດການປະຫວັດສາດທີ່ບໍ່ເຄີຍມີ ມາກ່ອນໃຫ້ແກ່ສອງຊາດລາວ-ຈີນເທົ່ານັ້ນ, ໄດ້ກາຍເປັນເຫດການສຳຄັນໜຶ່ງທີ່ໂລກໃຫ້ຄວາມສຳຄັນແລະ ຕິດຕາມ, ເພາະເປັນການຢ້ຽມຢາມບໍ່ພຽງແຕ່ເປັນບ້ານໃກ້ເຮືອນ ຄຽງທີ່ມີຊາຍແດນຕິດຈອດກັນເທົ່ານັ້ນ, ແຕ່ເປັນການຢ້ຽມຢາມຖານມິດສະຫາຍທີ່ມີອຸດົມການສັງຄົມນິຍົມຄືກັນ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນກະຊວງກະສິກຳຟີລິບປິນ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນກະຊວງກະສິກຳຟີລິບປິນ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບທ່ານ ຟຣານຊິດສະໂກ ຕີວ ລໍເຣວ ລັດຖະມົນຕີກະຊວງກະສິກຳ ແຫ່ງສາທາລະນະລັດຟີລິບປິນ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບເມື່ອວັນທີ 22 ມິຖຸນານີ້ ທີ່ຫ້ອງຮັບແຂກສຳນັກງານນາຍົກລັດຖະມົນຕີ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ເລຂາທິການໃຫຍ່ ເນັ້ນວຽກງານພະນັກງານຍາມໃດກໍເປັນກົກເຄົ້າຂອງທຸກວຽກງານ

ເລຂາທິການໃຫຍ່ ເນັ້ນວຽກງານພະນັກງານຍາມໃດກໍເປັນກົກເຄົ້າຂອງທຸກວຽກງານ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສ ປປ ລາວ ໄດ້ໂອ້ລົມຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ໃນວັນທີ 19 ມິຖຸນານີ້ ທີ່ສະໂມສອນຫ້ອງວ່າການສູນກາງພັກ, ໂດຍມີ ສະຫາຍ ພົ.ອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກມີແຂກຖືກເຊີນ ແລະ ບັນດາຫົວໜ້າຄະນະຈັດຕັ້ງແຂວງ-ນະຄອນຫຼວງ, ຫົວໜ້າກົມຈັດຕັ້ງ ກະຊວງ-ອົງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພະນະທ່ານນາຍົກລັດຖະມົນຕີ ສໍາເລັດການຢ້ຽມຢາມ ສະຫະພັນ ຣັດເຊຍ

ພະນະທ່ານນາຍົກລັດຖະມົນຕີ ສໍາເລັດການຢ້ຽມຢາມ ສະຫະພັນ ຣັດເຊຍ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ມີຄາອິນ ມີຊູສະຕິນ ນາຍົກລັດຖະມົນຕີ ແຫ່ງ ສະຫະພັນ ຣັດເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງຢ້ຽມຢາມ ສະຫະພັນ ຣັດເຊຍ ໃນວັນທີ 14-17 ມິຖຸນາ 2026 ທີ່ ນະຄອນຫຼວງມົສກູ ຊຶ່ງເປັນການຢ້ຽມຢາມ ສ ຣັດເຊຍ ຄັ້ງທຳອິດ ຂອງ ພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພາຍຫຼັງດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ເລຂາທິການໃຫຍ່ ໃຫ້ຂະໜານນາມ ຕາແສງຕາເວັນອອກ ລອຍເມກ

ເລຂາທິການໃຫຍ່ ໃຫ້ຂະໜານນາມ ຕາແສງຕາເວັນອອກ ລອຍເມກ

ປັດຈຸບັນ, ແຂວງເຊກອງ ມີ 4 ເມືອງຄື: ລະມາມ, ທ່າແຕງ, ກະລຶມ, ດາກຈຶງ ມີ 16 ຕາແສງ ( ເມືອງລະ 4 ຕາແສງ ), ໃນນັ້ນ, ຕາແສງຕາເວັນອອກລອຍເມກ ແມ່ນໜຶ່ງ ໃນ 4 ຕາແສງ ຂອງເມືອງດາກຈຶງ, ມີສໍານັກງານປົກຄອງ ຕັ້ງຢູ່ບ້ານຊຽງຫຼວງ ເຊິ່ງເປັນສໍານັກງານ ຂອງແຂວງຕາເວັນອອກໃນເມື່ອກ່ອນ ໂດຍລວມສະພາບອາກາດຂອງເມືອງ ເປັນອາກາດເຢັນ ມີເມກລອຍ ສວຍງາມ ຕາມຮ່ອມພູຮ່ອມຜາ, ດັ່ງນັ້ນ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ຈຶ່ງໃຫ້ຂະໜານນາມວ່າ: “ ຕາແສງຕາເວັນອອກລອຍເມກ ”, ເຊິ່ງປ່ຽນຊື່ຈາກອົງການປົກຄອງຕາແສງຊຽງຫຼວງ ທີ່ເປັນເຂດມູນເຊື້ອປະຕິວັດ, ເປັນເຂດທີ່ໝັ້ນທີ່ເຄີຍເສຍສະຫຼະຢ່າງໃຫຍ່ຫຼວງໃນປາງສົງຄາມ ຈຶ່ງມີຄວາມໝາຍ, ຄວາມສໍາຄັນຢ່າງຍິ່ງທາງດ້ານປະຫວັດສາດ ຂອງຊາດລາວເຮົາ.
ການ​ຮ່ວມ​ມື​ຈີນ - ລາວ ​​ເປັນແບບ​ຢ່າງ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມືໃຕ້-ໃຕ້

ການ​ຮ່ວມ​ມື​ຈີນ - ລາວ ​​ເປັນແບບ​ຢ່າງ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມືໃຕ້-ໃຕ້

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ ປະ​ຕິ​ວັດ​ລາວ ປະ​ທານ​ປະ​ເທດ​ແຫ່ງ ສ​ປ​ປ ລາວ ​ໄດ້​ເດີນ​ທາງ​ມາ​ຢ້ຽມ​ຢາມ​ຈີນ. ສອງ​ປະ​ເທດ​ໄດ້ອອກ​ຖະ​ແຫຼງ​ການ​ຮ່ວມໂດຍ​ໄດ້​ລະ​ບຸ​ຢ່າງ​ຈະ​ແຈ້ງວ່າ: ຈະ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ ​​ທີ່​ເຂັ້ມ​ແຂງ​ໜຽວ​ແໜ້ນໃນ​ທຸກ​ສະ​ພາບ​ການ​ຂອງ​ຍຸກ​ໃໝ່. ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ເລິກ​ເຊິ່ງ​ຍາວ​ນານ, ສອງ​ປະ​ເທດ​ໄດ້​ລົງ​ເລິກ​ການ​ຮ່ວມ​ມື​ຮອບ​ດ້ານບົນ​ພື້ນ​ຖານ​ສະ​ພາບ​ແຫ່ງ​ຊາດ​ຂອງ​ກັນ​ ແລະ​ ກັນ ຊຶ່ງໄດ້​ເປັນ​ແບບ​ຢ່າງ​ໃໝ່​ໃຫ້​ແກ່​ບັນ​ດາ​ປະ​ເທດ​ເຂດ​ໂລກ​ໃຕ້​ຮ່ວມ​ກັນ​ພັດ​ທະ​ນາ ແລະ ຄົ້ນ​ຫາ​ເສັ້ນ​ທາງ​ສູ່ຄວາມ​ທັນ​ສະ​ໄໝ.
ນາຍົກລັດຖະມົນຕີ ສປປ ລາວ ສຳເລັດການເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍ ອະນາຄົດຂອງອາຊີ ຄັ້ງທີ 31

ນາຍົກລັດຖະມົນຕີ ສປປ ລາວ ສຳເລັດການເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍ ອະນາຄົດຂອງອາຊີ ຄັ້ງທີ 31

ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ສຳເລັດການເຂົ້າຮ່ວມກອງ​ປະຊຸມ​ສາກົນວ່າດ້ວຍ ອະນາຄົດ​ຂອງ​ອາຊີຄັ້ງ​ທີ 31 ພາຍໃຕ້ຫົວຂໍ້: ການເຮັດວຽກຮ່ວມກັນ ເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ເຂັ້ມແຂງຍິ່ງຂຶ້ນຂອງອາຊີ (Working together for more resilient and prosperous Asia) ໃນວັນ​ທີ 10-11 ມິຖຸນາ 2026 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ.
ລາວ - ຍີ່ປຸ່ນ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ - ຍີ່ປຸ່ນ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໃນວັນທີ 10 ມິຖຸນາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີຍີ່ປຸ່ນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ນາງ ທະກະອິຈິ ຊະນາເອະ (Ms. TAKAICHI Sanae) ນາຍົກລັດຖະມົນຕີແຫ່ງປະເທດຍີ່ປຸ່ນ ໃນໂອກາດນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງ​ປະຊຸມ​ສາກົນວ່າດ້ວຍອະນາຄົດ​ຂອງ​ອາຊີ ຄັ້ງ​ທີ 31 ພາຍໃຕ້ຫົວຂໍ້: ການເຮັດວຽກ ຮ່ວມກັນເພື່ອຄວາມເຂັ້ມແຂງທົນທານ ແລະ ຈະເລີນຮຸ່ງເຮືອງຍິ່ງຂຶ້ນຂອງອາຊີ (Working together for more resilient and prosperous Asia) ຊຶ່ງຈັດຂຶ້ນ​ໃນລະຫວ່າງ​ວັນ​ທີ 10-11 ມິຖຸນາ 2026 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ.
ປະ​ທານ​ປະ​ເທດ ຢ້ຽມຢາມ​ ບໍລິສັດຜະລິດເຄື່ອງຫຸ້ມຫໍ່ສິນຄ້າກະສິກຳ ຢູ່ເມືອງບາຈຽງຈະເລີນສຸກ

ປະ​ທານ​ປະ​ເທດ ຢ້ຽມຢາມ​ ບໍລິສັດຜະລິດເຄື່ອງຫຸ້ມຫໍ່ສິນຄ້າກະສິກຳ ຢູ່ເມືອງບາຈຽງຈະເລີນສຸກ

ທ່ານ ທອງລຸນ ສີສຸລິດ​ ເລຂາທິການໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ ປະທານ​ປະເທດ​ແຫ່ງ ສປປ ລາວ​ ພ້ອມຄະນະ​ ໄດ້ເດີນທາງມາເຄື່ອນໄຫວວຽກງານຢູ່ແຂວງຈໍາປາສັກ​ ໂດຍໄດ້ໄປຢ້ຽມຢາມ​ ບໍລິສັດ ລາວຈຸນ ເຊິ່ງຜະລິດເຄື່ອງຫຸ້ມຫໍ່ສິນຄ້າກະສິກຳ ຈຳກັດຜູ້ດຽວ ຢູ່ບ້ານຫຼັກ 19 ເມືອງບາຈຽງຈະເລີນສຸກ ແຂວງ​ຈຳ​ປາ​ສັກ ໃນ​ວັນ​ທີ 10 ມິ​ຖຸ​ນາ​ຜ່ານ​ມາ,​ ໂດຍມີທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະບໍລິຫານງານພັກແຂວງ ປະທານ​ສະພາ​ປະຊາຊົນ​ແຂວງຈໍາປາສັກ,​ ບັນດາທ່ານການນໍາພັກ​ - ລັດ​ ຈາກສູນກາງ,​ ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ​ເຂົ້າ​ຮ່ວມ.​
ເພີ່ມເຕີມ