ບັນດາພະແນກການ, ອົງການທຽບເທົ່າ ແຂວງຄໍາມ່ວນ ຮ່ວມຂໍານັບ ແລະ ສັກກະລະບູຊາ ຮູບຫລໍປະທານ ສຸພານຸວົງ

ບັນດາພະແນກການ, ອົງການທຽບເທົ່າ ແຂວງຄໍາມ່ວນ ຮ່ວມຂໍານັບ ແລະ ສັກກະລະບູຊາ ຮູບຫລໍປະທານ ສຸພານຸວົງ

ບັນດາພະແນກການ, ອົງການທຽບເທົ່າ ແຂວງຄໍາມ່ວນ ຮ່ວມຂໍານັບ ແລະ ສັກກະລະບູຊາ ຮູບຫລໍປະທານ ສຸພານຸວົງ
ວັນທີ 17 ມີນານີ້, ບັນດາພະແນກການ, ອົງການທຽບເທົ່າອ້ອມຂ້າງແຂວງຄໍາມ່ວນ ໄດ້ຮ່ວມຂໍານັບ ແລະ ສັກກະລະບູຊາ ຕໍ່ໜ້າຮູບຫລໍ່ຂອງທ່ານປະທານ ສຸພານຸວົງ ເນື່ອງໃນໂອກາດລະນຶກມູນເຊື້ອ ວັນນັກຮົບ ເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ກໍຄືເຫດການວັນທີ 21 ມີນາ ປີ 1946 ຄົບຮອບ 80 ປີ.
ບນດາພະແນກການ, ອງການທຽບເທາ ແຂວງຄາມວນ ຮວມຂານບ ແລະ ສກກະລະບຊາ ຮບຫລປະທານ ສພານວງ - image 1
 

ການເຂົ້າຮ່ວມຂໍ່ານັບ ຢູ່ຕໍ່ໜ້າຮູບຫລໍ່ ຂອງທ່ານ ປະທານສຸພານຸວົງ ແມ່ນຈະໄດ້ດຳເນີນໄປຮອດວັນທີ 31 ມີນາ 2026, ຊຶ່ງບັນດາພະແນກການ, ອົງການທຽບເທົ່າ, ລັດວິສາຫະກິດ ແລະ ພາກສ່ວນຕ່າງໆອ້ອມຂ້າງແຂວງຈະໄດ້ຜັດປ່ຽນກັນເຂົ້າຮ່ວມຂໍ່ານັບໃນແຕ່ລະວັນ. ສະເພາະວັນທີ 17 ມີນາ ປະກອບມີ: ສະພາປະຊາຊົນແຂວງ, ຄະນະຈັດຕັ້ງແຂວງ, ຄະນະກວດກາ ພັກ-ລັດ ແຂວງ, ຄະນະໂຄສະນາອົບຮົມແຂວງ, ຄະນະແນວລາວສ້າງຊາດແຂວງ, ຄະນະບໍລິຫານງານຊາວໜຸ່ມ, ສະຫະພັນກຳມະບານ, ສະຫະພັນແມ່ຍິງ, ສະຫະພັນນັກຮົບເກົ່າແຂວງ ແລະ ໂຮງຮຽນ ມໍຕົ້ນນາໂບ. ເພື່ອສະແດງເຖິງຄວາມເຄົາລົບຮັກ ແລະ ກະຕັນຍູຮູ້ບຸນຄຸນ ຕໍ່ທ່ານປະທານ ສຸພານຸວົງ ຊຶ່ງແມ່ນປັນຍາຊົນຜູ້ຍິ່ງໃຫຍ່ ເປັນເຊື້ອເຈົ້າ ອົງໜຶ່ງທີ່ມີນໍ້າໃຈຮັກຊາດອັນດູດດື່ມ ທີ່ໄດ້ອຸທິດຕະຫຼອດຊີວິດຂອງຕົນ ໃນການຕໍ່ສູ້ຕິດພັນກັບການປະຕິວັດຂອງປະຊາຊົນ ມາແຕ່ຫົວທີ ແລະ ເປັນເວລາທີ່ຍືດເຍື້ອຍາວນານເຄິ່ງສັດຕະວັດ ໂດຍໄດ້ເດີນຕາມອຸດົມການຂອງພັກ, ເປັນຜູ້ຈັດຕັ້ງນໍາພາ ໃນພາລະກິດອັນຍິ່ງໃຫຍ່ ຂອງປະເທດລາວເຮົາ, ເປັນບູລຸດລາວຮຸ່ນທໍາອິດ ທີ່ໄດ້ເອົາຊີວິດຂອງຕົນຜູກພັນກັບການປະຕິວັດຕະຫຼອດມາ, ເປັນຜູ້ນຳທີ່ມີຄວາມຈົງຮັກພັກດີ ຕໍ່ອຸດົມການສັງຄົມນິຍົມ ຢ່າງແທ້ຈິງ, ໂດຍບໍ່ງໍ້ງ່ຽງຕໍ່ຄວາມຫຍຸ້ງຍາກລຳບາກ ມີຄວາມເສຍສະລະສູງ, ບໍ່ຫວາດຫວັ່ນຕໍ່ ກັບການຈັບກຸມຄຸມຂັງຂອງພວກສັດຕູ, ຍາມໃດກໍຕໍ່ສູ້ຄຽງບ່າຄຽງໄຫຼ່ກັບປະຊາຊົນ ດ້ວຍອຸດົມຄະຕິ ປະຕິວັດອັນສູງສົ່ງ ເພື່ອຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຄວາມວັດທະນາຖາວອນ ຂອງປະເທດຊາດ ເພື່ອຄວາມຢູ່ດີກິນດີຂອງປະຊາຊົນ. ປະທານ ສຸພານຸວົງ ແມ່ນແມ່ທັບຂອງປະຊາຊົນຢ່າງແທ້ຈິງ ໃນບັ້ນຮົບປ້ອງກັນຕົວເມືອງທ່າແຂກ ເປັນບັ້ນ ຮົບທີ່ດຸເດືອດທີ່ສຸດ ໃນປະຫວັດສາດ ຂອງປະເທດລາວເຮົາ ທີ່ໄດ້ຕໍ່ສູ້ ຕ້ານການຮຸກຮານຂອງ ພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ, ຊຶ່ງໄດ້ກາຍເປັນຍອດສູງແຫ່ງຄວາມຄຽດແຄ້ນ ຂອງປະຊາຊົນລາວບັນດາເຜົ່າ ທີ່ບໍ່ອາດຫຼົງລືມໄດ້.

ບນດາພະແນກການ, ອງການທຽບເທາ ແຂວງຄາມວນ ຮວມຂານບ ແລະ ສກກະລະບຊາ ຮບຫລປະທານ ສພານວງ - image 2
 

ການເຂົ້າຮ່ວມຂໍ່ານັບ ແລະ ສັກກະລະບູຊາ ຢູ່ຕໍ່ໜ້າຮູບຫລໍ່ ປະທານສຸພານຸວົງ ກໍ່ເພື່ອຈົດຈໍາລໍາລຶກ, ຮໍ່າຮຽນເອົາແບບແຜນການດຳລົງຊີວິດ, ຄຸນສົມບັດສິນທຳປະຕິວັດ, ພ້ອມທັງເສີມຂະຫຍາຍແນວຄິດຊີ້ນໍາຂອງປະທານ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ກໍຄືແຂວງຄໍາມ່ວນ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ສີວິໄລ ຂຶ້ນໄປເລື້ອຍໆ. ໂອກາດນີ້, ບັນດາຄະນະຕ່າງໆ ຍັງໄດ້ເຂົ້າຢ້ຽມຊົມ ຫໍວາງສະແດງມູນເຊື້ອ ຊີວິດ ແລະ ພາລະກິດປະຕິວັດ ຂອງທ່ານ ປະທານສຸພານຸວົງຕື່ມ.

ບນດາພະແນກການ, ອງການທຽບເທາ ແຂວງຄາມວນ ຮວມຂານບ ແລະ ສກກະລະບຊາ ຮບຫລປະທານ ສພານວງ - image 3
 

(ຂ່າວ: ກອງຄໍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປີ 2026 ສານປະຊາຊົນແຂວງເຊກອງ ແກ້ໄຂຄະດີໄດ້ 102 ເລື່ອງ

ປີ 2026 ສານປະຊາຊົນແຂວງເຊກອງ ແກ້ໄຂຄະດີໄດ້ 102 ເລື່ອງ

ທ່ານ ນາງ ສີວິໄລ ຜາວິໄລ ປະທານສານປະຊາຊົນແຂວງເຊກອງ ລາຍງານໃຫ້ຮູ້ວ່າ: ໃນປີ 2026 ມີຄະດີເຂົ້າມາສານປະຊາຊົນແຂວງ, ສານປະຊາຊົນເຂດ I ແລະ ສານປະຊາຊົນເຂດ II ລວມທັງໝົດ 126 ເລື່ອງ ຄ້າງມາແຕ່ປີ 2025 ຈໍານວນ 30 ເລື່ອງ, ເຂົ້າໃໝ່ 96 ເລື່ອງ, ແກ້ໄຂແລ້ວ 102 ເລື່ອງ ເທົ່າກັບ 80,95%, ພວມດໍາເນີນການແກ້ໄຂຢູ່ 24 ເລື່ອງ.
ນັກທຸລະກິດໜຸ່ມເມືອງໄຊເສດຖາ ສົ່ງເສີມຊາວໜຸ່ມສ້າງອາຊີບຜ່ານໂຄງການຝຸ່ນຊີວະພາບກະສິກຳປອດສານພິດ

ນັກທຸລະກິດໜຸ່ມເມືອງໄຊເສດຖາ ສົ່ງເສີມຊາວໜຸ່ມສ້າງອາຊີບຜ່ານໂຄງການຝຸ່ນຊີວະພາບກະສິກຳປອດສານພິດ

ສະມາຄົມນັກທຸລະກິດໜຸ່ມເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເປີດຮ້ານວາງສະແດງ ແລະ ຈຳໜ່າຍຜະລິດຕະພັນຂອງສະມາຊິກພາຍໃນງານບຸນນະມັດສະການພະທາດຫຼວງພ້ອມທັງເນັ້ນຍ້ຳພາລະບົດບາດໃນການສ້າງຄວາມສາມັກຄີພາຍໃນ ແລະ ການສົ່ງເສີມຊາວໜຸ່ມທີ່ຍັງບໍ່ມີວຽກເຮັດງານທຳໃຫ້ມີລາຍໄດ້ຜ່ານໂຄງການຜະລິດຝຸ່ນຊີວະພາບ ແລະ ການປູກພືດປອດສານພິດ.
ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຄະນະບໍລິຫານງານຊາວໜຸ່ມ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ນໍາພາກໍາລັງຊາວໜຸ່ມ ຫຼາຍກວ່າ 1,300 ຄົນ ລົງປະຈໍາການ ປ້ອງກັນຄວາມສະຫງົບ ໃນງານບຸນນະມັດສະການພະທາດຫຼວງ ປະຈໍາປີ 2026 ພ້ອມທັງເຂົ້າຮ່ວມ ກິດຈະກໍາສໍາຄັນ ຂອງງານບຸນດັ່ງກ່າວ ຢ່າງເປັນຂະບວນຟົດຟື້ນ.
ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ເພີ່ມເຕີມ