ວຽກງານສຳຄັນ ເປັນທິດທາງໃຫ້ແກ່ຂະແໜງ ກປ ນໍາໄປຈັດຕັ້ງຜັນຂະຫຍາຍ

ບັນດາວຽກງານສຳຄັນ ເປັນທິດທາງໃຫ້ແກ່ຂະແໜງ ກປ ນໍາໄປຈັດຕັ້ງຜັນຂະຫຍາຍ

ບັນດາວຽກງານສຳຄັນ ເປັນທິດທາງໃຫ້ແກ່ຂະແໜງ ກປ ນໍາໄປຈັດຕັ້ງຜັນຂະຫຍາຍ
ໂດຍ: ສ.ບຸດປະຊາ ຜົນກອງປະຊຸມສະຫຼຸບວຽກງານ ກະສິກຳ, ປ່າໄມ້ (ກປ) ແລະ ພັດທະນາຊົນນະບົດ ປະຈໍາປີ 2024 ແລະ ທິດທາງແຜນປີ 2025 ທີ່ໄດ້ດຳເນີນໃນວັນທີ 30-31 ມັງກອນຜ່ານມາ ແມ່ນມີຄວາມໝາຍສຳຄັນໃນປີນີ້

 

ຊຶ່ງກອງປະຊຸມໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ເປັນເອກະພາບກັນ ຕົກລົງຫຼາຍວຽກງານ ທີ່ເປັນທິດທາງໃຫ້ແກ່ຜູ້ແທນກອງປະຊຸມ ກໍຄືຂະແໜງ ກປ ໄດ້ນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ຖືກຕ້ອງ ແລະ ໄດ້ຮັບຜົນດີ ເພື່ອໃຫ້ປີມ້ວນທ້າຍຂອງແຜນວຽກຂອງຂະແໜງ ໄດ້ມີຜົນສຳເລັດ ແລະ ປະກອບສ່ວນສຳຄັນໃນຜົນຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX.

ບັນດາວຽກງານທີ່ເປັນທິດທາງໃນການຈັດຕັ້ງຜັນຂະຫຍາຍໃນປີ 2025 ຂອງຂະແໜງ ກປ ຜ່ານການດຳເນີນກອງປະຊຸມເປັນເວລາ 2 ມື້ສາມາດສະຫຼຸບ ແລະ ຕົກລົງວຽກງານທີ່ສຳຄັນຊຶ່ງ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງ ກປໄດ້ກ່າວໃຫ້ຮູ້ວ່າ: ກອງປະຊຸມໄດ້ສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດວຽກງານກປແລະພັດທະນາຊົນນະບົດປະຈໍາປີ 2024 ແລະທິດທາງແຜນການປີ 2025 ແລະການຈັດຕັ້ງປະຕິບັດຂອງຄະນະສະເພາະກິດ 19/ກມສພ (ຄະນະສະເພາະກິດແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ, ບັນຫາເງິນເຟີ້ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າແລະໜີ້ສິນຕ່າງປະເທດ) ໂດຍສະເພາະແມ່ນການສົ່ງເສີມການຜະລິດພາຍໃນເພື່ອຫຼຸດຜ່ອນການນໍາເຂົ້າແລະການລາຍງານກ່ຽວກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ຕິດພັນກັບຂະແໜງການ ກປ;ໄດ້ຮັບຟັງການປະກອບຄໍາເຫັນແລະຂໍ້ສະເໜີຈາກບັນດາກົມວິຊາການຂອງກະຊວງ ກປແລະບັນດາກະຊວງທີ່ກ່ຽວຂ້ອງ. ພ້ອມນີ້, ກອງປະຊຸມຍັງໄດ້ເປີດກວ້າງປຶກສາຫາລືດ້ວຍບັນຍາກາດຟົດຟື້ນແລະດ້ວຍຄວາມຮັບຜິດຊອບສູງແລະໄດ້ມີຄໍາເຫັນກ່ຽວກັບບັນຫາຕ່າງໆທີ່ສະສົມມາແລະເປັນສິ່ງອຸດຕັນໃຫ້ແກ່ຂະແໜງ ກປທີ່ແກ້ໄຂຍັງບໍ່ໄດ້.

ຜ່ານການດໍາເນີນກອງປະຊຸມສາມາດສະຫຼຸບແລະຕົກລົງວຽກງານສໍາຄັນດັ່ງນີ້:

1). ກອງປະຊຸມໄດ້ເປັນເອກະພາບແລະຮັບຮອງເອົາບົດສະຫຼຸບຕີລາຄາຜົນສໍາເລັດ, ດ້ານຄົງຄ້າງ, ສາເຫດແລະບົດຮຽນທີ່ຖອດຖອນໄດ້ຕໍ່ການຈັດຕັ້ງປະຕິບັດແຜນພັດທະນາກະສິກໍາ, ປ່າໄມ້ແລະພັດທະນາຊົນນະບົດປະຈໍາປີ2024ແລະທິດທາງແຜນການປີ2025ຈະພ້ອມກັນສຸມໃສ່ຈັດຕັ້ງປະຕິບັດຕາມເນື້ອໃນ4ແຜນງານຄືການຜະລິດຄໍ້າປະກັນສະບຽງອາຫານແລະໂພຊະນາການຊຶ່ງຈະໄດ້ມີການເນັ້ນດ້ານໂພຊະນາການໃຫ້ຫຼາຍຂຶ້ນ;ການຜະລິດກະສິກໍາເປັນສິນຄ້າຕິດພັນກັບການປຸງແຕ່ງຊຶ່ງຈະໄດ້ເນັ້ນໃສ່ການຜະລິດເພື່ອໜອງໂຮງງານປຸງແຕ່ງຂັ້ນຕົ້ນເພື່ອແປຮູບຜະລິດຕະພັນກະສິກໍາແລະເພີ່ມມູນຄ່າ; ການຄຸ້ມຄອງຊັບພະຍາກອນປ່າໄມ້ແລະການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ.

2).ສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ໃນການຊຸກຍູ້ສົ່ງເສີມການຜະລິດພາຍໃນໃຫ້ເຂັ້ມແຂງໂດຍສະເພາະເລັ່ງໃສ່ຊຸກຍູ້ການຜະລິດປັດໄຈການຜະລິດໃຫ້ສາມາດຕອບສະໜອງຕໍ່ຄວາມຕ້ອງການ (ຝຸ່ນ, ຫົວອາຫານສັດ...) ແລະສົ່ງເສີມການຜະລິດກະສິກໍາທີ່ມີທ່າແຮງແລະຕະຫຼາດຮອງຮັບເພື່ອສົ່ງອອກດ້ວຍຮູບແບບການຈັດຕັ້ງກຸ່ມການຜະລິດ, ສະມາຄົມແລະສະຫະກອນແບບໃໝ່ ໂດຍການຊຸກຍູ້ຜູ້ປະກອບການທັງພາຍໃນແລະຕ່າງປະເທດເຂົ້າມາມີສ່ວນຮ່ວມໃຫ້ຫຼາຍຂຶ້ນ;

3).ວຽກງານການຜະລິດເປັນສິນຄ້າກໍຄືວຽກງານປຸງແຕ່ງ ກປເຫັນວ່າຍັງມີບາງຂອດທີ່ຈະຕ້ອງໄດ້ຕົກລົງເປັນເອກະພາບໃຫ້ຈະແຈ້ງກັບຂະແໜງການອຸດສາຫະກໍາແລະການຄ້າກ່ຽວກັບບັນດາລາຍການໂຮງງານປຸງແຕ່ງກະສິກໍາທີ່ໄດ້ມອບ-ໂອນເພື່ອເຮັດໃຫ້ການດັດສົມໂຮງງານສອດຄ່ອງກັບຄວາມສາມາດຕົວຈິງໃນການສະໜອງວັດຖຸດິບສົ້ນເຂົ້າແລະສົ້ນອອກ, ການສະໜອງວັດຖຸດິບໃຫ້ໂຮງງານ, ເວົ້າລວມຕ້ອງໄດ້ເອົາໃຈໃສ່ຕື່ມຂອດການຜະລິດວັດຖຸດິບ-ການປຸງແຕ່ງຕິດພັນກັບການຕະຫຼາດ;

4).ວຽກງານຄຸ້ມຄອງຊັບພະຍາກອນປ່າໄມ້ຈະໄດ້ເອົາໃຈໃສ່ຄຸ້ມຄອງ3 ປະເພດປ່າໂດຍແນໃສ່ການຮັກສາປ່າທີ່ມີຢູ່ໃນປັດຈຸບັນໃຫ້ມີເນື້ອທີ່ດິນປ່າໄມ້ແລະປ່າໄມ້ປົກຫຸ້ມໃຫ້ໄດ້70%ຂອງເນື້ອທີ່ທົ່ວປະເທດ, ການອອກໃບທະບຽນທີ່ດິນໃນ3 ປະເພດປ່າແລະກໍານົດເຂດທີ່ດິນປ່າໄມ້ໃຫ້ຈະແຈ້ງລວມທັງການຄຸ້ມຄອງໂຮງງານປຸງແຕ່ງໄມ້, ການປູກໄມ້ແລະການສ້າງລາຍຮັບຈາກສິນເຊື່ອກາກບອນແລະການທ່ອງທ່ຽວທໍາມະຊາດເພື່ອສ້າງວຽກເຮັດງານທໍາໃຫ້ກັບຄົນທ້ອງຖິ່ນ;

5).ວຽກງານພັດທະນາຊົນນະບົດແລະແກ້ໄຂຄວາມທຸກຍາກເຫັນວ່າຂອດການປະສານງານກັບບັນດາຂະແໜງການທີ່ກ່ຽວຂ້ອງຍັງບໍ່ທັນໂລ່ງລຽນເທົ່າທີ່ຄວນຊຶ່ງຕ້ອງໄດ້ຜັນຂະຫຍາຍບັນດາຜົນຂອງການປືກສາຫາລືແລະທິດຊີ້ນໍາຂອງຄະນະຊີ້ນໍາຂັ້ນສູນກາງຕາມຂໍ້ຕົກລົງ121/ນຍ. ນອກຈາກນີ້, ຕ້ອງໄດ້ສືບຕໍ່ປັບປຸງດໍາລັດ348/ນຍລົງວັນທີ 16ພະຈິກ2017,ໂດຍສະເພາະບັນດາຕົວຊີ້ວັດຕ່າງໆໃຫ້ສອດຄ່ອງແທດເໝາະກັບສະພາບຄວາມເປັນຈິງໃນປັດຈຸບັນແລະໃຫ້ສອດຄ່ອງກັບບັນດານິຕິກໍາທີ່ກ່ຽວຂ້ອງຕື່ມເປັນຕົ້ນແມ່ນຄໍາສັ່ງຂອງກົມການເມືອງສູນກາງພັກເລກທີ097/ກມສພລົງວັນທີ18ກຸມພາ2020, ກົດໝາຍວ່າດ້ວຍການຈັດສັນພູມລໍາເນົາແລະອາຊີບເລກທີ45/ສພຊລົງວັນທີ15ມິຖຸນາ2018;

6).ສໍາລັບວຽກງານການລົງທຶນໃນຂະແໜງການຈະໄດ້ຄົ້ນຄວ້າປັບປຸງແລະຫຼຸດຂັ້ນຂອດຕ່າງໆເພື່ອອໍານວຍຄວາມສະດວກໃຫ້ຜູ້ປະກອບການເຂົ້າມາລົງທຶນໃນຂະແໜງການໃຫ້ຫຼາຍຂຶ້ນ. ໃນນີ້, ອັນສໍາຄັນພາກລັດຈະຕ້ອງໄດ້ມີສ່ວນຮ່ວມໃນການຄຸ້ມຄອງຄຸນນະພາບຫຼືມາດຕະຖານຂອງຜົນຜະລິດ, ຄວາມເປັນທໍາດ້ານລາຄາຕໍ່ຜູ້ຜະລິດ, ຕາຊັ່ງ, ຂອດການຂົນສົ່ງແລະອື່ນໆເປັນຕົ້ນແມ່ນການນໍາໃຊ້ຕູ້ຂົນສິນຄ້າລົດໄຟລາວ-ຈີນຊຶ່ງໄລຍະຜ່ານມາເຫັນວ່າຍັງມີຄວາມຫຍຸ້ງຍາກແລະຕົ້ນທຶນສູງ;

7). ນອກນັ້ນ, ກອງປະຊຸມມີການມອບຄາດໝາຍສູ້ຊົນແລະວຽກງານຈຸດສຸມຕົ້ນຕໍໃຫ້ບັນດາພະແນກ ກປຂັ້ນແຂວງໃນການຈັດຕັ້ງປະຕິບັດທິດທາງແຜນການປີ 2025 ເພື່ອຮັບປະກັນການຄໍ້າປະກັນດ້ານສະບຽງອາຫານ, ຫຼຸດຜ່ອນການນໍາເຂົ້າແລະຜະລິດເປັນສິນຄ້າສົ່ງອອກໂດຍຕິດພັນກັບການປຸງແຕ່ງແລະເພີ່ມມູນຄ່າໄປຕາມທິດເສດຖະກິດເອກະລາດເປັນເຈົ້າຕົນເອງໃຫ້ສໍາເລັດຕາມແຜນການທີ່ກໍານົດໄວ້ເປັນຕົ້ນໂຕເລກຄາດໝາຍສໍາລັບການຜະລິດຄໍ້າປະກັນສະບຽງອາຫານແລະໂພຊະນາການ; ປະເພດພືດບຸລິມະສິດແລະໂຄຕ້າການລ້ຽງງົວເພື່ອການຜະລິດເປັນສິນຄ້າ; ໂຕເລກຄາດໝາຍເພື່ອຄຸ້ມຄ້ອງແລະປົກປັກຮັກສາປ່າໄມ້, ໂຕເລກຄາດໝາຍວຽກງານພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ.

ທັງໝົດກໍແມ່ນບາງຈຸດສໍາຄັນທີ່ກອງປະຊຸມໄດ້ຄົ້ນຄວ້າແລະປຶກສາຫາລືກັນ, ເພື່ອເປັນທິດທາງໃຫ້ແກ່ຜູ້ແທນກອງປະຊຸມ ກໍຄືຂະແໜງ ກປ ໄດ້ນໍາໄປຈັດຕັ້ງຜັນຂະຫຍາຍຕາມຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ ແຕ່ຂັ້ນສູນກາງຮອດທ້ອງຖິ່ນ ໃຫ້ຖືກຕ້ອງ ແລະ ໄດ້ຮັບຜົນດີ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ