ບາງບົດຮຽນຂອງຫວຽດນາມໃນການປ່ຽນແປງໃໝ່ດ້ານຈິນຕະນາການ 

ບາງບົດຮຽນຂອງຫວຽດນາມໃນການປ່ຽນແປງໃໝ່ດ້ານຈິນຕະນາການ 
ຮຽບຮຽງໂດຍ: ວັນໄຊ ຕະວິນຍານ
 ໃນໄລຍະ 40 ປີຜ່ານມາ,ພັກກອມມູນິດຫວຽດນາມ ໄດ້ນໍາພາ,ຄຸ້ມຄອງການພັດທະນາເສດຖະກິດ-ສັງຄົມຂອງປະເທດໃນໄລຍະໃໝ່.ຫວຽດນາມ ຕັດສິນໃຈຫັນປ່ຽນດ້ານຈິນຕະນາການດ້ານການພັດທະນາ,ທັດສະນະ,ບັນດາແນວຄິດທີ່ສ່ອງແສງໃຫ້ເຫັນສະພາບການຕົວຈິງໃນອະດີດເພື່ອເປັນພື້ນຖານກໍານົດວິໃສທັດຍຸດທະສາດ,ກໍານົດແນວທາງ,ແຜນນະໂຍບາຍ,ຂໍ້ກໍານົດກົດໝາຍ.ລະບົບການຈັດຕັ້ງ ຕະຫຼອດຮອດ ພະນັກງານນໍາພາຄຸ້ມຄອງແລະ ພະນັກງານທີ່ຮັບຜິດຊອບວຽກງານຕົວຈິງ.
ທ່ານສຈ.ປອ ຫງວຽນ ຊວັນ ຖັງ ກໍາມະການກົມການເມືອງສູນກາງພັກຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈິມິນປະທານສະພາທິດສະດີສູນກາງພັກກອມມູນິດຫວຽດນາມກ່າວວ່າ:ການປ່ຽນແປງໃໝ່ດ້ານຈິນຕະນາການເກີດຂຶ້ນຍ້ອນຄວາມຮຽກຮ້ອງຕ້ອງການແບບຮີບດ່ວນຂອງສະພາບຄວາມຫຍຸ້ງຍາກ,ເກີດວິກິດການຢ່າງໜັກໜ່ວງຊຶ່ງຄວາມຮຽກຮ້ອງຕ້ອງການບໍ່ພຽງແຕ່ໃຫ້ເກີດຄວາມພະຍາຍາມສູ້ຊົນສູງຂຶ້ນກວ່າເກົ່າເທົ່ານັ້ນ.ແຕ່ຕ້ອງກໍານົດວິໃສທັດ,ເປົ້າໝາຍການພັດທະນາໃຫ້ແທດເໝາະກັບວິທີການໃໝ່,ແຫຼ່ງກໍາເນີດກໍາລັງການພັດທະນາໃໝ່ ແນໃສ່ປ່ຽນແປງສະຖານະພາບ ສ້າງບັນດາບາດກ້າວປະຫວັດສາດເປັນຕົ້ນແມ່ນບໍ່ໃຫ້ຈິນຕະນາການເກົ່າ ຫຼ້າຫຼັງກົດໜ່ວງຖ່ວງດຶງການພັດທະນາ.
 ການປ່ຽນແປງໃໝ່ດ້ານຈິນຕະນາການຂອງປະເທດຫວຽດນາມ ແມ່ນເລີ່ມຈາກການປ່ຽນການກະທໍາຕົວຈິງ ແລະ ເລີ່ມຈາກຖັນແຖວພະນັກງານນໍາພາ-ຄຸ້ມຄອງໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ກາຍເປັນທັດສະນະຄະຕິອັນແທ້ຈິງ ຈຶ່ງກໍານົດຍຸດທະສາດ,ກໍານົດທິດທາງນໍາພາ-ຄຸ້ມຄອງພັດທະນາປະເທດຊາດ,ນໍາພາສູ່ການດໍາລົງຊີວິດປະຈໍາວັນກາຍເປັນຈິນຕະນາການຂອງສັງຄົມ,ຈຶ່ງກາຍເປັນການສ້າງກໍາລັງພັດທະນາໃໝ່ຂອງປະເທດຊາດ.
ທ່ານສຈ.ປອ ຫງວຽນ ຊວັນ ຖັງ ອະທິບາຍວ່າ:ໃນຄວາມເປັນຈິງສະແດງໃຫ້ເຫັນວ່າຖັນແຖວພະນັກງານນໍາພາຄຸ້ມຄອງຂອງປະເທດໜຶ່ງໆບໍ່ແມ່ນເວລາໃດກໍມີຄວາມຮັບຮູ້,ຈິນຕະນາການທີ່ແທດເໜາະກັບຕົວຈິງ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງການພັດທະນາໄດ້ໝົດ.ໃນຫຼາຍກໍລະນີ ຈິນຕະນາການພັດທະນາອາດຈະຕົກຢູ່ໃນສອງກໍລະນີເຊັ່ນ:ການຮັກສາເດີມ,ຊັກຊ້າ,ຄວາມກ້າວໜ້າຕາມທິດຊ້າຍຈັດ-ຂວາໂພດ.ທັງສອງກໍລະນີນີ້ ລ້ວນແຕ່ຕິດພັນກັບບັນດາຂໍ້ຈໍາກັດດ້ານຄວາມສາມາດຮັບຮູ້ ຫຼື ເພື່ອຜົນປະໂຫຍດຂອງພະນັກງານນໍາພາ-ຄຸ້ມຄອງ.ສະນັ້ນ,ຈຶ່ງບໍ່ສາມາດສ້າງໄດ້ພື້ນຖານຄວາມຮັບຮູ້,ຈິນຕະນາການທີ່ແທດເໝາະຖືກຕ້ອງກັບບັນຫາຂອງຄວາມເປັນຈິງເພື່ອຄຸ້ມຄອງປະເທດໄປສູ່ການພັດທະນາ.
 ຕໍ່ໜ້າຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ຂອງການພັດທະນາປະເທດຊາດ,ອີງໃສ່ທັດສະນະ,ບັນດາແນວຄິດທີ່ສ່ອງແສງໃຫ້ເຫັນສະພາບການຕົວຈິງ,ການໄຈ້ແຍກບັນຫາ,ການຄາດຄະເນທີ່ຖືກຕ້ອງຕາມສະພາບການຂອງໂລກ ແລະ ທ່າອ່ຽງຂອງຍຸກສະໄໝ.ພັກກອມມູນິດຫວຽດນາມ ໄດ້ລິເລີ່ມ ພາລະກິດປ່ຽນແປງໃໝ່ ແນໃສ່ຫັນໃຫ້ເປັນຈິງວິໃສທັດຍຸດທະສາດຄັ້ງທີສາມ ວ່າດ້ວຍການສ້າງສາປະເທດຫວຽດນາມສັງຄົມນິຍົມ.ການປ່ຽນແປງໃໝ່ຕົ້ນຕໍ ແມ່ນປະຕິບັດຈິນຕະນາການ,ການເລືອກເຟັ້ນທີ່ມີລັກສະນະປະຫວັດສາດ,ຄວາມຮັບຮູ້ດ້ານທິດສະດີກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມ.ກ່ຽວກັບແຜນນະໂຍບາຍ,ແນວທາງສ້າງສາພັດທະນາ ແລະ ປົກປັກຮັກສາປະເທດຊາດ.
  ຜ່ານໄລຍະເກືອບ 40 ປີ ແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ຂອງພັກກອມມູນິດຫວຽດນາມໄດ້ນໍາເອົາໜາກຜົນອັນໃຫຍ່ຫຼວງຢ່າງແທ້ຈິງ,ມີຄວາມໝາຍທາງປະຫວັດສາດ,ກາຍເປັນຜະລິດຕະພັນປະດິດສ້າງມາສູ່ພັກ,ລັດຖະບານ ແລະ ປະຊາຊົນຫວຽດນາມ ຊຶ່ງບໍ່ມີເວລາໃດທີ່ເຮັດໃຫ້ຫວຽດນາມມີຊື່ສຽງອິດທິພົນໃນເວທີສາກົນຄືໃນທຸກມື້ນີ້.
  ຈາກປະເທດທີ່ທຸກຍາກ,ຫຼ້າຫຼັງ,ມີລາຍຮັບຕໍ່າ ຫວຽດນາມໄດ້ກາຍເປັນປະເທດກໍາລັງພັດທະນາ,ມີລາຍຮັບປານກາງ,ການເຕີບໂຕທາງດ້ານເສດຖະກິດໝັ້ນທ່ຽງ ສາມາດຄວບຄຸມໄດ້; ພື້ນຖານເສດຖະກິດໃນປີ 2022 ບັນລຸໄດ້ປະມານ 409 ຕື້ໂດລາ ເພີ່ມຂຶ້ນ 10 ເທົ່າທຽບປີ 2000,ຖືກຈັດຢູ່ໃນກຸ່ມ 40 ພື້ນຖານຂະໜາດເສດຖະກິດທີ່ມີ GDP ໃຫຍ່ທີ່ສຸດຂອງໂລກ,ລວມຍອດຜະລິດຕະພັນສົ່ງອອກ ບັນລຸ 732 ຕື້ໂດລາ,ນອນຢູ່ໃນປະເທດພື້ນຖານເສດຖະກິດທີ່ມີຂະໜາດການຄ້າໃຫຍ່ທີ່ສຸດຂອງໂລກ.
ບັນດາໜາກຜົນທີ່ຫວຽດນາມຍາດມາໄດ້ ໃນໄລຍະ 40 ກວ່າປີ ແຫ່ງການປ່ຽນແປງໃໝ່ ແມ່ນພື້ນຖານ ແລະ ເງື່ອນໄຂອັນສໍາຄັນໃຫ້ຫວຽດນາມວາງແຜນຍຸດທະສາດຄັ້ງທີ 4 ຄື:ພັດທະນາປະເທດຊາດ ວັດທະນາຖາວອນ,ຊົນຊາດເຂັ້ມແຂງ,ຍືນຍົງ,ປະຊາຊົນມີຄວາມອີ່ມໜໍາສໍາລານ,ມີຄວາມຜາສຸກ,ສູ້ຊົນຮອດກາງສະຕະວັດ ກາຍເປັນປະເທດພັດທະນາ,ມີລາຍຮັບສູງ ຕາມທິດສັງຄົມນິຍົມ, ປະຊາຊົນຮັ່ງມີ,ປະເທດຊາດມັ່ງຄັ່ງເຂັ້ມແຂງ,ປະຊາທິປະໄຕ,ສະເໝີພາບ,ສີວິໄລ ພ້ອມກັນກ້າວເດີນ.ຄ່ຽງຄູ່ກັບບັນດາປະເທດມະຫາອໍານາດໃນທົ່ວໂລກຕາມຄວາມມຸ່ງມາດປາຖະໜາຂອງປະທານໂຮ່ຈິມິນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໃນໄລຍະ 1 ເດືອນຜ່ານມາເມືອງພີນ ສາມາດຍຶດໄມ້ເຖື່ອນໄດ້ປະມານ 700 ແມັດກ້ອນ.

ໃນໄລຍະ 1 ເດືອນຜ່ານມາເມືອງພີນ ສາມາດຍຶດໄມ້ເຖື່ອນໄດ້ປະມານ 700 ແມັດກ້ອນ.

ພາຍຫຼັງສຳເລັດກອງປະຊຸມໃຫຍ່ຄັ້ງທີ XII ຂອງອົງຄະນະພັກເມືອງພີນ ແຂວງສະຫວັນນະເຂດ,ຄະນະບໍລິຫານງານພັກເມືອງຊຸດໃໝ່, ພາຍໃຕ້ການນຳພາຂອງສະຫາຍ ພູລັດຕະນະ ພົມມະຫາໄຊ ເລຂາພັກເມືອງກໍໄດ້ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນເມືອງ,ໂດຍສະເພາະແມ່ນການປະຕິບັດຕາມຄຳສັ່ງເລກທີ 15/ນຍ,ຄຳສັ່ງເລກທີ11/ນຍ,ປະຕິບັດຄຳສັ່ງຂອງຄະນະປະຈຳພັກແຂວງສະຫວັນນະເຂດ ເລກທີ 2151/ຄປພຂ ວ່າດ້ວຍການແກ້ໄຂປະກົດການຫຍໍ້ໃນສັງຄົມ.
ເຜີຍແຜ່ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ວຽກງານແຈ້ງຊັບສິນ

ເຜີຍແຜ່ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ວຽກງານແຈ້ງຊັບສິນ

ກົມກວດກາ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ຈັດກອງປະຊຸມສຳມະນາເຜີຍແຜ່ວຽກງານສະກັດກັ້ນ, ກວດກາ, ສືບສວນ-ສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ວຽກງານແຈ້ງຊັບສິນຂຶ້ນໃນວັນທີ 15 ກໍລະກົດນີ້ ທີ່ກະຊວງດັ່ງກ່າວ ໂດຍການເປັນປະທານຂອງສະຫາຍ ຄຳເພົ້າ ວັນນະວົງ ຮອງປະທານກວດກາພັກກະຊວງ ຫົວໜ້າກົມກວດກາກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ມີສະຫາຍ ເທບພະໄທ ພັນກ້າ ຮັກສາການຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ແລະ ອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສໍາມະນາເນື້ອໃນປຶ້ມ “ການເຕີບໃຫຍ່ຂະຫຍາຍຕົວຂອງອົງຄະນະພັກ ນະຄອນຫຼວງວຽງຈັນ”

ສໍາມະນາເນື້ອໃນປຶ້ມ “ການເຕີບໃຫຍ່ຂະຫຍາຍຕົວຂອງອົງຄະນະພັກ ນະຄອນຫຼວງວຽງຈັນ”

ຄະນະຮັບຜິດຊອບ, ຄະນະບັນນາທິການ ແລະ ກອງເລຂາຊ່ວຍວຽກຂຽນປຶ້ມ ຂັ້ນນະຄອນຫຼວງວຽງຈັນ(ນວ) ໄດ້ຈັດກອງປະຊຸມສໍາມະນາເນື້ອໃນປຶ້ມ “ການເຕີບໃຫຍ່ຂະຫຍາຍຕົວຂອງອົງຄະນະພັກ ນະຄອນຫຼວງວຽງຈັນ” ນັບແຕ່ປີ 1950 ເຖິງປີ 2020 ຂຶ້ນໃນວັນທີ 15 ກໍລະກົດນີ້ ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ. ໂດຍການເປັນປະທານ ຂອງສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ.
ກອງປະຊຸມໃຫຍ່ຜູ້ພິພາກສາທົ່ວປະເທດ ຄັ້ງທີ XII

ກອງປະຊຸມໃຫຍ່ຜູ້ພິພາກສາທົ່ວປະເທດ ຄັ້ງທີ XII

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມໃຫຍ່ຜູ້ພິພາກສາທົ່ວປະເທດ ຄັ້ງທີ XII ພາຍໃຕ້ຫົວຂໍ້: ການຕັດສິນວ່ອງໄວ ຜ່ານກົນໄກດໍາເນີນຄະດີຕໍ່ເນື່ອງ, ການຕັດສິນຖືກຕ້ອງ ແລະ ພາວະວິໄສ ຜ່ານກົນໄກໂຕ້ແຍ່ງ-ໂຕ້ຖຽງ, ຮັບປະກັນຄວາມສັກສິດຂອງກົດໝາຍ ແລະ ສິ້ນສຸດຕາມຂະບວນການຍຸຕິທໍາຂຶ້ນໃນວັນທີ 15 ກໍລະກົດນີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ, ມີທ່ານນາງ ທຸມມະລີ ວົງພະຈັນ ປະທານກໍາມາທິການຍຸຕິທໍາ ສະພາແຫ່ງຊາດ, ມີຄະນະປະທານ, ສະມາຊິກສະພາຜູ້ພິພາກສາ, ຮອງລັດຖະມົນຕີ ພ້ອມດ້ວຍຜູ້ພິພາກສາສານປະຊາຊົນໃນຂອບເຂດທົ່ວປະເທດເຂົ້າຮ່ວມ.
ແຂວງວຽງຈັນ ປະເມີນຄືນວຽກງານຄຸ້ມຄອງ ແລະ ນຳໃຊ້ໃບເກັບເງິນ

ແຂວງວຽງຈັນ ປະເມີນຄືນວຽກງານຄຸ້ມຄອງ ແລະ ນຳໃຊ້ໃບເກັບເງິນ

ໃນວັນທີ 14-15 ກໍລະກົດ 2025, ຢູ່ທີ່ຫ້ອງປະຊຸມພະແນກການເງິນ ແຂວງວຽງຈັນ, ຄະນະຮັບຜິດຊອບປະເມີນການຈັດຕັ້ງປະຕິບັດບັນດາຫົວໜ່ວຍ ຜູ້ພັດທະນາລະບົບໂປຣມແກຣມບັນຊີທີ່ພົວພັນກັບການເຊື່ອມຕໍ່ໃບເກັບເງິນກັບລະບົບ Taxrisຂອງຂະແໜ່ງສວຍສາອາກອນ ໄດ້ລົງຕິດຕາມ, ກວດກາ ແລະ ການຈັດຕັ້ງປະຕິບັດກ່ຽວກັບວຽກງານຄຸ້ມຄອງ ແລະ ນຳໃຊ້ໃບເກັບເງິນ, ເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ (POS) ຢູ່ແຂວງວຽງຈັນ ນຳພາໂດຍ ທ່ານ ສຸພັນ ວິລາວົງ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ພ້ອມດ້ວຍຄະນະ, ມີທ່ານ ສັງທອງ ມິດດາວົງ ຮອງຫົວໜ້າພະແນກການເງິນແຂວງວຽງຈັນ, ພ້ອມດ້ວຍຜູ້ປະກອບການເຂົ້າຮ່ວມ.
ໄຂກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານແຂວງອັດຕະປືຄັ້ງທີ Vll

ໄຂກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານແຂວງອັດຕະປືຄັ້ງທີ Vll

ໃນວັນທີ 15 ກໍລະກົດນີ້, ສະຫະພັນກຳມະບານແຂວງອັດຕະປືໄດ້ຈັດກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານແຂວງຄັ້ງທີ Vllຂຶ້ນທີ່ຫໍປະຊຸມໃຫຍ່ຂອງແຂວງ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊຊົມພູ ຮອງເລຂາພັກແຂວງປະທານສະພາປະຊາຊົນແຂວງ,ມີທ່ານ ທອງຈັນ ພູມີພັນ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ມີແຂກຖືກເຊີນພ້ອມດ້ວຍຜູ້ແທນສົມບູນເຂົ້າຮ່ວມ.
ການນຳແຂວງສະຫວັນນະເຂດ ລົງຕິດຕາມແກ້ໄຂສະພາບການເຊາະເຈື່ອນຂອງຕາຝັ່ງເຊໂຈນ

ການນຳແຂວງສະຫວັນນະເຂດ ລົງຕິດຕາມແກ້ໄຂສະພາບການເຊາະເຈື່ອນຂອງຕາຝັ່ງເຊໂຈນ

ຄວາມເປັນຫ່ວງເປັນໄຍຕໍ່ສະພາບການດຳລົງຊີວິດຂອງພໍ່ແມ່ປະຊາຊົນຊາວບ້ານພີນ ເມືອງພີນ ແຂວງສະຫວັນນະເຂດ ທີ່ຕັ້ງບ້ານເຮືອນລຽບຕາມແຄມຝັ່ງເຊໂຈນ ຊຶ່ງປັດຈຸບັນ ແມ່່ນໄດ້ຮັບຜົນກະທົບຈາກການເຊາະເຈື່ອນຂອງດິນແຄມຕາຝັ່ງເຊດັ່ງກ່າວ ທີ່ກຳລັງແຜ່ລາມເປັນບໍລິເວນກວ້າງສົມຄວນ.ດັ່ງນັ້ນ, ໃນວັນທີ 14 ກໍລະກົດຜ່ານມາ, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດພ້ອມດ້ວຍຄະນະນຳຂອງແຂວງ ແລະເມືອງພີນ ໄດ້ລົງຕິດຕາມເບິ່ງສະພາບຜົນເສຍຫາຍທີ່ເກີດຂຶ້ນ ແລະຊຸກຍູ້ການສ້ອມແປງຕາຝັ່ງເຊໂຈນທີ່ຖືກນ້ຳເຊາະເຈື່ອນ.
ແມ່ຍິງລາວ ໄດ້ຮັບການພັດທະນາຄຽງຄູ່ກັບເພດຊາຍ ໃນພາລະກິດລວມຂອງຊາດ

ແມ່ຍິງລາວ ໄດ້ຮັບການພັດທະນາຄຽງຄູ່ກັບເພດຊາຍ ໃນພາລະກິດລວມຂອງຊາດ

ໃນໂອກາດ ວັນສ້າງຕັ້ງອົງການຈັດຕັ້ງແມ່ຍິງລາວ, ວັນທີ 20 ກໍລະກົດ ປີ 2025 ໄດ້ໝູນວຽນມາບັນຈົບ ຄົບຮອບ 70 ປີ. ທ່ານ ນາງ ແພງພັນ ບຸບຜາພອນ ກໍາມະການຄະນະພັກ ຫົວໜ້າກົມໂຄສະນາ ອະດີດປະທານສະຫະພັນແມ່ຍິງ ສນຊ ສະໄໝທີ XIV ໄດ້ສະແດງຄວາມຮູ້ສຶກຂອງຕົນຕໍ່ກັບວັນທີ 20 ກໍລະກົດ ວ່າ: ໄລຍະການປະຕິວັດຊາດ ຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ແມ່ຍິງລາວບັນດາເຜົ່າ ໄດ້ປະກອບສ່ວນຄ່ຽງຄູ່ກັບເພດຊາຍ ຢ່າງຕັ້ງໜ້າເຂົ້າໃນການປະຕິວັດຊາດປະຊາທິປະໄຕ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຈົນມາເຖິງປັດຈຸບັນ.
ປີຜ່ານມາຢູ່ແຂວງຫຼວງພະບາງມີໄພພິບັດທາງທຳມະຊາດເກີດຂຶ້ນ 28 ຄັ້ງ ເສຍຫາຍ 194 ຕື້ກວ່າກີບ

ປີຜ່ານມາຢູ່ແຂວງຫຼວງພະບາງມີໄພພິບັດທາງທຳມະຊາດເກີດຂຶ້ນ 28 ຄັ້ງ ເສຍຫາຍ 194 ຕື້ກວ່າກີບ

ກອງປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດ ປະຈຳປີ 2024 ແລະ ວາງທິດທາງແຜນການປີ 2025 ຂອງແຂວງຫຼວງພະບາງ ໄດ້ຈັດຂຶ້ນ ໃນທ້າຍອາທິດຜ່ານມານີ້ ທີ່ຫ້ອງປະຊຸມພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງ, ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ.
ຊາວກະສິກອນເມືອງເງິນປູກພຶດລະດູຝົນໃນເນື້ອທີ່ 11,656 ກວ່າເຮັກຕາ

ຊາວກະສິກອນເມືອງເງິນປູກພຶດລະດູຝົນໃນເນື້ອທີ່ 11,656 ກວ່າເຮັກຕາ

ເພື່ອເປັນການປະຕິບັດຕາມແຜນພັດທະນເສດຖະກິດຂອງເມືອງ, ກໍຄືວຽກງານຄໍ້າປະກັນທາງດ້ານສະບຽງອາຫານ ແລະ ປູກພືດເປັນສິນຄ້າຂອງຊາວກະສິກອນເມືອງເງິນໃຫ້ບັນລຸຕາມຄາດໜາຍທີ່ວາງໄວ້. ປີ 2025 ນີ້, ການປູກພືດລະດູຝົນມີເນື້ອທີ່ທັງໝົດ 11,656 ກວ່າເຮັກຕາ. ອີງຕາມການລາຍງານຂອງທ່ານ ທອງສຸກ ຈັນປະເສີດ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງເງິນໄດ້ໃຫ້ຮູ້ວ່າ: ການປູກພືດລະດູປີຢູ່ເມືອງເງິນ ແຂວງໄຊຍະບູລີ ມາຮອດປັດຈຸບັນ, ການປູກພືດລະດູຝົນແລ້ວສຳເລັດແລ້ວ 98 % ເຫັນວ່າການປູກພືດລະດູຝົນຂອງຊາວກະສິກອນຢູ່ເມືອງເງິນ ປີນີ້ເປັນຂະບວນການຟົດຟື້ນກວ້າງຂວາງກວ່າປີຜ່ານມາ ເປັນຕົ້ນແມ່ນ: ການປູກເຂົ້ານາປີສໍາເລັດແລ້ວ 85% ໃນເນື້ອທີ່ 726 ເຮັກຕາ.
ເພີ່ມເຕີມ