![]() |
ສະຫາຍບຸນລິດເທບບຸນສູງໄດ້ມີຄຳເຫັນກ່າວເປີດກອງປະຊຸມຢ່າງເປັນທາງການພ້ອມທັງສະເໜີຜ່ານເອກະສານເສີມຂະຫຍາຍມູນເຊື້ອຂອງພັກ. ຈຸດປະສົງກໍເພື່ອຍົກລະດັບຄວາມຮັບຮູ້, ເຂົ້າໃຈເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີXII ຂອງພັກປະຊາຊົນປະຕິວັດລາວຢ່າງເລິກເຊິ່ງ; ໂດຍສະເພາະແມ່ນການເສີມຂະຫຍາຍມູນເຊື້ອຂອງພັກ, ການຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ, ການສ້າງການຫັນປ່ຽນວຽກງານພະນັກງານໃນເງື່ອນໄຂປັດຈຸບັນ, ການສະກັດກັ້ນແລະແກ້ໄຂປະກົດການຫຍໍ້ທໍ້ພາຍໃນພັກ-ລັດກໍຄືຖັນແຖວພະນັກງານຢ່າງທັນການ, ພ້ອມທັງຝຶກຝົນຫຼໍ່ຫຼອມຄຸນທາດການເມືອງແລະຄຸນສົມບັດສິນທຳປະຕິວັດຂອງສະມາຊິກພັກໃຫ້ປອດໃສ, ຂາວສະອາດແລະການຈັດຕັ້ງຂອງພັກມີຄວາມເຂັ້ມແຂງ, ໜັກແໜ້ນສືບຕໍ່ເຮັດໜ້າທີ່ການເມືອງໄດ້ເປັນຢ່າງດີ.
ຈາກນັ້ນ, ບັນດາສະຫາຍການນຳຂອງເມືອງກໍໄດ້ຜັດປ່ຽນກັນສະເໜີແລະເຜີຍແຜ່ເອກະສານບັນດາບົດອົບຮົມຕາມວາລະ ໂດຍສະເພາະເອກະສານຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ, ສະເໜີໂດຍສະຫາຍແສງເດືອນສົມສະຫວັນຮອງເລຂາພັກເມືອງຫົວໜ້າຄະນະຈັດຕັ້ງເມືອງ, ເອກະສານການສ້າງຫັນປ່ຽນວຽກພະນັກງານໃນເງື່ອນໄຂປັດຈຸບັນ, ສະເໜີໂດຍສະຫາຍຄຳຂອດໝື່ນຫຼວງປະທານຄະນະກຳມະການປົກຄອງເມືອງປາກຊ່ອງ, ເອກະສານສະກັດກັ້ນແລະແກ້ໄຂປະກົດການຫຍໍ້ທໍ້ພາຍໃນພັກ, ສະເໜີໂດຍສະຫາຍບຸນລຽບແກ້ວວົງສາຄະນະປະຈຳພັກເມືອງປະທານກວດກາພັກ-ລັດເມືອງແລະເອກະສານຝຶກຝົນຫຼໍ່ຫຼອມຄຸນທາດການເມືອງແລະຄຸນສົມບັດສິນທໍາປະຕິວັດສະເໜີໂດຍສະຫາຍພາບໝື່ນຫຼວງກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ.
ສະຫາຍບຸນລິດເທບບຸນສູງໄດ້ໂອ້ລົມເພື່ອເປັນເຂັມຊີ້ທິດເຍືອງທາງແລະເປັນບ່ອນອີງໃນການນຳເອົາເນື້ອໃນເອກະສານດັ່ງກ່າວໄປຜັນຂະຫຍາຍຈັດຕັ້ງປະຕິບັດເຂົ້າໃນງານຕົວຈິງຂອງສະມາຊິກພັກ-ພະນັກງານທົ່ວເມືອງປາກຊ່ອງໃຫ້ມີຜົນສຳເລັດແລະມີປະສິດທິພາບສູງ, ອີກທັງຍັງຖືເປັນບາດກ້າວສໍາຄັນໃນການເພີ່ມພູນຄຸນທາດການເມືອງ, ເພີ່ມທະວີຄວາມສາມັກຄີແລະຍົກສູງຄວາມສາມາດໃນການນຳພາ-ຄຸ້ມຄອງຂອງອົງການຈັດຕັ້ງພັກພາຍໃນເມືອງປາກຊ່ອງໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນຍິ່ງໆຂຶ້ນ.
ຂ່າວ: ສອນໄຊຈັນທະວີ

ຄໍາເຫັນ