ກະຊວງການຕ່າງປະເທດ ປາຖະກະຖາວັນສໍາຄັນ ຂອງ ສປປ ລາວ

ກະຊວງການຕ່າງປະເທດ ປາຖະກະຖາວັນສໍາຄັນ ຂອງ ສປປ ລາວ

ກະຊວງການຕ່າງປະເທດ ປາຖະກະຖາວັນສໍາຄັນ ຂອງ ສປປ ລາວ
ໃນວັນທີ 29 ກັນຍານີ້ ທີ່ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ວັນເກີດ ປະທານ ສຸພານຸວົງ ຄົບຮອບ 117 ປີ, ວັນຢຶດອຳນາດທົ່ວປະເທດ ຄົບຮອບ 81 ປີ, ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມືລາວ-ຫວຽດນາມ ຄົບຮອບ 49 ປີ, ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 64 ປີ, ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ, ວັນປະກາດໃຊ້ລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີ ແລະ ວັນການທູດລາວຄົບຮອບ 81 ປີ ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ໄມທອງ ທຳມະວົງສາ ຮອງເລຂາຄະນະບໍລິຫານງານພັກກະຊວງ ຮອງລັດຖະ ມົນຕີກະຊວງການຕ່າງປະເທດ ຊຶ່ງມີຄະນະພັກ, ຄະນະນໍາ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຮັບຟັງທັງໝົດ 450 ກວ່າສະຫາຍ.
ກະຊວງການຕາງປະເທດ ປາຖະກະຖາວນສາຄນ ຂອງ ສປປ ລາວ - image 1
 

 

ໃນພິທີດັ່ງກ່າວ, ສະຫາຍ ໄມທອງ ທຳມະວົງສາ ໄດ້ຍົກໃຫ້ເຫັນເຖິງຜົນງານ, ຄຸນງາມຄວາມດີ ຂອງປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກຂອງຊາດລາວ ໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ, ກໍຄືການປະຕິບັດ 2 ໜ້າທີ່ຍຸດທະສາດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ທ່ານປະທານໄດ້ສືບຕໍ່ເຜີຍແຜ່ເອກະສານ ການຮ່ວມມືສອງຊາດ ເພື່ອຮ່ວມກັນເສີມຂະຫຍາຍ ວັນເຊັນສົນທິ ສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 49 ປີ ແລະ ການສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 64 ປີ ໃຫ້ນັບມື້ນັບເລີກເຊິ່ງຍິ່ງຂຶ້ນ, ພ້ອມທັງໂຄສະນາ ຄໍາຂວັນປຸກລະດົມ ຄື: ຊົມເຊີຍວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ ຢ່າງສຸດໃຈ, ຊົມເຊີຍວັນປະກາດໃຊ້ລັດຖະທາມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີຢ່າງສຸດໃຈ ແລະ ຊົມເຊີຍວັນການທູດລາວຄົບຮອບ 81 ປີ. ສະນັ້ນ, ເພື່ອເປັນການໂຄສະນາສຶກສາອົບຮົມ ໃຫ້ບັນດາພະນັກງານ-ລັດຖະກອນໃຫ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບມູນເຊື້ອອັນດີງາມຂອງ ປະທານ ສຸພານຸວົງ ແລະ ຍົກສູງສະຕິ, ເສີມຂະຫຍາຍມູນເຊື້ອຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ສ້າງຄວາມສາມັກຄີປອງດອງ, ມີສະຕິລະວັງຕົວຕໍ່ກົນອຸບາຍທໍາລາຍມ້າງເພຂອງອິດທິກຳລັງປໍລະປັກ ແລະ ເປັນການສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ຜູ້ ນຳພັກ ແລະ ລັດຖະບານຮຸ່ນກໍ່ຕັ້ງຍ້ອນມີເພິ່ນໃນມື້ນັ້ນຈຶ່ງມີພວກເຮົາໃນມື້ນີ້. ຖືເອົາໂອກາດນີ້ ໂຄສະນາປຸກລະດົມໃຫ້ພະນັກງານ, ສະມາຊິກພັກ, ພ້ອມກັນຮໍ່າຮຽນເອົາຄຸນສົມບັດ, ສິນທໍາປະຕິບັດອັນສູງສົ່ງ ໂດຍສະເພາະແມ່ນຈິດໃຈຮັກຊາດອັນສູງສົ່ງ, ຍອມເສຍສະຫຼະທຸກສິ່ງທຸກຢ່າງເພື່ອປະເທດຊາດ ແລະ ປະ ຊາຊົນຂອງປະທານ ສຸພານຸວົງ, ພ້ອມທັງສ້າງຄວາມເຂົ້າໃຈ ແລະ ຮັບຮູ້ເຖິງ ແນວທາງນະໂຍບາຍການຕ່າງປະເທດຂອງປະເທດເຮົາໃນແຕ່ລະໄລຍະ, ຮ່ວມກັນເປັນເຈົ້າການເຂົ້າຮ່ວມໃນການເສີມຂະຫຍາຍສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ແລະ ຊົມເຊີຍວັນສ້າງຕັ້ງແນວລາວສ້າງຊາດຢ່າງສຸດໃຈ, ຊົມເຊີຍວັນປະກາດໃຊ້ລັດຖະທາມະນູນແຫ່ງ ສປປ ລາວ ຢ່າງສຸດໃຈ.

ໃນໂອກາດນີ້, ສະຫາຍໄດ້ຮຽກຮ້ອງມາຍັງຄະນະພັກ-ຄະນະນຳ, ຄະນະກົມ, ສະມາຊິກພັກ, ພະນັກງານ-ລັດຖະກອນທັງໝົດຂອງກະຊວງການຕ່າງປະເທດ ຈົ່ງພ້ອມກັນເສີມຂະຫຍາຍມູນເຊື້ອອັນດີ ງາມຂອງພັກ ເປັນຕົ້ນແມ່ນບົດຮຽນການນໍາພາຂອງພັກ, ພ້ອມນັ້ນ ກໍພ້ອມກັນຖອດຖອນບົດຮຽນ ຈາກບັນດາຂໍ້ຂາດຕົກບົກພ່ອງໃນໄລຍະຜ່ານມາ ເພື່ອປັບປຸງປ່ຽນແປງການນໍາພາຂອງພັກໃນໄລຍະໃໝ່ໃຫ້ສອດຄ່ອງ, ພ້ອມກັນສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັ້ກແໜ້ນ ເພື່ອຮັກສາບົດບາດກໍາອໍານາດຂອງພັກ ແລະ ນໍາພາວຽກງານການຕ່າງປະເທດ ໄປສູ່ຈຸດໝາຍ.

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພະນັກງານຫຼັກແຫຼ່ງ ອົງການໄອຍະການປະຊາຊົນ ຍົກລະດັບວຽກງານໂຄສະນາ - ປາຖະກະຖາ

ພະນັກງານຫຼັກແຫຼ່ງ ອົງການໄອຍະການປະຊາຊົນ ຍົກລະດັບວຽກງານໂຄສະນາ - ປາຖະກະຖາ

ພິທີເປີດຝຶກອົບຮົມຄວາມຮູ້ພື້ນຖານວຽກງານໂຄສະນາ-ປາຖະກະຖາໃຫ້ແກ່ພະນັກງານຫຼັກແຫຼ່ງຂອງອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການທະຫານຂັ້ນສູງ, ອົງການໄອຍະການປະຊາຊົນພາກກາງ ແລະ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 16 ພະຈິກນີ້ ທີ່ອົງການໄອຍະການປະຊາຊົນພາກກາງ, ໂດຍການປະທານຂອງ ທ່ານ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ; ມີທ່ານ ບົວໄລ ພານຸວົງ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ມີຄະນະພັກ, ຄະນະນໍາ, ພະນັກງານຫຼັກ ແຫຼ່ງຂັ້ນກົມ, ຫ້ອງການ, ສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມໄອຍະການ ອົງການໄອຍະການປະຊາ ຊົນສູງສຸດ, ອົງການໄອຍະການທະຫານຂັ້ນສູງ, ອົງການໄອຍະການປະຊາຊົນພາກກາງ ແລະ ອົງການໄອຍະການປະຊາຊົນນະຄອນຫຼວງ ເຂົ້າຮ່ວມ 40 ​ສະຫາຍ.
ອັດຕະປື ສະຫຼຸບແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ ພ້ອມກຳນົດທິດທາງຕໍ່​ໜ້າ

ອັດຕະປື ສະຫຼຸບແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ ພ້ອມກຳນົດທິດທາງຕໍ່​ໜ້າ

ຄະນະຈັດຕັ້ງ ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025), ພ້ອມທັງວາງທິດທາງການສ້າງແຜນກຳນົດພະນັກງານໄລຍະ 5 ປີ (2026-2030), ໃນ​ວັນ​ທີ 16 ພະ​ຈິກ​ນີ້, ໂດຍເປັນກຽດເຂົ້າ ຮ່ວມຂອງ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີຄະນະນຳຄະນະຈັດຕັ້ງແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງການ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.
ເມືອງສາລະວັນ ເປີດຂະ​ບວນການຜະລິດລະດູແລ້ງ ສົກປີ 2026 - 2027

ເມືອງສາລະວັນ ເປີດຂະ​ບວນການຜະລິດລະດູແລ້ງ ສົກປີ 2026 - 2027

ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງສາລະວັນ ແຂວງ​ສາ​ລະ​ວັນຮ່ວມກັບຕາແສງບຶງໄຊ ຈັດພິທີເປີດຂະ​ບວນການຜະລິດລະດູແລ້ງ ສົກປີ 2026 – 2027, ໃນວັນທີ 13ພະຈິກຜ່ານ​ມາ, ທີ່ໂຄງການຊົນລະປະທານຝາຍນໍ້າລົ້ນ ບ້ານໜອງໜໍ້ ຕາແສງບຶງໄຊ,ໂດຍມີ ທ່ານ ສະໄໝ ໂພທິສານ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ບຸນສາ ຄ່ຽມມະນີຂັນໄຊ ປະທານຄະນະກຳມະການປົກຄອງເມືອງສາລະວັນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ສະຫວັນນະເຂດ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ

ສະຫວັນນະເຂດ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ

ແຂວງສະຫວັນນະເຂດ ຈັດກອງປະຊຸມສະຫຼຸບວຽກງານ ກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງ ໄລຍະ 5 ປີ (2022-2026) ແລະ ວາງທິດທາງແຜນການໃນ 5 ປີຕໍ່ໜ້າ ໃນວັນທີ 13 ພະຈິກ 2026 ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງສະຫວັນນະເຂດ,ມີພະແນກການ-ກົມກອງອ້ອມຂ້າງແຂວງ, ບັນດາເມືອງ-ນະຄອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄະນະກວດກາພັກ ແຂວງສາລະວັນ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ຄະນະກວດກາພັກ ແຂວງສາລະວັນ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ຄະນະກວດກາພັກອົງການກວດກາລັດ ແຂວງສາລະວັນ ດຳເນີນກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ,ໃນວັນທີ 12ພະຈິກຜ່ານ​ມາ,ທີ່ຫ້ອງປະຊຸມຂອງຕົນໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີ ທ່ານ ສົມສັກ ທົງຄໍາຫານ ຄະນະປະຈຳພັກແຂວງ, ປະທານຄະນະກວດກາພັກອົງການກວດກາລັດແຂວງ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງ;ມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເມືອງໝື່ນ ທໍາລາຍສິນຄ້າໝົດອາຍຸ-ເຊື່ອມຄຸນນະພາບ

ເມືອງໝື່ນ ທໍາລາຍສິນຄ້າໝົດອາຍຸ-ເຊື່ອມຄຸນນະພາບ

ຫ້ອງການອຸດສະຫະກໍາ ແລະ ການຄ້າ ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດພິທີທໍາລາຍສິນຄ້າເຊື່ອມຄຸນນະພາບ, ໝົດອາຍຸ ແລະ ນໍາເຂົ້າບໍ່ຖືກຕ້ອງ ໃນ​ວັນ​ທີ 13 ພະ​ຈິກ​ນີ້ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສຸພິດ ອິນທະໂພທອງ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີຄະນະສະເພາະກິດຕ້ານສະກັດກັ້ນການຄ້າຂາຍເຖື່ອນ-ຄ້າຂາຍນອກລະບົບຂັ້ນເມືອງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ເມືອງໂຂງ ສະຫຼອງ ວັນຊົນລະປະທານ ພ້ອມເປີດຂະບວນການຜະລິດລະດູແລ້ງ

ເມືອງໂຂງ ສະຫຼອງ ວັນຊົນລະປະທານ ພ້ອມເປີດຂະບວນການຜະລິດລະດູແລ້ງ

ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ (ວັນທີ 3 ພະຈິກ 2026) ແລະ ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ (ວັນທີ 11 ພະຈິກ 2026), ພ້ອມ​ທັງ​ເປີດ​ຂະ​ບວນ​ການ​ຜະ​ລິດ​ລະ​ດູ​ແລ້ງສົກ​ປີ 2026-2027, ໃນ​ວັນ​ທີ 13 ພະ​ຈິກ​ນີ້ທີ່ ບ້ານ​ຫ້ວຍຕາ​ແສງດອນ​ໂຂງ, ໂດຍ​ມີທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ມີພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ໄຊ​ສົມ​ບູນສຳເລັດກອງປະຊຸມວຽກງານກວດກາ ທົ່ວແຂວງ

ໄຊ​ສົມ​ບູນສຳເລັດກອງປະຊຸມວຽກງານກວດກາ ທົ່ວແຂວງ

ກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາ ທົ່ວແຂວງໄຊສົມບູນ 5 ປີ (2021-2025) ແລະວາງທິດທາງແຜນການ 5 ປີ (2026-2030) ໄດ້ປິດ​ລົງໃນວັນທີ 12 ພະຈິກຜ່ານ​ມາ, ທີ່ສະໂມສອນຂອງແຂວງ ໂດຍການເປັນທານຂອງ ສະຫາຍ ວັນໄຊ ພອງສະຫວັນກຳມະການກົມການເມືອງສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີສະຫາຍ ພອຍຄໍາ ຮຸ່ງບຸນຍວງກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ໃນລະຫວ່າງວັນທີ 12-13 ພະຈິກນີ້, ພະແນກວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ແຂວງອັດ ຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໄລຍະປີ 2021-2025 ແລະ ສ້າງແຜນກຳນົດພະນັກງານຊຸດໃໝ່ ໄລຍະປີ 2026-2030 ຂຶ້ນທີ່ຫ້ອງປະຊຸມຂອງພະແນກ, ເປັນກຽດເຂົ້າຮ່ວມຂອງທ່ານ ຄອນສະຫງ່າ ພິມມະສອນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີທ່ານ ບຸນປອນ ອ່ອນໄຊວຽງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ວທ ແຂວງ, ມີທ່ານ ສົມຫວັງ ນາມສີນາ ກຳມະການພັກແຂວງ ຮອງປະທານກວດກາພັກ-ອົງການກວດກາລັດແຂວງ ພ້ອມດ້ວຍຄະນະພະແນກ, ຄະນະຮັບຜິດຊອບວຽກງານຈັດຕັ້ງຂັ້ນແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງການ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ອົງການໄອຍະການປະຊາຊົນ ຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທຳ

ອົງການໄອຍະການປະຊາຊົນ ຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທຳ

ວັນທີ 11 ພະຈິກຜ່ານມາ, ທີ່ ອົງການໄອຍະການປະຊາຊົນແຂວງຄຳມ່ວນ ໄດ້ຈັດພິທີເປີດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງ ວຽກງານການດໍາເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ພະນັກງານອົງການໄອຍະການປະຊາຊົນ, ອົງການສືບສວນ-ສອບສວນ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງຄໍາມ່ວນ, ບໍລິຄໍາໄຊ ແລະ ແຂວງສະຫວັນນະເຂດ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ພອນທິບ ສາວະລີ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຫົວໜ້າອົງການໄອຍະການປະຊາຊົນແຂວງຄໍາມ່ວນ, ຄະນະຮັບຜິດຊອບຊຸດຝຶກອົບຮົມ, ວິທະຍາກອນ ທີ່ມາຈາກອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ