![]() |
ໃນກອງປະຊຸມໄດ້ຮັບຟັງ ແລະ ປຶກສາຫາລືໃນຫຼາຍຫົວຂໍ້ສໍາຄັນ ເປັນຕົ້ນ: ການລາຍງານສະພາບລວມຂອງອຸທິຍານທໍລະນີຫີນບູນ ແລະ ຂັ້ນຕອນໃນການປະກອບເອກະສານ ເພື່ອສະເໜີເຂົ້າເປັນອຸທິຍານທໍລະນີໂລກ ແຫ່ງອົງການຢູເນສໂກ (UNESCO Global Geoparks). ການນໍາສະເໜີລັກສະນະທາງດ້ານທໍລະນີສາດ ແລະ ຄວາມສໍາຄັນຂອງອຸທິຍານທໍລະນີຫີນບູນ, ແຜນການຄຸ້ມຄອງ ແລະ ການພັດທະນາອຸທິຍານທໍລະນີ ຫີນບູນ. ພ້ອມທັງປຶກສາຫາລື ເພື່ອກໍານົດພາລະບົດບາດ ແລະ ຂໍ້ກໍານົດຂອງຄະນະວິທະຍາສາດ ພາຍໃຕ້ຄະນະກໍາມາທິການອຸທິຍານທໍລະນີແຫ່ງຊາດ.
![]() |
ນອກຈາກນີ້, ກອງປະຊຸມຍັງໄດ້ເນັ້ນໃສ່ການຄົ້ນຄວ້າ ແລະ ປະເມີນຜົນຮອບດ້ານ ກ່ຽວກັບຄຸນຄ່າທາງທໍາມະຊາດ, ກະສິກໍາ, ວັດທະນະທໍາ ແລະ ປະຫວັດສາດ ຂອງອຸທິຍານທໍລະນີຫີນບູນເຊິ່ງໄດ້ຍົກໃຫ້ເຫັນວ່າ ທັດສະນີຍະພາບໃນພື້ນທີ່ອຸທິຍານທໍລະນີຫີນບູນ ເປັນຜົນຜະລິດທາງວັດທະນະທໍາທີ່ຜູກພັນກັບວິຖີຊີວິດຂອງປະຊາຊົນໃນຊຸມຊົນ, ທັງເປັນພື້ນຖານໃຫ້ແກ່ການສະໜັບສະໜູນນະໂຍບາຍການຈັດຜັງ ແລະ ການບໍລິຫານການທ່ອງທ່ຽວນິເວດ ໂດຍອາໄສການມີສ່ວນຮ່ວມຂອງຊາວບ້ານຢ່າງຍືນຍົງ.
ຈຸດທີ່ສໍາຄັນແມ່ນເພື່ອລາຍງານຜົນການຄົ້ນຄວ້າແຫຼ່ງບູຮານວິທະຍາ "ຖ້ຳຝາມື" ບໍລິເວນປະຕູທາງເຂົ້າອຸທິຍານທໍລະນີຫີນບູນ (ໃກ້ບ້ານຄູນເງິນ, ເມືອງຄູນຄໍາ), ພື້ນທີ່ດັ່ງກ່າວ, ເປັນຜາທໍາມະຊາດທີ່ຍັງຄົງປະດັບໄປດ້ວຍຮູບແຕ້ມບູຮານໄວ້ໄດ້ຢ່າງສົມບູນ, ຜົນການສັງເກດການພົບຮູບແຕ້ມເທິງໜ້າຜາຫີນຫຼາຍກວ່າ 285 ຮູບ (ຮູບຮອຍຝາມືປະທັບ ແລະ ສັນຍະລັກຕ່າງໆ) ທີ່ມີໂທນສີຫຼາກຫຼາຍ ເຊິ່ງເປັນຫຼັກຖານຢັ້ງຢືນທາງປະຫວັດສາດເຖິງການເຄື່ອນຍ້າຍ ແລະ ການແລກປ່ຽນທາງວັດທະນະທໍາໃນພູມິພາກຍຸກກ່ອນປະຫວັດສາດ.
![]() |
ກອງປະຊຸມຄັ້ງນີ້ ຖືເປັນກ້າວສໍາຄັນໃນການຮວບຮວມຂໍ້ມູນທາງວິທະຍາສາດ, ນັກວິຊາການ ແລະ ອົງກອນປົກຄອງທ້ອງຖິ່ນ ເພື່ອຮ່ວມກັນວາງທິດທາງໃນການຄຸ້ມຄອງ, ອະນຸລັກ ແລະ ພັດທະນາອຸທິຍານທໍລະນີຫີນບູນ ໃຫ້ເປັນມໍລະດົກທາງທໍາມະຊາດ ແລະ ວັດທະນະທໍາທີ່ຍືນຍົງຂອງແຂວງຄໍາມ່ວນ ແລະ ຂອງຊາດ ໃນອະນາຄົດ.
ຂ່າວ: ຄຳມ່ວນ



ຄໍາເຫັນ