![]() |
ສະຫາຍ ພັທ ຄໍາດີ ໄຊຍະວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄດ້ໃຫ້ກຽດຂຶ້ນຜ່ານລັດຖະດໍາລັດປະທານປະເທດ ສະບັບເລກທີ 326/ປປທ, ລົງວັນທີ 1 ທັນວາ 2025 ວ່າດ້ວຍການປະດັບຫຼຽນກາ ລະນຶກ 50 ປີ ວັນສະຖາປະນາ ສປປລາວ. ສໍາລັບກອງບັນຊາການ ປກສ ເມືອງເງິນ ມີບຸກຄົນທີມີຜົນງານຄຸນງານຄວາມດີໃນການປະກອບສ່ວນ ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນໄລຍະ 50 ປີທີ່ຜ່ານມາ ມີຈໍານວນ 51 ສະຫາຍ ຍິງ 7 ສະຫາຍ ແລະ ພະນັກງານບໍານານ 1 ສະຫາຍ.
![]() |
ໃນພິທີໄດ້ປະກາດການເລື່ອນຊັ້ນໃຫ້ພົນຕໍາຫຼວດ ໃນກໍາລັງປ້ອງກັນຄວາມສະຫງົບແຂວງ ຊຶ່ງປະກອບມີເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ຊັ້ນພັນຕີ 2 ສະຫາຍ, ເລື່ອນຊັ້ນຮ້ອຍຕີຂຶ້ນຊັ້ນຮ້ອຍໂທ 1 ສະຫາຍ ໃຫ້ກຽດປະ ດັບຫຼຽນຂອງສະຫາຍ ທອງພັນ ສຸກສະຫວັດ, ພ້ອມນັ້ນຜູ້ເຂົ້າຮ່ວມຍັງໄດ້ເຊື່ອມຊຶມເອກະສານສໍາຄັນຈໍານວນໜຶ່ງ. ຂ່າວ-ພາບ: ຄ.ອ.ມ ເມືອງເງິນ


ຄໍາເຫັນ