![]() |
ສະຫາຍ ພັນຕີ ວົງວິໄລ ວົງຊົມພູ ຫົວໜ້າພະແນກ ວສ-ປສ ການທະຫານ, ຜູ້ປະຈຳການ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳລວມ ແລະ ບັນດາອະນຸກຳມະການຂັ້ນຕ່າງໆ, ຜ່ານແຜນການດຳເນີນງານຂຽນປະຫວັດມູນເຊື້ອ ຂອງກອງບັນຊາການທະຫານແຂວງ ແລະ ແຜນການເຄື່ອນໄຫວ. ສຳລັບແຜນການ ຈະໄດ້ເຄື່ອນໄຫວເກັບກຳຂໍ້ມູນ ນຳພະນັກງານອາວຸໂສ, ບຳນານ, ອົງການຈັດຕັ້ງພັກ-ລັດ ແລະ ອົງການຈັດຕັ້ງມະຫາຊົນ, ພົນລະເຮືອນໃນທົ່ວແຂວງອັດຕະປື ແຕ່ປີ 1959-2025. ພາຍຫຼັງທີ່ໄດ້ຂໍ້ມູນທີ່ແນ່ນອນ, ຄົບຖ້ວນ ຈະໄດ້ນຳມາຂຽນ ແລະ ກວດແກ້ຕາມຂັ້ນຕອນ ເພື່ອຮຽບຮຽງໃຫ້ມີຄວາມຖືກຕ້ອງສອດຄ່ອງ ຈຶ່ງຈະມີການຈັດພິມເປັນປຶ້ມຈຳນວນ 500 ຫົວ. ຈາກນັ້ນ, ໄດ້ຜ່ານໂຄງຮ່າງການຂຽນບົດມູນເຊື້ອ ຂອງກອງບັນຊາການທະຫານແຂວງ ແລະ ບັນດາຄຳຖາມເຈາະຈິ້ມຕ່າງໆ.
![]() |
ໃນກອງປະຊຸມ ບັນດາຄະນະສະພາ ວສ-ປສ ໄດ້ຜັດປ່ຽນກັນແລກປ່ຽນຄຳຄິດເຫັນ ເພື່ອປະກອບໃສ່ໃນແຜນການໃຫ້ມີຄວາມສົມບູນຂຶ້ນຕື່ມ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດຂຽນບົດດັ່ງກ່າວໃຫ້ມີຜົນສຳເລັດຕາມແຜນການທີ່ວາງໄວ້. ໂດຍ: ສຸກສະໄໝ ນວນມະລິນ


ຄໍາເຫັນ