![]() |
ສະຫາຍ ພັນໂທ ສາຍພິນ ພັນທຸລິດ ຫົວໜ້າຂະແໜງອົບຮົມ ພະແນກເສນາທິການ ກອງພັນໃຫຍ່ 497 ກ່າວວ່າ: ການອົບຮົມ-ຫັດແອບໃນຄັ້ງນີ້ ກຳນົດເວລາທັງໝົດ 90 ວັນ, ອົບຮົມ-ຫັດແອບຕົວຈິງ 86 ວັນ, ມີກໍາລັງທະຫານໃໝ່ເຂົ້າຮ່ວມທັງໝົດ 17 ສະຫາຍ ຍິງ 1 ສະຫາຍ. ຜ່ານການຈັດຕັ້ງປະຕິບັດ ສາມາດຕີລາຄາຜົນໄດ້ຮັບຄື: ພາກການເມືອງ ຜົນໄດ້ຮັບ 93%, ພາກພະລາທິການ 87%, ພາກເຕັກນິກ 87%, ພາກການທະ ຫານ ປະກອບມີ: ພາກສິລະປະຍຸດ 81%, ຍຸດທະວິທີ 82%, ພາກວິຊາລວມ 93%, ພາກວິຊາລະບຽບ 88%.
![]() |
ຈາກນັ້ນ, ສະຫາຍ ພັນໂທ ຖາວອນ ພຸດທະວົງ ຫົວໜ້າຂະແໜງກຳລັງພົນ ພະແນກເສນາທິການ ກອງພັນໃຫຍ່ 497 ໄດ້ຜ່ານຂໍ້ຕົກລົງ ຂອງກອງພັນໃຫຍ່ 497 ວ່າດ້ວຍການອະນຸມັດມອບໃບຢັ້ງຢືນຊຸດອົບຮົມຂັ້ນພື້ນຖານໄລຍະ 3 ເດືອນໃຫ້ທະຫານໃໝ່ ຈຳນວນ 17 ສະຫາຍຢ່າງສົມກຽດ. ໂອກາດນີ້, ສະຫາຍ ພັນເອກ ທອງດຳ ດວງມາລາ ໄດ້ເນັ້ນໜັກຫຼາຍບັນຫາສໍາຄັນຕື່ມອີກ.
![]() |
ໂດຍ: ໄກສອນ ແກ້ວວົງສາ ; ພາບ: ພອນໄຊ ຜີແຕ່ງ



ຄໍາເຫັນ