![]() |
ທັງນີ້ ກໍເພື່ອເຮັດໃຫ້ການເປັນເສນາທິການໃນວຽກງານກະກຽມ ແລະ ຮັບໃຊ້ ໂດຍສະເພາະການເກັບກຳ ແລະ ສະໜອງຂໍ້ມູນຂ່າວສານແກ່ການນໍາສະພາແຫ່ງຊາດ ມີປະສິດທິພາບດີຂຶ້ນເລື້ອຍໆ ແລະ ສ້າງຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດ, ການປະສານງານວຽກງານດ້ານຕ່າງໆ; ຮັບຟັງບົດຮຽນການເປັນເລຂານຸການການນໍາ ແລະ ທັດສະນະຄຸນສົມບັດຂອງເລຂານຸການການນໍາ ລວມທັງແລກປ່ຽນຄຳຄິດຄຳເຫັນ ແລະ ສະເໜີວິທີການແກ້ໄຂບັນຫາຕ່າງໆ ໃນການປະຕິບັດວຽກງານຕົວຈິງຜ່ານມາ ຊຶ່ງມີທັງດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ທີ່ພາໃຫ້ການຈັດຕັ້ງປະຕິບັດວຽກງານບໍ່ທັນໄດ້ຮັບຜົນດີເທົ່າທີ່ຄວນ.
ກອງປະຊຸມໄດ້ຮັບຟັງການສະເໜີບົດຮຽນກ່ຽວກັບບຸກຄະລິກກະພາບຂອງເລຂານຸການການນໍາ ເຊັ່ນ: ມາລະຍາດໃນການສື່ສານ, ການປະສານງານ, ການນຸ່ງຖື, ການຕ້ອນຮັບແຂກທີ່ມາຂໍເຂົ້າພົບການນໍາ ແລະ ພິທີການ; ການເກັບກໍາ, ການຄຸ້ມຄອງ ແລະ ການຈໍລະຈອນເອກະສານພາຍໃນສະພາແຫ່ງຊາດ ເພື່ອສະໜອງໃຫ້ແກ່ການນໍາ; ບົດຮຽນໃນການຮ່າງເອກະສານທາງລັດຖະການ ເຊັ່ນ: ບົດສະຫຼຸບ, ບົດລາຍງານ, ແຜນການ ແລະ ບົດບັນທຶກ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ພ້ອມກັນສົນທະນາແລກປ່ຽນບົດຮຽນ, ປະສົບການຊຶ່ງກັນ ແລະ ກັນ ແລະ ໄດ້ມີການແບ່ງກຸ່ມເພື່ອຝຶກຫັດປະຕິບັດຕົວຈິງ.
![]() |
ທ່ານ ຄໍາສະໄໝ ສໍາມາວົງ ໄດ້ຕີລາຄາສູງຕໍ່ຜົນສໍາເລັດການຝຶກອົບຮົມ ທັງເນັ້ນໜັກໃຫ້ສືບຕໍ່ຝຶກຝົນຕົນເອງທາງດ້ານການເມືອງ-ແນວຄິດ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ປະຕິບັດລະບອບແບບແຜນວິທີເຮັດວຽກຕາມຫຼັກການ, ເອົາໃຈໃສ່ຍົກລະດັບຄວາມຮູ້ຮອບດ້ານ, ມີການປະສານງານ ແລະ ຮັກສາຄວາມລັບ.
(ຂ່າວ: ນ. ກຸກກິກ ບຸດດາໄຊ)


ຄໍາເຫັນ