ໃນນັ້ນ, ຈຳນວນຊາສົ່ງອອກໄປຍັງ ສະຫະລັດ ອາເມຣິກາ ສ້າງລາຍຮັບໄດ້ 7.64 ລ້ານໂດລາ, ເພີ່ມຂຶ້ນ 36.4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຄິດສະເລ່ຍຊາແຕ່ລະໂຕນສົ່ງອອກໄປຍັງຕະຫຼາດນີ້ບັນລຸປະມານ 1,649 ໂດລາ, ເພີ່ມຂຶ້ນເກືອບ 12% ເມື່ອທຽບໃສ່ປີກ່ອນ. ຕາມຂໍ້ມູນຈາກສູນການຄ້າສາກົນ (ITC), ໃນ 7 ເດືອນ, ລາຄາຊາຂຽວ ຫວຽດນາມ ທີ່ສົ່ງໄປຍັງ ສະຫະລັດ ອາເມລິກາ ບັນລຸ 3,016 ໂດລາ/ໂຕນ, ເພີ່ມຂຶ້ນກວ່າ 31% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ. ລາຄາຊາດຳກໍເພີ່ມຂຶ້ນ 13.4%, ເປັນ 1,737 ໂດລາ/ໂຕນ.
ກົມສົ່ງອອກ - ນໍາເຂົ້າ ກະຊວງອຸດສາຫະກຳ - ກາານຄ້າ ຫວຽດນາມ ໃຫ້ຮູ້ວ່າ: ຄວາມຕ້ອງການຊາ ອາດຈະເພີ່ມຂຶ້ນໃນໄຕມາດ IV ເມື່ອກ້າວເຂົ້າສູ່ໄລຍະບຸນ ແລະ ປີໃໝ່ຢູ່ບັນດາປະເທດອາຊີ, ຕາເວັນອອກກາງ ແລະ ອາເມລິກາເໜືອ. ຄາດວ່າ, ລາຄາສົ່ງອອກຈະຮັກສາລະດັບສູງ, ໃນຂະນະທີ່ການປຸງແຕ່ງຊາ, ຊາພິເສດ ແລະ ຜະລິດຕະພັນມີເຄື່ອງໝາຍການຄ້າອາດຈະສືບຕໍ່ປະກອບສ່ວນເຂົ້າໃນມູນຄ່າການສົ່ງອອກ.
ຄໍາເຫັນ