![]() |
ສະຫາຍ ພັນໂທ ຄຳພັນ ດາລາສັກ ຮອງຫົວໜ້າຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ສະຫຼຸບຂະບວນການຂໍ້ແຂ່ງຂັນໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ຍົກໃຫ້ເຫັນຫຼາຍດ້ານທີ່ມີຜົນສໍາເລັດອັນພົ້ນເດັ່ນ ແລະ ບາງບັນຫາທີ່ຈະຕ້ອງໄດ້ປັບປຸງແກ້ໄຂ້ ໃນການກໍ່ສ້າງກົມກອງ 3 ປອດ ຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ການກໍ່ສ້າງນັກຮົບ ແລະ ກອງວັດທະນະທໍາ, ການສ້າງໜ່ວຍຊາວໜຸ່ມ 4 ບຸກ. ຈາກນັ້ນ, ຕາງໜ້າບັນດາພະແນກການ ແລະ ກອງຮ້ອຍທະຫານຊາຍແດນ ທີ່ຂຶ້ນກັບຫ້ອງທະຫານຊາຍແດນໄດ້ຈັບມືຮັບເອົາຂໍ້ແຂ່ງຂັນກັນປະຈຳປີ 2026 ໄປຈັດຕັ້ງປະຕິບັດ.
![]() |
ໂອກາດນີ້, ປະທານກອງປະຊຸມ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ສືບຕໍ່ເພີ່ມທະວີເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບມີຄຸນສົມບັດສິນທຳປະຕິວັດ, ມີຄວາມຈົງຮັກພັກດີ, ມີສະຕິຕໍ່ການຈັດຕັ້ງຢ່າງເຂັ້ມງວດ, ເຊີດຊູຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນ, ຫັນລົງກໍ່ສ້າງຮາກຖານການ ເມືອງໃຫ້ມີປະສິດທິຜົນ, ຕິດຕາມກວດກາສະພາບ, ຈຸດຂ້າມລອຍ ກຸ່ມຄົນບໍ່ຫວັງດີ, ເຂົ້າ-ອອກເມືອງຜິດກົດ ໝາຍ ເພື່ອເຮັດໃຫ້ສະພາບເຂດກົມກອງຂອງຕົນຮັບຜິດຊອບ ມີຄວາມສະຫງົບປອດໄພໂດຍພື້ນຖານ, ປັບປຸງກໍ່ສ້າງ ແລະ ພັດທະນາກົມກອງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ. ໂດຍ: ພຸດສາຄອນ ພັນມີໄຊ, ພາບ: ນີ່ ທຳມະວົງ


ຄໍາເຫັນ