![]() |
ການຝຶກອົບຮົມໃນຄັ້ງນີ້ ໄດ້ຮຽນຮູ້ກ່ຽວກັບບັນຫາພື້ນຖານວຽກງານຫາງສຽງສັງຄົມ,ການເກັບກຳ,ຕິດຕາມແລະນຳໃຊ້ຫາງສຽງສັງຄົມ,ຕາໜ່າງເພື່ອນຮ່ວມງານ,ວຽກງານຄົ້ນຄ້ວາສັງລວມ,ບາງບົດຮຽນກ່ຽວກັບເນື້ອໃນຂ່າວ,ຂັ້ນຕອນການຖະແຫຼງຂ່າວ,ຈຸດປະສົງ ແລະ ເນື້ອໃນສຳຄັນຂອງຊຸດຝຶກອົບຮົມແມ່ນເພື່ອເນັ້ນໃສ່ການຍົກລະດັບ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ເຈົ້າໜ້າທີ່ໃນການເກັບກຳ, ສະຫຼຸບ, ສັງລວມ ແລະ ວິເຄາະຂໍ້ມູນຫາງສຽງສັງຄົມຢ່າງມີວິທະຍາສາດ, ເພື່ອໃຫ້ສາມາດຕິດຕາມ, ສະທ້ອນ ແລະ ລາຍງານສະພາບແນວຄິດ, ຄວາມຄິດເຫັນຂອງປະຊາຊົນຕໍ່ກັບນະໂຍບາຍ ແລະ ສະພາບການຕ່າງໆ, ແນໃສ່ໃຫ້ຜູ້ເຂົ້າຮ່ວມນຳເອົາຄວາມຮູ້, ທັກສະທີ່ໄດ້ຮັບຈາກການຝຶກອົບຮົມໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງຢູ່ອົງການແລະທ້ອງຖິ່ນຂອງຕົນໃຫ້ມີປະສິດທິພາບສູງຂຶ້ນ.
![]() |
ທ່ານ ຄຳພັນ ພັນທະວົງ ໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມທຸກທ່ານຈົ່ງໄດ້ຍົກສູງຄວາມຮັບຜິດຊອບ, ນຳເອົາບົດຮຽນ ແລະ ເຕັກນິກການສັງລວມຫາງສຽງສັງຄົມທີ່ໄດ້ຮຽນຮູ້ໃນຄັ້ງນີ້, ໄປໝູນໃຊ້ເຂົ້າໃນວຽກງານເພື່ອເປັນເສນາທິການໃຫ້ແກ່ຄະນະພັກ, ອົງການປົກຄອງເມືອງ ເພື່ອຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສາມາດແກ້ໄຂບັນຫາທີ່ສັງຄົມໃຫ້ຄວາມສົນໃຈໄດ້ຢ່າງຖືກຕ້ອງ ແລະ ເໝາະສົມ.
ຂ່າວ-ພາບ:ສາຍຄຳບຸນຍາວົງ


ຄໍາເຫັນ