![]() |
ສໍາລັບການແຂ່ງຂັນກິລາດອກປີກໄກ່ຮອບຊີງຊະນະເລີດປະເພດຊາຍດ່ຽວ ເປັນການພົບກັນລະຫວ່າງ ກຸນລະວຸດ ວິທິດສັນ ຈາກໄທ ລົງສະໜາມພົບກັບ ໂລກຽນຢິວ ຈາກສິງກະໂປ ຜົນປາກົດວ່າ ກຸນລະວຸດ ວິທິດສັນ ເອົາຊະນະໄປ 2-0 ເກມ ດ້ວຍຄະແນນ 21 – 12 ແລະ 21 – 16 ສົ່ງຜົນໃຫ້ໄທ ຄ້ວາຽນຄຳ, ຫຼຽນເງິນເປັນຂອງສິງກະໂປ. ສ່ວນຫຼຽນທອງເປັນຂອງນັກກິລາຈາກອິນໂດເນເຊຍ ແລະ ສ ເກົາຫຼີ. ປະເພດຊາຍຄູ່, ຫຼຽນຄຳ ອິນໂດເນເຊຍ, ຫຼຽນເງິນຈີນ, ຫຼຽທອງເປັນຂອງ ສເກົາຫຼີ ແລະ ອິນໂດເນເຊຍ.
ການແຂ່ງຂັນເປັນມື້ທີ 11 ໃນເອຊຽນເກມ ຄັ້ງທີ 20, ທີ່ໄອຈິ-ນາໂກຢ່າ, ທີມຊາດຈີນ ຍັງຄອງຄວາມຍິ່ງໃຫຍ່ເປັນເຈົ້າຫຼຽນຄຳ ໂດຍໄດ້ໄປແລ້ວ 147 ຫຼຽນຄຳ, 63 ຫຼຽນເງິນ, 53 ຫຼຽນທອງ ລວມທັງໝົດເປັນ 263 ຫຼຽນ, ເຈົ້າພາບຍີ່ປຸ່ນ 45 ຫຼຽນຄຳ, 74 ຫຼຽນເງິນ, 70 ຫຼຽນທອງ ລວມເປັນ 189 ຫຼຽນ, ສ ເກົາຫຼີ 24 ຫຼຽນຄຳ, 28 ຫຼຽນເງິນ ແລະ 47 ຫຼຽນທອງ ລວມເປັນ 99 ຫຼຽນ., ອັນດັບ 4 ອຸສະເບກິສຖານ 14 ຫຼຽນຄຳ, 17 ຫຼຽນເງິນ, 17 ຫຼຽນທອງ ລວມເປັນ 48 ຫຼຽນ.
![]() |


ຄໍາເຫັນ