ຂະແໜງການສຶກສາໄດ້ມີການເຄື່ອນໄຫວຫຼາຍດ້ານທີ່ຕັ້ງໜ້າເລີ່ມແຕ່ຊັ້ນການສຶກສາກ່ອນໄວຮຽນ, ການສຶກສາສາມັນ, ອະຊີວະສຶກສາ ແລະ ການສຶກສາຂັ້ນສູຸງໄດ້ມີການຫັນປ່ຽນໃໝ່ໄປສູ່ຄຸນນະພາບຫຼາຍຂຶ້ນກວ່າເກົ່າເປັນຕົ້ນ: ໄດ້ພັດທະນາ, ປັບປຸງຄູ່ມືແນະນໍາການຈັດຕັ້ງປະຕິບັດຫ້ອງກຽມປະຖົມ, ກຸ່ມຮຽນຜ່ານການຫຼິ້ນ, ກຸ່ມພັດທະນາເດັກໃນຊຸມຊົມ ແລະ ເຄື່ອງມືຕິດຕາມຫ້ອງກຽມປະຖົມ ຊຶ່ງມີຈຳນວນນັກຮຽນຊັ້ນອະນຸບານທັງໝົດ 250,113 ຄົນ, ຊັ້ນປະຖົມ 739,554 ຄົນ, ຊັ້ນມັດທະຍົມຕົ້ນ 378,457 ຄົນ, ຊັ້ນມັດທະຍົມປາຍ 144,050 ຄົນ,ໄດ້ພັດທະນາຫຼັກສູດ ແລະ ແບບຮຽນສາມັນວິຊາຊີບໃນ 11 ສາຂາອາຊີບເຊັ່ນ: ເສີມສວຍ, ສ້ອມແປງ ແລະ ຕິດຕັ້ງໄຟຟ້າ, ສ້ອມແປງເຄື່ອງເຢັນ, ແປຮູບຜະລິດຕະພັນກະສິກໍາຂັ້ນພື້ນຖານ, ສ້ອມແປງລົດຈັກໄຟຟ້າ, ປຸງແຕ່ງອາຫານ, ຄອມພິວເຕີພື້ນຖານ, ປູກຝັງ, ຕັດຫຍິບ ແລະ ສ້ອມແປງລົດຈັກ. ປີ 2025 ມີນັກຮຽນສາຍອະຊີວະສຶກສາທັງພາກລັດ ແລະ ເອກະຊົນທັງໝົດ 19,774 ຄົນ, ວຽກງານສ້າງຄູອັນພົ້ນເດັ່ນແມ່ນໄດ້ຈັດຊຸດຝຶກອົບຮົມວິຊາຄູຊັ້ນປະຖົມໃຫ້ພະນັກງານ-ນັກຮົບເພື່ອໄປຊ່ວຍສອນຢູ່ໂຮງຮຽນປະຖົມເຂດຫ່າງໄກສອກຫຼີກຈຳນວນ 4 ຊຸດມີຜູ້ເຂົ້າຮ່ວມທັງໝົດ 365 ຄົນ, ການສຶກສາຊັ້ນສູງໄດ້ມີການປັບປຸງຫຼັກສູດການຮຽນ-ການສອນຄືນໃໝ່ຈໍານວນ 27 ຫຼັກສູດ, ມີນັກສຶກສາທັງພາກລັດ ແລະ ເອກະຊົນທັງໝົດ 37,493 ຄົນ. ນອກຈາກນັ້ນແລ້ວຍັງໄດ້ອະນຸມັດຕໍາແໜ່ງວິຊາການຄູຈຳນວນ 31 ຄົນ (ຂັ້ນສາດສະດາຈານ 2 ຄົນ, ຮອງສາດສະດາຈານ 29 ຄົນ)
ໃນນັ້ນ, ວຽກງານການຄຸ້ມຄອງ-ບໍລິຫານຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ກໍໄດ້ມີການຫັນປ່ຽນຢ່າງຊັດເຈນ, ໜັກແໜ້ນ ແລະ ພົ້້ນເດັ່ນ ເປັນຕົ້ນສໍາເລັດການປັບປຸງກາສັນຍາລັກ (ໂລໂກ້) ຂອງກະຊວງສຶກສາທິການ ແລະ ກິລາ ຈາກອັນເກົ່າມາເປັນອັນໃໝ່ທີ່ມີເນຶ້ອໃນກວມເອົາ 3 ຂະແໜງການໄດ້ແກ່: ການສຶກສາ,ວິທະຍາສາດ ແລະ ການກິລາ ພ້ອມທັງມີລັກສະນະຊາດ, ປ່ຽນຊື່ເອີ່ນຕໍາແໜ່ງບໍລິຫານໃນການສຶກສາຊັ້ນສູງຈາກຄໍາວ່າອະທິການບໍດີມາເປັນຜູ້ອໍານວຍການໃຫຍ່ໃນມະຫາວິທະຍາໄລແຫ່ງຊາດ ແລະ ຜູ້ອໍານວຍການໃນມະຫາວິທະຍາໄລລະດັບທ້ອງຖິ່ນ, ປ່ຽນຊື່ຄະນະບໍດີມາເປັນຫົວໜ້າຄະນະວິຊາໃຫ້ສອດຄ່ອງກັບສະພາບການຄຸ້ມຄອງ-ບໍລິຫານຕົວຈິງ, ໄດ້ຄົ້ນຄວ້າການປະຕິຮູບການສຶກສາໃນສາຍສາມັນສຶກສາຈາກລະບົບ 5+4+3 ເປັນ 6+3+3ພ້ອມທັງໄດ້ແກ້ໄຂບັນຫາຄູອາສາສະໝັກຈໍານວນ 4 ພັນກວ່າຄົນ ໄດ້ສໍາເລັດໂດຍພື້ນຖານ ແລະ ຈັດຕັ້ງຜັນຂະຫຍາຍດໍາລັດວ່າດ້ວຍລັດຖະກອນຄູມາດຕາ 13 ວ່າດ້ວຍການທົດແທນຄູທີ່ສູນເສຍໃນ 7 ຮູບແບບ. ອັນສໍາຄັນແມ່ນໄດ້ສໍາເລັດການຫັນປ່ຽນໂຄງສ້າງເງິນເດືອນຈາກລັດຖະກອນຄູມາເປັນໂຄງສ້າງເງິນເດືອນບໍລິຫານເພື່ອກະກຽມຍົກລະດັບເງິນເດືອນ, ເງິນອຸດໜູນຄູຕາມໂຄງສ້າງໃໝ່ທີ່ກະຊວງການເງິນໄດ້ກໍານົດ ແລະ ຈັດຕັ້ງປະຕິບັດໃນເດືອນ 1 ປີ 2026 ນີ້.
ສຳລັບທິດທາງ, ແຜນການ ແລະ ວຽກງານຈຸດສຸມຈຳນວນໜຶ່ງໃນປີ 2026, ສືບຕໍ່ປັບປຸງກົງຈັກການຕັ້ງແລະ ການກໍານົດຕໍາແໜ່ງບໍລິຫານພາຍໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາໃຫ້ສໍາເລັດຕາມທິດກະທັດຮັດ ແລະ ມີປະສິດທະພາບສູງ, ສຸມໃສ່ການປະຕິຮູບລະບົບການສຶກສາຈາກ 5+4+3 ເປັນ 6+3+3 ໃຫ້ສໍາເລັດຕາມແຜນທີ່ກໍານົດໄວ້. ນອກຈາກນີ້ຕ້ອງໄດ້ສຸມໃສ່ແກ້ໄຂບັນຫາຫ້ອງຄວບໃຫ້ຫຼຸດລົງຈົນກ້າວໄປເຖິງບໍ່ມີຫ້ອງຄວບ, ປັບປຸງສະຖານການສຶກສາຕາມທິດຍົກລະດັບເປັນສະຖາບັນການສຶກສາຄູພາກກາງ, ພາກເໜືອ ແລະ ພາກໃຕ້, ປັບປຸງໂຮງຮຽນກິນນອນຊົນເຜົ່າໃຫ້ທົ່ວເຖິງ ແລະ ມີຄຸນນະພາບຫຼາຍຂຶ້ນ, ສະຫຼຸບຖອດຖອນບົດຮຽນໂຮງຮຽນທີ່ໄດ້ 2 ໃບປະກາດ (ສາມັນ ແລະ ວິຊາຊີບ), ການຮຽນການສອນໃນສະຖາບັນການສຶກສາຂັ້ນສູງ ແລະ ການຄຸ້ມຄອງໂຮງຮຽນເອກະຊົນໃນທົ່ວປະເທດໃຫ້ເປັນຮູບປະທໍາ, ເອົາໃຈໃສ່ກະກຽມຄວາມພ້ອມໃນການສ້າງມະຫາວິທະຍາໄລມິດຕະພາບລາວ-ຫວຽດນາມ, ພ້ອມທັງຄົ້ນຄວ້າການເອົາຫຼັກສູດພາສາຫວຽດນາມເຂົ້າໃນລະບົບການສຶກສາລາວ ແລະ ເອົາຫຼັກສູດສອນພາສາລາວເຂົ້າໃນຫຼັກສູດການສຶກສາຫວຽດນາມທີ່ຈະເລີ່ມສິດສອນໃນບັນດາໂຮງຮຽນລຽບຕາມຊາຍແດນຂອງ 2 ປະເທດ, ກຽມພ້ອມຮອບດ້ານໃຫ້ແກ່ການເປັນເຈົ້າພາບກອງປະຊຸມລັດຖະມົນຕີວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນຄັ້ງທີ 22, ກອງປະຊຸມເຈົ້າໜ້າທີ່ອາວຸໂສຄັ້ງທີ 89 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງໃນລະຫວ່າງວັນທີ 24-26 ມິຖຸນາ 2026 ທີ່ນະຄອນຫຼວງວຽງຈັນ ຄຽງຄູ່ກັບການປັບປຸງຄຸນນະພາບຂອງການຄົ້ນຄວ້າວິທະຍາສາດ, ຫ້ອງທົດລອງເພື່ອຕອບສະໜອງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ຫັນທິດການຄົ້ນຄວ້າວິທະຍາສາດ ຕາມທິດສ້າງເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແລະ ທ່າແຮງໄດ້ປຽບຂອງ ສປປ ລາວ, ສືບຕໍ່ປັບປຸງນິຕິກໍາວຽກງານກິລາກາຍຍະກໍາ, ປະຕິບັດໂຄງການປັບປຸງສະໜາມກິລາເຈົ້າອານຸວົງໃຫ້ສໍາເລັດຕາມແຜນການທີ່ວາງໄວ້, ກະກຽມຄວາມພ້ອມເພື່ອເຂົ້າຮ່ວມງານມະຫະກໍາກິລາເອຊຽນເກມຄັ້ງທີ 20 ທີ່ເມືອງໄອຈິ ແລະ ເມືອງນາໂກຢາ ປະເທດຍີ່ປຸ່ນ ແລະ ກິລານັກຮຽນອາຊຽນຄັ້ງທີ 15 ໃນປີ 2026 ທີ່ປະເທດອິນໂດເນເຊຍ. ນອນຈາກນີ້, ຍັງຈະຕ້ອງໄດ້ກຳນົດແຜນການໃນການພັດທະນາວຽກງານກິລາ-ກາຍຍະກໍາເພື່ອຮອງຮັບການເປັນເຈົ້າພາບງານມະຫະກໍາກິລາອາຊີຕາເວັນອອກສ່ຽງໃຕ້ (ຊີເກມ) ທີ່ ສປປ ລາວ ຈະເປັນເຈົ້າພາບໃນປີ 2031.
(ຂ່າວ-ພາບ: ສຳນານ)
ຄໍາເຫັນ