ບ້ານນາທານກ້ວຍ ເປີດຂະບວນການກໍ່ສ້າງທາງເບຕົງເຂົ້າບ້ານ ໄລຍະທຳອິດ

ບ້ານນາທານກ້ວຍ ເປີດຂະບວນການກໍ່ສ້າງທາງເບຕົງເຂົ້າບ້ານ ໄລຍະທຳອິດ

ບ້ານນາທານກ້ວຍ ເປີດຂະບວນການກໍ່ສ້າງທາງເບຕົງເຂົ້າບ້ານ ໄລຍະທຳອິດ
ອົງການປົກຄອງເມືອງສາລະວັນ ແຂວງສາລະວັນ ແລະ ຊາວບ້ານນາທານກ້ວຍ ໄດ້ເລີ່ມລົງມືດໍາເນີນການກໍ່ສ້າງທາງເບຕົງເສີມເຫຼັກ ເສັ້ນທາງເຂົ້າບ້ານ. ເລີ່ມຈາກຈຸດທີ່ມີຄວາມເປ່ເພ, ຫຍຸ້ງຍາກ ໂດຍການມີສ່ວນຮ່ວມຂອງຊຸມຊົນ ແລະ ທຸກພາກສ່ວນໃນສັງຄົມ ເພື່ອຟື້ນຟູ, ປັບປຸງ ແລະ ແກ້ໄຂເສັ້ນທາງເຂົ້າບ້ານ ໃຫ້ສາມາດສັນຈອນໄປມາ, ສະດວກຂຶ້ນ ແລະ ສະອາດສວຍງາມ. ບ້ານນາທານກ້ວຍ ຫ່າງຈາກເທດສະບານເມືອງສາລະວັນ 13 ກິໂລແມັດ, ມີພົນລະເມືອງທັງໝົດ 749 ຄົນ, ມີ 121 ຫຼັງຄາເຮືອນ, ມີ 177 ຄອບຄົວ, ປະຊາຊົນສ່ວນຫຼາຍ ແມ່ນເຮັດນາປູກເຂົ້າ, ຖືເອົາການລ້ຽງສັດ ແລະ ປູກພືດກະສິກຳເປັນອາຊີບສໍາຮອງ. ສໍາລັບເສັ້ນທາງເຂົ້າບ້ານ ຍາວ 2.5 ກິໂລແມັດ ເລີ່ມຈາກທາງເລກ 20.
ບານນາທານກວຍ ເປດຂະບວນການກສາງທາງເບຕງເຂາບານ ໄລຍະທຳອດ - image 1
 

ນາຍບ້ານໆນາທານກ້ວຍ ໄດ້ລາຍງານກ່ຽວກັບການກະກຽມໃນການສ້ອມແປງເສັ້ນທາງທີ່ເປ່ເພ ແລະ ກໍ່ສ້າງທາງເບຕົງວ່າ: ຍ້ອນສະພາບເສັ້ນທາງເຂົ້າບ້ານ ມີຄວາມຫຍຸ້ງຍາກ ແລະ ມັກເກີດນ້ຳຖ້ວມ ເຮັດໃຫ້ການສັນຈອນໄປ-ມາມີຄວາມລຳບາກ. ອົງການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານ ໄດ້ມີຄວາມເປັນເອກະພາບສົມທົບທຶນຮອນ, ແຮງງານ ເຂົ້າໃນການກໍ່ສ້າງເສັ້ນທາງເບຕົງ, ໂດຍໄດ້ຮັບການຊີ້ນໍາຈາກຄະນະນໍາຂອງເມືອງ ແລະ ຫ້ອງການກ່ຽວຂ້ອງ ສົມທົບຄິດໄລ່ແຜນງົບປະມານນຳໃຊ້, ມາດຖານການກໍ່ສ້າງ, ຕາມແຜນຄາດຄະເນຈະກໍ່ສ້າງ ມີລວງຍາວທັງໝົດ 800 ແມັດ ມີມູນຄ່າເກືອບ 2 ຕື້ກີບ, ຄາດໝາຍຈັດຕັ້ງປະຕິບັດ 5 ປີ ນັບແຕ່ປີ 2026 ເປັນຕົ້ນໄປ.

ບານນາທານກວຍ ເປດຂະບວນການກສາງທາງເບຕງເຂາບານ ໄລຍະທຳອດ - image 2
 

ໃນໄລຍະເລີ່ມຕົ້ນນີ້ ໄດ້ກໍານົດເອົາຈຸດໜ້າໂຮງຮຽນປະຖົມບ້ານນາທານກ້ວຍ ໄລຍະ 100 ແມັດ, ຄາດຄະເນມູນຄ່າ ປະມານ 200 ລ້ານກີບ, ຊຶ່ງໄດ້ໃຊ້ແຮງງານຄວາມສາມັກຄີຂອງປະຊາຊົນ ເພື່ອແກ້ໄຂ ແລະ ຮັບປະກັນສາມາດໄປ-ມາໄດ້ ໃນເວລາຝົນຕົກ, ນ້ຳຖ້ວມ. ນອກນັ້ນ, ກໍໄດ້ໝູນໃຊ້ຫີນກ້ອນໃຫຍ່ຕາມລຳຫ້ວຍເພື່ອສ້າງກັນເຈື່ອນປະມານ 100 ແມັດກ້ອນ, ປະຊາຊົນພາຍໃນບ້ານ ກໍໄດ້ຕັ້ງໜ້າປະກອບສ່ວນໃນແຕ່ລະຫຼັງຄາເຮືອນ ຕາມເງື່ອນໄຂທີ່ໄດ້ເອກະພາບກັນ ໄດ້ທັງໝົດຈຳນວນ 52 ລ້ານກວ່າກີບ 

ພິທີດັ່ງກ່າວໄດ້ຈັດຂຶ້ນ ໃນວັນທີ 30 ມັງກອນຜ່ານມາ, ທີ່ຈຸດກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ບ້ານນາທານກ້ວຍ ໂດຍການເຂົ້າຮ່ວມຂອງ ທ່ານ ສະໄໝ ໂພທິສານ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ບຸນສາ ຄ່ຽມມະນີຂັນໄຊ ປະທານຄະນະກຳມະການປົກຄອງເມືອງ, ມີການນໍາຂອງແຂວງ, ເມືອງ, ພະແນກການ, ອົງການທຽບເທົ່າອ້ອມຂ້າງແຂວງ, ເມືອງ ຕະຫຼອດຮອດ ປະຊາຊົນພາຍໃນບ້ານ ແລະ ພາກສ່ວນໃຫ້ການອຸປະຖໍາ ເຂົ້າຮ່ວມ.

ບານນາທານກວຍ ເປດຂະບວນການກສາງທາງເບຕງເຂາບານ ໄລຍະທຳອດ - image 3
 

ໂອກາດນີ້, ທ່ານ ສະໄໝ ໂພທິສານ ກໍໄດ້ມອບເງິນຈຳນວນ 16 ລ້ານກວ່າກີບ, ພ້ອມດ້ວຍພາກສ່ວນຈາກພະແນກການ, ອົງການທຽບເທົ່າອ້ອມຂ້າງແຂວງ, ຫ້ອງການອ້ອມຂ້າງເມືອງ ແລະ ພາກສ່ວນທຸລະກິດ ກໍໄດ້ປະກອບສ່ວນ ເຂົ້າໃນການກໍ່ສ້າງທາງເບຕົງ ບ້ານນາທານກ້ວຍ.

(ພາບ-ຂ່າວ: ວິໄລວອນ ສິດທິໄຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເສີມຂະຫຍາຍມູນເຊື້ອສາມັກຄີ ເຕົ້າໂຮມກໍາລັງແຮງສັງລວມທົ່ວປວງຊົນລາວທັງຊາດ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ຮຸ່ງເຮືອງສີວິໄລ  (ເນື່ອງໃນໂອກາດ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ)

ເສີມຂະຫຍາຍມູນເຊື້ອສາມັກຄີ ເຕົ້າໂຮມກໍາລັງແຮງສັງລວມທົ່ວປວງຊົນລາວທັງຊາດ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ຮຸ່ງເຮືອງສີວິໄລ (ເນື່ອງໃນໂອກາດ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ)

ຫວນຄືນກ່ອນນີ້ 76 ປີ ຄືວັນທີ 13 ສິງຫາ 1950 ໃນກອງປະຊຸມໃຫຍ່ຜູ້ແທນແນວລາວຕໍ່ຕ້ານທົ່ວປະເທດ ທີ່ມີຜູ້ແທນເຂົ້າຮວ່ມທັງໝົດ 105 ທ່ານ. ທີ່ເປັນຕົວແທນຂອງກຳລັງປະກອບອາວຸດທຸກພາກ, ຕົວແທນບັນດາເຜົ່າ, ຊັ້ນຄົນ, ບັນດາອົງການຈັດຕັ້ງສັງຄົມ, ສາສະໜາ ເພດ-ໄວ ຈາກເຂດຕໍ່ຕ້ານ ແລະ ເຂດກວດກາຂອງຂອງສັດຕູໃນທົ່ວປະເທດ ໄດ້ເຫັນດີເປັນເອກະສັນ ປະກາດສ້າງຕັ້ງແນວໂຮມແຫ່ງຊາດໂດຍໃຫ້ຊື່ວ່າ: “ແນວລາວອິດສະຫຼະ” ປະກອບມີຄະນະກຳມະການແນວລາວອິດສະຫຼະ ຈຳນວນ 15 ທ່ານ ໂດຍແມ່ນ ສະເດັດ ເຈົ້າສຸພານຸວົງ ເປັນປະທານແນວລາວອິດສະຫຼະ.
ຄວາມຮູ້ສຶກ ຂອງທ່ານ ສົມຫວັງ ພິມມະວົງ ຕໍ່ການຈາກໄປຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ

ຄວາມຮູ້ສຶກ ຂອງທ່ານ ສົມຫວັງ ພິມມະວົງ ຕໍ່ການຈາກໄປຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ

ຕໍ່ການຈາກໄປຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ໃນວັນທີ 8 ສິງຫາ ຜ່ານມາ, ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ສະແດງຄວາມຮູ້ສຶກວ່າ: ການຈາກໄປຂອງເພິ່ນ ຖືເປັນການສູນເສຍອັນໃຫຍ່ຫຼວງຕໍ່ພັກ, ລັດ, ສະພາແຫ່ງຊາດ, ປະຊາຊົນລາວທັງຊາດ ກໍຄືຄອບຄົວ ແລະ ຍາດຕິພີ່ນ້ອງຂອງເພິ່ນ.
ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ເຄື່ອນໄຫວເຮັດວຽກ ຢູ່ກອງພົນທີ 2

ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ເຄື່ອນໄຫວເຮັດວຽກ ຢູ່ກອງພົນທີ 2

ໃນລະຫວ່າງວັນທີ 10-11 ສິງຫາ 2026 ນີ້, ສະຫາຍ ພົນຈັດຕະວາ ຄໍາແປງ ບົວລະບັດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກ ຢູ່ກອງພົນທີ 2, ຊຶ່ງມີສະຫາຍ ພັນເອກ ສອນເພັດ ຈັນສົມ ຫົວໜ້າການທະຫານ ກອງພົນທີ 2 ພ້ອມດ້ວຍຄະນະພັກ-ຄະນະບັນຊາກອງພົນ, ຄະນະຫ້ອງ, ພະແນກການທີ່ຂ້ອງ ແລະ ກົມກອງເຫຼົ່າຮົບເຂົ້າຮ່ວມ.
ຍທຂ ແຂວງບໍລິຄຳໄຊ ເລັ່ງແກ້ໄຂເສັ້ນທາງຫຼວງ ແລະ ທາງທ້ອງຖິ່ນ ທີ່ໄດ້ຮັບຜົນກະທົບ  ຈາກໄພພິບັດທຳມະຊາດ

ຍທຂ ແຂວງບໍລິຄຳໄຊ ເລັ່ງແກ້ໄຂເສັ້ນທາງຫຼວງ ແລະ ທາງທ້ອງຖິ່ນ ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດທຳມະຊາດ

ໃນວັນທີ 11 ສິງຫາ 206 ນີ້,ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ(ຍທຂ) ພ້ອມຄະນະໄດ້ລົງຕິດຕາມເສັ້ນທາງຫຼວງແຫ່ງຊາດເລກ 8A ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ ໂດຍມີທ່ານ ບຸນລ້ຽງ ດວງສະເພົາທອງ ຮອງປະທານຄະນະກຳມະການປົກຄອງແຂວງ ບໍລິຄຳໄຊ ມີຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ແລະ ຂະແໜງການທີ່ກ່ຽວຂ້ອງ 2 ແຂວງຮ່ວມລົງຊຕິດຕາມ.
ບໍລິສັດ ພີພີເອັສທີ ກໍ່ສ້າງຂົວ-ທາງ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ເມືອງຍົມມະລາດ

ບໍລິສັດ ພີພີເອັສທີ ກໍ່ສ້າງຂົວ-ທາງ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ເມືອງຍົມມະລາດ

ປະທານ ບໍລິສັດ ພີພີເອັສທີ ກໍ່ສ້າງຂົວ-ທາງ ຈຳກັດຜູ້ດຽວໄດ້​ນຳ​ເອົາ​ເຄື່ອງ​ອຸ​ປະ​ໂພກ-ບໍ​ລິ​ໂພກໄປ​ມອບ​ໃຫ້​ປະ​ຊາ​ຊົນ​ ຜູ້​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ພິ​ບັດ​ນ້ຳ​ຖ້ວມຢູ​ເມືອງ​ຍົມ​ມະ​ລາດແຂວງ​ຄຳ​ມ່ວນ.
ໄພພິບັດຖໍ້າຖ້ວມ ສົ່ງ​ຜົນ​ກະ​ທົບ​ຕໍ່ປະຊາຊົນ17 ບ້ານຂອງເມືອງຍົມມະລາດ

ໄພພິບັດຖໍ້າຖ້ວມ ສົ່ງ​ຜົນ​ກະ​ທົບ​ຕໍ່ປະຊາຊົນ17 ບ້ານຂອງເມືອງຍົມມະລາດ

ສະພາບໄພພິບັດນໍ້າຖ້ວມຢູ່ເມືອງຍົມມະລາດແຂວງຄໍາມ່ວນ ພວມຢູ່ໃນສະຖານະການໜ້າເປັນຫ່ວງ ພາຍຫຼັງເກີດຝົນຕົກໜັກຕິດຕໍ່ກັນ ເຮັດໃຫ້ລະດັບນໍ້າເຊບັ້ງໄຟ, ນໍ້າຍົມ ແລະ ນໍ້າສາຂາຕ່າງໆ ເພີ່ມສູງຂຶ້ນຢ່າງວ່ອງໄວ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນໃນຫຼາຍພື້ນທີ່.
ພີພີເອັສທີ ກໍ່ສ້າງຂົວ-ທາງ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນ້ຳຖ້ວມ ເມືອງຍົມມະລາດ

ພີພີເອັສທີ ກໍ່ສ້າງຂົວ-ທາງ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນ້ຳຖ້ວມ ເມືອງຍົມມະລາດ

ໃນວັນທີ 11 ສິງຫາ 2026 ຢູ່ທີ່ເມືອງຍົມມະລາດແຂວງຄຳມ່ວນໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອເພື່ອບັນເທົາທຸກໃຫ້ແກ່ປະຊາຊົນຜູ້ປະສົບໄພນ້ຳຖ້ວມຢູ່ເມືອງຍົມມະລາດ. ເປັນກຽດມອບໂດຍທ່ານ ພອນປະເສີດ ປະທານ ບໍລິສັດ ພີພີເອັສທີ ກໍ່ສ້າງຂົວ-ທາງ ຈຳກັດຜູ້ດຽວ ແລະ ເປັນກຽດຮັບໂດຍ ທ່ານ ເຫຼັງຄຳ ໄຊຄໍາຜັນ ເລຂາຄະນະບໍລິຫານງານພັກເມືອງຍົມມະລາດ, ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງບັນດາທ່ານການນຳຈາກແຂວງ ,ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ .
ກອງບັນຊາການທະຫານແຂວງບໍ່ແກ້ວ ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້

ກອງບັນຊາການທະຫານແຂວງບໍ່ແກ້ວ ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້

ວັນທີ 10 ສິງຫາ 2026 ນີ້, ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ໃຫ້ແກ່ຄູອາສາເຂົ້າເປັນລັດຖະກອນປ້ອງກັນຊາດ ຊຸດທີ I ປະຈຳປີ 2026, ໂດຍມີ ສະຫາຍ ພັນໂທ ຈອມມະນີ ແພງຄຳມີ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ, ພະແນກການທີ່ກ່ຽວຂ້ອງ, ຄະນະອໍານວຍການໂຮງຮຽນການທະຫານທ້ອງຖິ່ນແຂວງ, ຄູ-ອາຈານ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ.
ການ​ນຳແຂວງຫຼວງນ້ຳທາ ລົງຕິດ​ຕາມ ນ້ຳຖ້ວມ ບ້ານ​ນ້ຳ​ດີ-ປ່າ​ປົວະ

ການ​ນຳແຂວງຫຼວງນ້ຳທາ ລົງຕິດ​ຕາມ ນ້ຳຖ້ວມ ບ້ານ​ນ້ຳ​ດີ-ປ່າ​ປົວະ

ຄະນະນຳຂັ້ນແຂວງ ແລະ ຂັ້ນເມືອງຫຼວງນ້ຳທາ ນຳໂດຍ ທ່ານ ອ່ອນຈັນ ຄຳພາວົງ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງຫຼວງນ້ຳທາ, ທ່ານ ວົງມະນີ ເພື່ອປະຊາ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ບຸນຄົງ ພິມມະສອນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍຄະນະ ໄດ້ລົງພື້ນທີ່ຕິດຕາມສະພາບໄພນ້ຳຖ້ວມກະທັນຫັນ ຢູ່ທີ່ບ້ານນ້ຳດີ ແລະ ບ້ານປ່າປົວະ ຕາແສງທົ່ງອົ້ມ ເມືອງຫຼວງນ້ຳທາ ໃນວັນທີ 11 ສິງຫານີ້.
6 ເດືອນຕົ້ນປີ ລັດວິສາຫະກິດນໍ້າປະປາ ແຂວງສາລະວັນ ສາມາດສ້າງຜົນກໍາໄລຈາກການດໍາເນີນທຸລະກິດ ໄດ້ 600 ລ້ານກວ່າກີບ

6 ເດືອນຕົ້ນປີ ລັດວິສາຫະກິດນໍ້າປະປາ ແຂວງສາລະວັນ ສາມາດສ້າງຜົນກໍາໄລຈາກການດໍາເນີນທຸລະກິດ ໄດ້ 600 ລ້ານກວ່າກີບ

ທ່ານ ສົມສັກ ສິດທິສານ ຮອງຜູ້ອໍານວຍການລັດວິສາຫະກິດນໍ້າປະປາ ແຂວງສາລະວັນ ໄດ້ລາຍງານສະພາບການເຄື່ອນໄຫວທຸລະກິດ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ນີ້ວ່າ:
ເພີ່ມເຕີມ