ເນື່ອງໃນໂອກາດສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດ (12 ຕຸລາ 2001-12 ຕຸລາ 2023) ຄົບຮອບ 22 ປີ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງບໍ່ແກ້ວ ໄດ້ຈັດພິທີທໍາລາຍຢາເສບຕິດຂຶ້ນໃນຕອນເຊົ້າຂອງ ວັນທີ 12 ຕຸລາ ນີ້ ຢູ່ເດີນສະໜາມບິນແຂວງ, ໂດຍການເປັນປະທານຂອງທ່ານ ບົວຄົງ ນາມມະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍ່ແກ້ວ, ມີບັນດາຄະນະປະຈໍາພັກແຂວງ ປກຊ-ປກສ ອົງການປົກຄອງຂັ້ນບ້ານ, ນັກຮຽນ-ນັກສຶກສາ ຕະຫຼອດຮອດ ປະຊາຊົນເຂົ້າຮ່ວມ.
ສະຫາຍ ພັກເອກ ຈັນພອນເພັດ ຄຳສີ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງບໍ່ແກ້ວ ໄດ້ມີຄໍາເຫັນຕໍ່ພິທີວ່າ: ປັດຈຸບັນນີ້ສັງຄົມໃນທົ່ວໂລກມີຄວາມສັບສົນ ວຸ້ນວາຍເຮັດໃຫ້ປະເທດຕ່າງໆໃນທົ່ວໂລກລວມທັງ ສປປ ລາວ ເວົ້າລວມ, ເວົ້າສະເພາະ ພາຍໃນແຂວງບໍ່ແກ້ວ ກຳລັງພົບພໍ້ກັບບັນຫາສານເສບຕິດເຂົ້າມາຄອບງໍາ ກໍ່ໃຫ້ເກີດມີຜູ້ຊື້, ຜູ້ຂາຍ, ຜູ້ຊົມໃຊ້ເສບຢາຕິດ ແລະ ເປັນບັນຫາໜຶ່ງທີ່ພາໃຫ້ເກີດມີປະກົດການຫຍໍ້ທໍ້ ທີ່ເປັນບັນຫາທີ່ພົ້ນເດັ່ນໃນສັງຄົມ, ມີທ່າອ່ຽງຂະຫຍາຍຕົວຢ່າງໄວວາ ແລະ ແຜ່ລະບາດເປັນວົງກວ້າງ, ໃນໄລຍະ 1 ປີຜ່ານມາ ພວກເຮົາສາມາດມ້າງຄະດີຢາເສບຕິດໄດ້ຈຳນວນ 324 ເລື່ອງ, ມີຜູ້ຖືກຫາທັງໝົດ 405 ຄົນ ຍິງ 49 ຄົນ, ຕ່າງປະເທດ 69 ຄົນ ຍິງ 5 ຄົນ, ເຄື່ອງຂອງກາງທີ່ຢຶດມາໄດ້ມີຄື: ຢາບ້າ ຈໍານວນ 53.119.490 ເມັດ, ຢາບ້ານປຽກ 19 ກິໂລກຣາມ, ຢາໄອສ 3.282 ກິໂລກຣາມ, ເຮໂລອິນ 1 ກິ ໂລກຣາມ, ເຄຕາມິນ 607 ກິໂລກຣາມ, ແປ້ງຝຸ່ນ 492 ເປົາ, ໂຄເຄນ 88,5 ກຣາມ, ຄາເຟອິນ 426,27 ກຣາມ, ຢາຝິ່ນ 6 ກິໂລກຣາມ, ຢາອີ 95,2 ກຣາມ, ກາເຟ 216 ກຣາມ, ຄັນຊາແຫ້ງ 1,67 ກຣາມ, ແປ້ງຝຸ່ນ ສີແດງ 1 ກິໂລກຣາມ, ຢາບ້າມຸ່ນ 14,2 ກຣາມ, ເງິນບາດ 5.264.490 ບາດ, ເງິນກີບ 33.625.000 ກີບ, ເງິນຢວນ 23.011 ຢວນ, ປືນສັ້ນ 3 ກະບອກ, ປືນ AK 9 ກະບອກ, ປືນ M2 1 ກະບອກ, ປືນລົມ 1 ກະບອກ, ປືນແກັບ 1 ກະບອກ, ລູກປືນ 449 ລູກ, ລົດໃຫຍ່ 31 ຄັນ, ລົດຈັກ 24 ຄັນ, ໂທລະສັບ 128 ເຄື່ອງ. ໄດ້ລົງທໍາລາຍໄຮ່ຝິ່ນ 123,15 ເຮັກຕາ ແລະ ລົງໂຄສະນາເຜີຍແຜ່ຜົນຮ້າຍໄພອັນຕະລາຍ ຂອງຢາເສບຕິດ ຢູ່ບັນດາຂົງເຂດ, ກົມກອງອ້ອມຂ້າງແຂວງ, ບ້ານ, ໂຮງຮຽນ 17 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 1.226 ຄົນ ຍິງ 564 ຄົນ, ສູນສ້າງຊີວິດໃໝ່ນໍ້າຈ້ວມຍັງໄດ້ບໍາບັດປິ່ນປົວ ແລະ ຟື້ນຟູສຸຂະພາບ ຂອງຜູ້ຕິດຢາເສບຕິດປະເພດຕ່າງໆ: ຢາບ້າ 75 ຄົນ ຍິງ 5 ຄົນ.
ທ່ານກ່າວຕື່ມວ່າ: ໃນນາມກອງບັນຊາ ການ ປກສ ແຂວງ ແລະ ຕາງໜ້າໃຫ້ແກ່ອົງການປົກຄອງແຂວງ ຈຶ່ງຂໍຮຽກຮ້ອງ ແລະ ເຊີນຊວນບັນດາທ່ານພະນັກງານ, ທະຫານ, ຕໍາຫຼວດ, ປະຊາຊົນບັນດາເຜົ່າ ຕະຫຼອດຮອດພໍ່ຄ້າຊາວຂາຍ, ນັກທຸລະກິດ ຈົ່ງໄດ້ເພີ່ມທະວີຄວາມມີສະຕິລະວັງຕົວ, ພ້ອມທັງພະຍາຍາມສຶກສາອົບຮົມລູກຫຼານ, ຄອບຄົວຂອງຕົນ ເພື່ອບໍ່ໃຫ້ຕົກເປັນທາດຂອງຢາເສບຕິດ ແລະ ພ້ອມກັນເປັນເຈົ້າການໃນການສະກັດກັ້ນ ການແຜ່ລະບາດຂອງຢາເສບຕິດ, ບໍ່ໃຫ້ເຂົ້າມາຄອບງໍາ, ເຮັດໃຫ້ບັນຫາຢາເສບຕິດໝົດໄປຈາກສັງຄົມລາວ ກໍຄືແຂວງບໍ່ແກ້ວ ເພີ່ມທະວີຄວາມເປັນເຈົ້າການຍົກສູງຄວາມຮັບຜິດຊອບ, ຊຸກຍູ້, ປຸກລະດົມຂົນຂວາຍບັນດາຊາວໜຸ່ມ, ໄວໜຸ່ມ, ນັກຮຽນ, ນັກສຶກສາ ຕະຫຼອດຮອດລູກຫຼານໄດ້ຮູ້ ແລະ ເຫັນໄດ້ຜົນ ອັນຕະລາຍຂອງຢາເສບຕິດ ທີ່ເປັນພິດໄພຕໍ່ຮ່າງກາຍ, ຕໍ່ຄອບຄົວ, ຕໍ່ສັງຄົມ ແລະ ຕໍ່ຊັບສິນວັດຖຸສິ່ງຂອງຕ່າງໆ ເພື່ອເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບສຸກ ຈົ່ງພ້ອມກັນຮ່ວມ ມືກັນສະກັດກັ້ນ ແລະ ຕ້ານບັນຫາຢາເສບຕິດ ດັ່ງກ່າວໃຫ້ຫຼຸດຫນ້ອຍຖອຍລົງເທື່ອລະກ້າວ.ຈົ່ງສາມັກຄີຮ່ວມແຮງຮ່ວມໃຈ ຈັດຕັ້ງປະຕິບັດວາລະແຫ່ງຊາດ ແກ້ໄຂບັນຫາຢາເສບຕິດໃຫ້ໝົດສິ້ນຈາກສັງຄົມລາວເຮົາ ເພື່ອບໍ່ເປັນການມົວເມົາກັບຢາເສບຕິດ ພ້ອມກັນປະຕິບັດຕາມ ຄໍາຂັວນທີ່ວ່າ: ສັງຄົມຈະສະຫງົບປອດໄພ, ຮຸ່ງເຮືອງສີວິໄລ ກ້າວຫນ້າ ຖ້າທຸກຄົນຮ່ວມແຮງຮ່ວມໃຈ ແກ້ໄຂບັນຫາຢາເສບຕິດ.
ຂ່າວ-ພາບ: ວໍລະສິດ ພິດສະຫາຍ.
ຄໍາເຫັນ