ກອງປະຊຸມຕີລາຄາ ການຈັດຕັ້ງປະຕິບັດການແກ້ໄຂບັນຫາຢາເສບຕິດ

ບໍ່ແກ້ວ ສຸມໃສ່ 6 ແຜນວຽກຈຸດສຸມ ໃນການແກ້ໄຂບັນຫາຢາເສບຕິດ

ບໍ່ແກ້ວ ສຸມໃສ່ 6 ແຜນວຽກຈຸດສຸມ ໃນການແກ້ໄຂບັນຫາຢາເສບຕິດ
ກອງປະຊຸມຕີລາຄາ ການຈັດຕັ້ງປະຕິບັດການແກ້ໄຂບັນຫາຢາເສບຕິດ ຕິດພັນກັບ 2 ວາລະແຫ່ງຊາດ ແຕ່ປີ 2021-2024

ແລະ ທິດທາງແຜນການປີ 2024-2025 ໄດ້ຈັດຂຶ້ນ ແລະ ອັດລົງໃນວັນທີ 12 ພະຈິກຜ່ານມາ ທີ່ແຂວງບໍ່ແກ້ວ ໂດຍການເປັນປະທານຂອງທ່ານ ພົນຕີ ສາຍໃຈ ກົມມະສິດ ຮອງເຈົ້າແຂວງບໍ່ແກ້ວ ທັງເປັນຫົວໜ້າຄະນະກຳມະການແກ້ໄຂບັນຫາຢາເສບຕິດຂັ້ນແຂວງ, ເປັນກຽດເຂົ້າຮ່ວມມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ ທັງເປັນປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ພ້ອມດ້ວຍບັນດາຄະນະກຳມະການ ແກ້ໄຂບັນຫາຢາເສບຕິດຂັ້ນແຂວງ, ຂັ້ນເມືອງ, ແລະ ສອງກອງບັນຊາການ ປກຊ-ປກສ ເຂົ້າຮ່ວມ.

ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດເຫັນ ໃນການຈັດຕັ້ງປະຕິບັດວຽກງານ ທີ່ໄດ້ຕິດພັນກັບແຜນດຳເນີນງານວາລະແຫ່ງຊາດ ໂດຍສະເພາະ ແຜນແມ່ບົດໃນການແກ້ໄຂບັນຫາຢາເສບຕິດ ທີ່ເປັນສິ່ງທ້າທາຍທຸກບັນຫາໃນສັງຄົມ, ພ້ອມນີ້ ບັນດາຄະນະກຳມະການ ແກ້ໄຂບັນຫາຢາເສບຕິດທຸກຂັ້ນ ເປັນເອກະພາບກັນສຸມໃສ່ແກ້ບັນຫາຕ່າງໆຕາມ 6 ແຜນວຽກຈຸດສຸມ ເປັນຕົ້ນ ການສ້າງຄວາມຮັບຮູ້ໃນທົ່ວສັງຄົມ ດ້ວຍການສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບ-ກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ, ສ້າງ ແລະ ປັບປຸງກົດໝາຍ-ນິຕິກຳໃຕ້ກົດໝາຍ ທີ່ກ່ຽວຂ້ອງກັບບັນຫາຢາເສບຕິດ, ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ຍົກລະດັບຄວາມສາມາດ ໃນການເຄື່ອນໄຫວເຮັດໜ້າທີການເມືອງ ຂອງອົງການສືບສວນ-ສອບສວນ, ອົງການໄອຍະການປະຊາຊົນ, ສານປະຊາຊົນ, ອົງການປະຕິບັດຄຳຕັດສິນຂອງສານ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕໍ່ການແກ້ໄຂບັນຫາຢາເສບຕິດ, ຍົກສູງປະສິດທິພາບດ້ານການຄຸ້ມຄອງ, ຊີ້ນຳໃນການຈັດຕັ້ງປະຕິບັດຮອບດ້ານ ໃນການແກ້ໄຂບັນຫາຢາເສບຕິດ, ປັບປຸງຂີດຄວາມສາມາດ ໃນການເຄື່ອນໄຫວເຮັດໜ້າ ຂອງລະບົບການເມືອງແຕ່ລະຂັ້ນ ເພື່ອນຳພາ-ຊີ້ນຳ ການແກ້ໄຂບັນຫາຢາເສບຕິດ ໃນຂອບເຂດຂອງຕົນຮັບຜິດຊອບຢ່າງຕັ້ງໜ້າ.

ໂອກາດນີ້, ທ່ານ ທອງຈັນ ມະນີໄຊ ໄດ້ເນັ້ນໃຫ້ຄະນະກຳມະການ ແກ້ໄຂບັນຫາຢາເສບຕິດທຸກຂັ້ນ, ຈົ່ງພ້ອມກັນເປັນເຈົ້າການ ໃນການປັບປຸງແຜນແມ່ບົດ ໃນການຈັດຕັ້ງປະຕິບັດວຽກງານ ແນໃສ່ເຮັດໃຫ້ແຂວງບໍ່ແກ້ວ ປອດຈາກຢາເສບຕິດ ແລະ ມີຄວາມສະຫງົບປອດໄພ, ຊຶ່ງສິ່ງສຳຄັນແມ່ນເອົາໃຈໃສ່ຕິດຕາມ ການລັກລອບຄ້າ-ຂາຍເຖື່ອນທີ່ຜິດກົດໝາຍ, ເພີ່ມກຳລັງແຮງທຸກດ້ານ ໂດຍສຸມໃສ່ໃນການແກ້ໄຂ, ຕ້ານ ແລະ ສະກັດກັ້ນບັນຫາຢາເສບຕິດ. ເນັ້ນໃສ່ຈຸດສຸມຂອງແຂວງ ໃນການຕ້ານ ແລະ ສະກັດກັ້ນ-ອັດປ່ອງຂ້າມລອຍ, ເພີ່ມຄວາມເອົາໃຈໃສ່ແກ້ໄຂທຳລາຍ ທັບມ້າງກຸ່ມຄ້າ-ຂາຍເຖື່ອນ ເພື່ອເຮັດໃຫ້ແຂວງບໍ່ແກ້ວ ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ເພີ່ມມາດຕະການຕ່າງໆ ເພື່ອລົງໂທດຕໍ່ຜູ້ກະທຳຜິດ ແລະ ລະເມີດກົດໝາຍຢ່າງເຄັ່ງຄັດ, ເສີມສ້າງທ່າແຮງບົ່ມຊ້ອນຂອງແຂວງ ໂດຍການໂຄສະນາເຜີຍແຜ່ ຜົນຮ້າຍຂອງຢາເສບຕິດລົງສູ່ສັງຄົມໃຫ້ທົ່ວເຖິງ.

(ຂ່າວ: ບຸນຈັນ ມະນີໄຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ